Homeອຸບັດເຫດແລະປາກົດການຫຍໍ້ທໍ້ການຄ້າ ເມືອງບົວລະພາ ທຳລາຍສິນຄ້າຜິດກົດໝາຍ ແລະໝົດອາຍຸ

ການຄ້າ ເມືອງບົວລະພາ ທຳລາຍສິນຄ້າຜິດກົດໝາຍ ແລະໝົດອາຍຸ

Published on

ໃນທ້າຍ​ເດືອນ​ມີນາ ຜ່ານ​ມາ ທີ່ຫ້ອງການອຸດສາຫະກຳ ແລະການຄ້າ ເມືອງບົວລະພາ ແຂວງຄຳມ່ວນ ສົມທົບກັບພາກສ່ວນ ກ່ຽວຂ້ອງ ໄດ້ນຳເອົາສິນຄ້າທີ່ນຳເຂົ້າຜິດກົດໝາຍ ແລະໝົດອາຍຸ(ສິນຄ້າເສຍຄຸນນະພາບ) ມາ​ຈູດ​ທຳລາຍ ​ໃນ​ນັ້ນ​ປະກອບ​ມີອາຫານສຳເລັດຮູບ ແລະເຄື່ອງດື່ມປະເພດຕ່າງໆເປັນຕົ້ນແມ່ນ ໝີ່ໄວໆ, ປາກະປ໋ອງ, ເຂົ້າໝົມ, ເຂົ້າຊີລີແລັກ ແລະ ເຄື່ອງສຳອາງປະເພດຕ່າງໆ, ນ້ຳອັດລົມ, ນົມສຳເລັດຮູບ ແລະ ອື່ນໆ. ລວມມູນຄ່າ​ເກືອບ 2 ລ້ານກີບ.
ສິນຄ້າດັ່ງກ່າວ ແມ່ນໄດ້ຢຶດມາຈາກຮ້ານຄ້າ ທີ່ຈຸດສຸມຫລັງຄັງ-ວັງມະເນີ ມີຈຳນວນທັງໝົດ 13 ຮ້ານ ແລະມີ 9 ຮ້ານ ທີ່ມີສິນຄ້າປະເພດດັ່ງກ່າວ. ຈຸດປະສົງຂອງການທຳລາຍ ໃນຄັ້ງນີ້ ກໍເພື່ອປະຕິບັດຕາມຄຳສັ່ງ ແລະ ແຈ້ງການຂອງພະແນກອຸດສາຫະກຳການຄ້າແຂວງ ໃຫ້ປະກົດຜົນເປັນຈິງ ແລະ ເພື່ອເປັນການສະກັດກັ້ນ ການລັກລອບການນຳເຂົ້າສິນຄ້າປະເພດຕ່າງໆ ແບບຜິດກົດໝາຍ ແລະ ສິນຄ້າທີ່ໝົດອາຍຸ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...