Homeຂ່າວຕ່າງປະເທດຜູ້ນຳຟິລິບປິນສັ່ງທະຫານຢຶດເກາະໃນທະເລຈີນໃຕ້

ຜູ້ນຳຟິລິບປິນສັ່ງທະຫານຢຶດເກາະໃນທະເລຈີນໃຕ້

Published on

ສຳນັກຂ່າວຣອຍເຕີ ແລະ ເອພີລາຍງານຈາກນະຄອນຫຼວງມະນິລາ ປະເທດຟິລິບປິນ ເມື່ອວັນທີ 6 ເມສາ 2017 ວ່າ ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຜູ້ນຳຟິລິບປິນ ກ່າວວ່າ ຟິລິບປິນຄວນສ້າງສິ່ງປຸກສ້າງເທິງເກາະ ແນວຫີນປະກາຣັງ ແລະ ແນວຫີນໂສໂຄຣກ ທັງ 10 ແຫ່ງ ທີ່ຟິລິບປິນອ້າງກຳມະສິດໃນໝູ່ເກາະສະແປດລີຍ໌ຂອງທະເລຈີນໃຕ້ແລະ ເຂົາອາດຈະເດີນທາງໄປຢ້ຽມເກາະປັກອາຊາ ໜຶ່ງໃນເກາະເຫຼົ່ານີ້ເພື່ອປັກທຸງຟິລິບປິນ “ເກາະບໍ່ມີຄົນຢູ່ອາໃສເຊິ່ງເປັນເກາະຂອງພວກເຮົາ ເຮົາໄປຢູ່ທີ່ເກາະເຫຼົ່ານີ້ກັນດີກວ່າ ” ດູເຕີເຕກ່າວຕໍ່ຜູ້ສື່ຂ່າວ ເມື່ອວັນພະຫັດ ລະຫວ່າງເດີນທາງໄປຢ້ຽມຢາມຄ້າຍທະຫານໃນແຂວງ ປາລາວັນ ເຊິ່ງຢູ່ໃກ້ເຂດນ້ຳພິພາດ

ແຜນການຂອງດູເຕີເຕຄາດວ່າຈະສ້າງຄວາມບໍ່ພໍໃຈໃຫ້ກັບຈີນ ທີ່ອ້າງກຳມະສິດເກືອບທັງໝົດໃນທະເລຈີນໃຕ້ ແລະ ແຜນການນີ້ໄດ້ມີຂຶ້ນໃນຂະນະທີ່ຄວາມສຳພັນລະຫວ່າງສອງປະເທດ ສະຫະລັດກັບຈີນກຳລັງອົບອຸ່ນຂຶ້ນຢ່າງໄວວາ ໃນໄລຍະຫຼາຍເດືອນທີ່ຜ່ານມາ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...