Homeຍ້ອງຍໍຄົນດີເດັ່ນລັດຖະບານສະຫລຸບ ແລະ ຍ້ອງຍໍຜົນສໍາເລັດການເປັນປະທານອາຊຽນ ຄັ້ງທີ 28 ແລະ 29

ລັດຖະບານສະຫລຸບ ແລະ ຍ້ອງຍໍຜົນສໍາເລັດການເປັນປະທານອາຊຽນ ຄັ້ງທີ 28 ແລະ 29

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 6 ເມສາ 2017 ນີ້ວ່າ ລັດຖະບານ ໄດ້ມີພິທີປະດັບຫລຽນໄຊແຮງງານໃຫ້ບຸກຄົນ, ກົມກອງ ແລະ ອານຸກຳມະການຕ່າງໆ ມີຫລຽນໄຊແຮງງານ ຊັ້ນ II ຈຳນວນ 3.100 ກວ່າທ່ານ, 37 ກົມກອງ, ຫລຽນໄຊແຮງງານ ຊັ້ນ III ຈຳນວນ 4.380 ກວ່າທ່ານ, 6 ກົມກອງ, ຫລຽນກາແຮງງານ 2.880 ທ່ານ, 1 ກົມກອງ ແລະ ມອບໃບຍ້ອງຍໍລັດຖະບານ 2.700 ກວ່າທ່ານ, 2 ກົມກອງ ແລະ ປະດັບຫລຽນກາແຮງງານ ໃຫ້ພາກທຸລະກິດທີ່ມີຜົນງານ ປະກອບສ່ວນ ເຂົ້າໃນການເປັນປະທານອາຊຽນ ແລະ ເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 5 ເມສາ 2017 ນີ້ ທີ່ນະຄອນຫລວງວຽງຈັນ. ເປັນກຽດປະດັບໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະອານຸກໍາມະການ, ພາກທຸລະກິດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດຂອງ ສປປ ລາວ ໃນການເປັນເຈົ້າພາບ ແລະ ປະທານອາຊຽນໃນປີ 2016 ເຊິ່ງເປັນການຍົກຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໃຫ້ສູງເດັ່ນຂຶ້ນ. ຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງ ພ້ອມກັນສືບຕໍ່ຈັດຕັ້ງ ຜັນຂະຫຍາຍຜົນສໍາເລັດ ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ລວມທັງຜົນຂອງການຕົກລົງສອງຝ່າຍ ໃຫ້ເປັນຮູບປະທໍາ ເພື່ອນໍາຜົນປະໂຫຍດສູງສຸດ ຕົວຈິງມາສູ່ປະເທດ. ພ້ອມນີ້ ທ່ານນາຍົກລັດຖະມົນຕີ ຕາງໜ້າພັກ ແລະ ລັດຖະບານ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຍ້ອງຍໍຊົມເຊີຍ ມາຍັງພະນັກງານ, ທະຫານ, ຕໍາຫລວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປວງຊົນລາວບັນດາເຜົ່າ ທຸກຖ້ວນໜ້າ ທີ່ໄດ້ຕັ້ງໜ້າປະກອບສ່ວນຢ່າງຫ້າວຫັນ ຕາມພາລະໜ້າທີ່ຂອງຕົນ ກໍຄື ການຮ່ວມແຮງຮ່ວມໃຈກັນເປັນເຈົ້າພາບທີ່ດີ ແລະ ຂອບໃຈບັນ ດາປະເທດອາຊຽນ, ຄູ່ເຈລະຈາອາຊຽນ ແລະ ບັນດາປະເທດເພື່ອນມິດອື່ນໆ ທີ່ໄດ້ໃຫ້ການຊ່ວຍ ເຫລືອ, ສະໜັບສະໜູນ ແລະ ການຮ່ວມມື ໃນການເປັນເຈົ້າພາບ ແລະ ປະທານອາຊຽນ ຂອງ ສປປ ລາວ ໃນປີ 2016 ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ບັນດາບົດຮຽນ ໃນການເປັນປະທານອາຊຽນ ໃນປີ 2016 ເປັນພື້ນຖານອັນສໍາຄັນ ສໍາລັບ ສປປ ລາວ ເພື່ອກະກຽມໃຫ້ແກ່ການເປັນປະທານອາຊຽນຄັ້ງທີ 3 ໃນປີ 2024 ກໍຄື ການເປັນປະທານກອງປະຊຸມພາກພື້ນ ແລະ ສາກົນ ອື່ນໆ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...