spot_img
Home​ຂ່າວບັນເທິງ"ວານິພອນ ພູມີໄຊ" ນາງສາວນະຄອນຫລວງວຽງຈັນປະຈໍາປີ 2017 ງາມສົມກັບຕຳແໜ່ງ

“ວານິພອນ ພູມີໄຊ” ນາງສາວນະຄອນຫລວງວຽງຈັນປະຈໍາປີ 2017 ງາມສົມກັບຕຳແໜ່ງ

Published on

ບັນເທີງລາວໂພສຕ໌ ມື້ນີ້ແອັດມິນຈະມາອັບເດດຜົນຂອງການປະກວດ ນາງສາວນະຄອນຫລວງວຽງຈັນປະຈໍາປີ 2017 ເຊິ່ງຮອບຕັດສິນໄດ້ມີຂຶ້ໃນຄໍ່າຄືນທີ່ຜ່ານມາ (8/4/2017) ທີ່ໂຮງແຮມ ແລນມາກ ເຊິ່ງສາວງາມທີ່ສາມາດຄ້ວາມົງກຸດອັນຊົງກຽດຈາກເວທີການປະກວດນາງສາວນະຄອນຫລວງວຽງຈັນປະຈໍາປີ 2017 ໄປຄອງນັ້ນກໍ່ຄື ນາງສາວ ວານິພອນ ພູມີໄຊ ຫລື ໂຍ່ໂຍ່ ຜູ້ເຂົ້າປະກວດໝາຍເລກ 10

 

ນອກຈາກນາງຈະໄດ້ລາງວັນຊະນະເລີດແລ້ວ  ຍັງໄດ້ລາງວັນພິເສດອີກເຖິງ 4 ລາງວັນ ຄື: ລາງ ວັນຂວັນໃຈຊ່າງພາບ, ລາງວັນນາງສາວໜ້າໃສ, ລາງວັນສາວຜິວງາມ ແລະ ລາງວັນສາວທັນສະໃໝ ມາຄອງອີກດ້ວຍ.

ນາງສາວ ວານິພອນ ພູມີໄຊ ອາຍຸ 21 ປີ ສ່ວນສູງ 168 ຊັງຕີແມັດ, ສັດສ່ວນ 32, 24, 35 ປັດຈຸບັນຈົບການສຶກສາຈາກ ສະຖາບັນໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ

ງານນີ້ມີເຫຼົ່າບັນດາຄົນບັນເທີງໄປຮ່ວມສະແດງຄວາມຍິນດີກັບນາງເປັນຈຳນວນຫຼາຍ ທາງທີມງານບັນລາວໂພສຕ ຂໍສະແດງຄວາມຍິນດີ ກັບນາງສາວ ວານິພອນ ພູມີໄຊ ທີ່ສາມາດຄ້ວາມົງກຸດອັນຊົງກຽດນີ້ມາຄອງ.

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...