spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ ສາມາດຈັບຕົວຜູ້ກໍ່ເຫດລັກລົດຈັກໄດ້ 1 ຄົນ

ເຈົ້າໜ້າທີ່ ສາມາດຈັບຕົວຜູ້ກໍ່ເຫດລັກລົດຈັກໄດ້ 1 ຄົນ

Published on

ເຈົ້າໜ້າທີ່ ປກສ ບ້ານທາດຫຼວງກາງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້ກັກຕົວຊາຍທີ່ກໍ່ເຫດລັກລົດຈັກເວບ 100 ສີຂຽວດຳ ຂອງນາງ ມະນີສຸກ ໃນຄືນວັນທີ 9 ມີນາ 2017 ຢູ່ບ້ານທາດຫຼວງກາງ, ພ້ອມຂອງກາງລົດຈັກ ຄັນດັ່ງກ່າວ ນຳສົ່ງໃຫ້ ປກສ ເມືອງສືບສວນຂະຫຍາຍຜົນ.

ເຈົ້າໜ້າທີ່ ໜ່ວຍງານສອບສວນຄະດີອາຍາ ປກສ ເມືອງໄຊເຊດຖາ ເປີດເຜີຍໃນຮູ້ວ່າ: ໃນວັນທີ 10 ມີນາ 2017 ເວລາ 3:00 ໂມງ ປກສ ບ້ານ ທາດຫຼວງກາງ ໄດ້ອອກລາດຕະເວນພາຍໃນເດີ່ນພຣະທາດຫຼວງ ພົບທ້າວ ສຸກັນ (ຮູ້ຊື່ຕາມພາຍຫຼັງ) ອາຍຸ 26 ປີ ຢູ່ບ້ານ ໂພນສົມບູນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ນອນຫຼັບຢູ່ຕັ່ງ ແລະ ມີລົດຈັກ ເວບ 100 ຂຽວດຳຈອດໄວທາງຂ້າງ.

ຈາກນັ້ນ, ຈຶ່ງໄດ້ນຳຕົວຜູ້ກ່ຽວມາຫ້ອງການປົກຄອງບ້ານ, ຜ່ານການກວດເອກະສານລົດ ໃນເບື້ອງຕົນພົບວ່າ ລົດຄັນດັ່ງກ່າວແມ່ນລົດຂອງນາງ ມະນີສຸກ ທີ່ໄດ້ເຂົ້າແຈ້ງຄວາມໃນວັນທີ 9 ມີນາ 2017 ທີ່ຜ່ານມາ. ສະນັ້ນ, ຈຶ່ງນຳຕົວຜູ້ກ່ຽວສົ່ງໃຫ້ກອງບັນຊາການ ປກສ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ທຳການສືບສວນ-ສອບສວນ ຂະຫຍາຍຜົນ ເພື່ອດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ແຫຼ່ງຂ່າວ: ໜັງສືພິມ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...