HomeBaby-ແມ່ແລະເດັກຢາກໃຫ້ລູກສະຫຼາດ ແມ່ຕ້ອງປະຕິບັດຕາມວິທີແນະນຳນີ້

ຢາກໃຫ້ລູກສະຫຼາດ ແມ່ຕ້ອງປະຕິບັດຕາມວິທີແນະນຳນີ້

Published on

ການຢາກໃຫ້ລູກເປັນເດັກທີ່ສະຫຼາດ, ສະໝອງດີ ສິ່ງເຫຼົ່ານີ້ພໍ່ແມ່ ຮູ້ບໍວ່າ ສາມາດສ້າງໄດ້ຕັ້ງແຕ່ລູກຍັງຢູ່ໃນທ້ອງ ແລະຖ້າຢາກໃຫ້ລູກສະຫຼາດ ເຮັດໄດ້ງ່າຍໆ

  1. ແມ່ຕ້ອງກິນອາຫານດີໆ: ຊີວິດນ້ອຍໆ ທີ່ກຳລັງເຕີບໃຫຍ່ຢູ່ໃນທ້ອງຂອງເຈົ້ານັ້ນ ຈະເປັນແນວໃດກໍຂຶ້ນຢູ່ກັບ ນິໄສການກິນ ທີ່ມີຜົນຕໍ່ຊີວິດລູກນ້ອຍໂດຍກົງ ການກິນອາຫານໃຫ້ຄົບ 5 ໝູ່, ຫຼີກລຽງທາດແອວກໍຮໍ, ອາຫານທີ່ເຜັດເຄັມເກີນໄປ, ຄວນເລືອກກິນອາຫານທີ່ດີຕໍ່ສຸຂະພາບ ສະຫຼາດ, ສົດ, ໃໝ່ ເປັນຫຼັກ
  2. ອ່ານໜັງສືທີ່ດີ: ຄວນເລືອກອ່ານໜັງສືທີ່ອ່ານແລ້ວຮູ້ສຶກດີ ແລະໃຫ້ຂໍ້ຄິດທີ່ດີ, ນອກຈາກອ່ານໜັງສືໃນເວລາຕອນສວາຍແລ້ວ, ແມ່ຄວນອ່ານໜັງສືກ່ອນນອນ ເພາະການອ່ານກ່ອນນອນ ຈະຊ່ວຍໃຫ້ເຈົ້າມີເທັກນິກ ໃນການເລົ່ານິທານກ່ອນນອນໃຫ້ລູກຟັງ, ການອ່ານຍັງຊ່ວຍຂັບໂຮໂມນ ທີ່ມີຜົນດີຕໍ່ການພັດທະນາສະໝອງຂອງລູກນ້ອຍໄດ້ອີກ
  3. ເລືອກຟັງເພງທີ່ມີສາລະດີ: ຈາກການສຶກສາພົບວ່າ ລູກນ້ອຍໃນທ້ອງແມ່ ສາມາດໄດ້ຍິນສຽງຈາພາຍນອກ, ການຟັງເພງບໍ່ພຽງຊ່ວຍໃຫ້ແມ່ຜ່ອນຄາຍ ແຕ່ຍັງເຮັດໃຫ້ລູກນ້ອຍຜ່ອນຄາຍໄດ້ເຊັ່ນກັນ, ເພງມ່ວນໆ ຊ່ວຍຄາຍຄຽດໃຫ້ແມ່ ໃນຂະນະດຽວກັນກໍຊ່ວຍສ້າງສະພາບແວດລ້ອມ ທີ່ຜ່ອນຄາຍ ແລະອ້ອມລ້ອມດ້ວຍຄວາມສຸກໃຫ້ກັບແມ່ ແລະລູກ
  4. ແມ່ຢູ່ໃນສິ່ງແວດລ້ອມທີ່ດີ: ສິ່ງທີ່ເຈົ້າເຫັນ ແລະໄດ້ຍິນ ລ້ວນສົ່ງຜົນໃຫ້ລູກນ້ອຍ, ດັ່ງນັ້ນ ແມ່ບໍ່ຄວນເບິ່ງໜັງ ຫຼືລາຍການທີ່ມີພາບຄວາມຮຸນແຮງ ແຕ່ຄວນເລືອກເບິ່ງສິ່ງທີ່ດີ ຕະຫຼອດໄລຍະຖືພາ ຄິດດີ, ເຮັດດີ, ເວົ້າດີ ແລະບໍ່ພາຕົວເອງໄປຢູ່ໃນສະພາບແວດລ້ອມທີ່ບໍ່ດີ, ການນັ່ງສສະມາທິ ກໍເປັນຕົວເລືອກທີ່ໜ້າສົນໃຈໃນການສ້າງສະພາບແວດລ້ອມທີ່ດີຮອບຕົວທ່ານໄດ້
  5. ການກະຕຸ້ນທີ່ດີຈາກແມ່: ປະສາດສຳຜັດທຳອິດ ທີ່ພັດທະນາຕົວຂຶ້ນໃນລູກນ້ອຍ ຄືປະສາດຮັບຮູ້ການສຳຜັດ ການລູບທ້ອງຕະຫຼອດ ຈາກດ້ານລຸ່ມຂຶ້ນສູ່ດ້ານເທິງ ຈະສົ່ງຜົນສຳຜັດແຫ່ງຮັກ ຈາກແມ່ໄປຍັງລະບົບປະສາດຂອງລູກນ້ອຍໃນທ້ອງ ເຮັດໃຫ້ລູກສະຫງົບ, ອົບອຸ່ນ ແລະຍັງເສີມສ້າງຄວາມຜກພັນແມ່ລູກອີກດ້ວຍ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...