Homeຂ່າວພາຍ​ໃນເຈົ້າໜ້າທີ່ລາວປະຕິເສດຂ່າວຊື້ຄອນໂດມີນຽມຢູ່ບຶງທາດຫລວງແລ້ວໄດ້ສັນຊາດລາວ

ເຈົ້າໜ້າທີ່ລາວປະຕິເສດຂ່າວຊື້ຄອນໂດມີນຽມຢູ່ບຶງທາດຫລວງແລ້ວໄດ້ສັນຊາດລາວ

Published on

ຂປລ/ຂ່າວອອນລາຍ ລາຍງານເມືອວັນທີ 6 ເມສາ 2017 ນີ້ວ່າ ເຈົ້າໜ້າທີ່ສະເພາະກິດຄຸ້ມຄອງເຂດເສດຖະກິດພິເສດປະຕິເສດກໍລະນີມີຂ່າວຕ່າງປະເທດນໍາສະເໜີວ່າຖ້າທ່ານໃດຫາກມາຊື້ຄອນໂດມີນ້ຽມ ໃນເຂດເມືອງໃຫມ່ບຶງທາດຫລວງ (ເມືອງສະຫວັນເທິງດິນ) ຢູ່ໃຈກາງນະຄອນຫລວງວຽງຈັນຈະໄດ້ຮັບສັນຊາດລາວທັນທີນັ້ນຖືວ່າບໍ່ແມ່ນຄວາມຈິງ ແລະ ເປັນພຽງເລື່ອງຂີ້ຕົວະ.

ຫລ້າສຸດ ສື່ມວນຊົນລາວໄດ້ເດີນທາງເຂົ້າຮ່ວມກອງປະຊຸມຜ່ານຮ່າງດໍາລັດວ່າດ້ວຍການສົ່ງເສີມ ແລະ ຄຸ້ມຄອງເສດຖະກິດພິເສດ (ຂສພ) ລວມທັງການຮ່າງຂໍ້ຕົກລົງວ່າການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວຂອງຄະນະຄຸ້ມ ຄອງເຂດເສດຖະກິດພິເສດທີ່ໄດ້ຈັດຂຶ້ນໃນວັນທີ 6 ເມສາ 2017 ທີ່ນະຄອນຫລວງວຽງຈັນ ເຊິ່ງນັກຂ່າວກໍໄດ້ສໍາພາດ ແລະ ສອບຖາມເຈົ້າໜ້າທີ່ກ່ຽວຂ້ອງໃນກໍລະນີມີຂ່າວຊື້ຄອນໂດມີນ້ຽມ ໃນເຂດເມືອງໃຫມ່ບຶງທາດຫລວງແລ້ວໄດ້ສັນຊາດນັ້ນພົບວ່າບໍ່ແມ່ນຄວາມຈິງ ແຕ່ເຈົ້າໜ້າທີ່ຊີ້ແຈງຄື ຖ້າທ່ານໃດທີ່ເປັນຄົນຕ່າງປະເທດເຂົ້າມາຊື້ຄອນໂດມີນ້ຽມຢູ່ບຶງທາດຫລວງຈະໄດ້ຮັບການພິຈາກລະນາໃຫ້ວີຊາອາໃສຢູ່ 10 ປີໂດຍບໍ່ຈໍາເປັນຕ້ອງໄປຕໍ່ວີຊາອີກ.

ຄວາມຈິງແລ້ວເຂດເສດຖະກິດສະເພາະບຶງທາດຫລວງໄດ້ຈັດພິທີເປີດຂາຍໃຫ້ຈອງຫ້ອງພັກທີ່ຢູ່ອາໄສ ແລະ ຫ້ອງຊຸດໃນ ວັນທີ 15 ມິຖຸນາ 2015 ໃນເບື້ອງຕົ້ນ ທາງໂຄງການຈະໄດ້ນໍາສະເໜີເງື່ອນໄຂແຕກຕ່າງກັນ ໃນນັ້ນ ຫ້ອງຊຸດຈໍານວນໜຶ່ງ ທີ່ມີຫລາຍ ລາຄາ ແລະ ຫລາຍຂະໜາດນັບແຕ່ 68-78 ຕາແມັດ, ສອງຫ້ອງນອນ ໜຶ່ງຫ້ອງຮັບແຂກ ມີເນື້ອທີ່ 100-119 ຕາແມັດ ແລະ ຫ້ອງໃຫຍ່ຂະໜາດ 112-125 ຕາແມັດ ລວມທັງໝົດມີ 319 ຫ້ອງ ພ້ອມມີເຄື່ອງຮັບໃຊ້ ທີ່ທັນສະໄໝຄົບຊຸດໃນລາຄາເປັນພິເສດ.

ເຂດເສດຖະກິດສະເພາະ ບຶງທາດຫລວງໄດ້ຮັບການຕັ້ງໃນ ປີ 2011 ໂດຍມີມູນຄ່າລົງທຶນທັງໝົດ 1.600 ລ້ານໂດລາ, ເນື້ອທີ່ໂຄງການ 365 ເຮັກຕາ, ສໍາປະທານ 99 ປີ ແລະ ເອກະຊົນ ສປ ຈີນລົງທຶນ 100%.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...