ໃນກອງປະຊຸມຄັ້ງນີ້, ປະທານ ກອງປະຊຸມ ໄດ້ກ່າວເນັ້ນໃຫ້ທຸກບໍລິສັດ ເລັ່ງເອົາໃຈໃສ່ປັບປຸງຄຸນນະພາບການບໍລິການອິນເຕີເນັດ ໃຫ້ໄດ້ຕາມມາດຕະຖານ ເພື່ອແກ້ໄຂຫາງສຽງຈົ່ມວ່າຈາກຜູ້ຊົມໃຊ້ ຊຶ່ງກະຊວງ ປທສ ກໍ່ໄດ້ແຕ່ງຕັ້ງທີມງານ ເພື່ອຕິດຕາມກວດກາ, ຖ້າເຫັນວ່າ ຍັງບໍ່ມີການປັບປຸງ, ກະຊວງຈະໃຊ້ມາດຕະການທີ່ເໝາະສົມ ເພື່ອຮັບປະກັນໃຫ້ຜູ້ຊົມໃຊ້ ໄດ້ຮັບບໍລິການທີ່ມີຄຸນນະພາບ ແລະ ລາຄາ ທີ່ສົມເຫດສົມຜົນ.
ໃນກອງປະຊຸມດັ່ງກ່າວ, ບັນດາບໍລິສັດ ກໍ່ໄດ້ລາຍງານແຜນການຂອງຕົນໃນການປັບປຸງຄຸນນະພາບບໍລິການ ໂດຍສະເພາະອິນເຕີເນັດຄວາມໄວສູງ ເຊັ່ນ ແຜນການຂະຫຍາຍໂຄງຂ່າຍ 4G ທົ່ວປະເທດ ໃນປີ 2017, ພ້ອມນັ້ນ ກໍ່ໄດ້ລາຍງານ ກ່ຽວກັບບັນດາອຸປະສັກ ໃນການປັບປຸງຄຸນນະພາບບໍລິການ ເປັນຕົ້ນ ອຸປະກອນສາຍສົ່ງທີ່ເກົ່າແກ່, ຄື້ນຄວາມຖີ່ບໍ່ພຽງພໍກັບຄວາມຕ້ອງການ ແລະ ການຊື້ສັນຍານອິນເຕີເນັດຈາກຕ່າງປະເທດ ທີ່ມີລາຄາແພງ ເຮັດໃຫ້ບໍ່ສາມາດລຸດລາຄາອິນເຕີເນັດໄດ້. ຕໍ່ການລາຍງານສະພາບບັນຫາອິນເຕີເນັດດັ່ງກ່າວ, ກະຊວງ ປທສ ໄດ້ແຈ້ງໂຈະຂໍ້ຕົກລົງ ເລກທີ 1075/ປທສ ລົງວັນທີ 13/03/2017 ແລະ ໃຫ້ທຸກບໍລິສັດ ປະຕິບັດລາຄາອິນເຕີເນັດແບບເກົ່າໄປກ່ອນ ຈົນກວ່າຈະມີການປັບປຸງຄຸນນະພາບບໍລິການອິນເຕີເນັດ ແລະ ຈະມີການຄົ້ນຄວ້າລາຄາອິນເຕີເນັດໃໝ່ ໃຫ້ຖືກລົງ. ຄຽງຄູ່ກັນນັ້ນ, ກະຊວງ ປທສ ໄດ້ສະເໜີໃຫ້ແຕ່ລະບໍລິສັດ ໄດ້ຄົ້ນຄວ້າຄືນ ຄື້ນຄວາມຖີ່ທີ່ຕ້ອງການ ແລ້ວສະເໜີກະຊວງ ເພື່ອພິຈາລະນາ ແນໃສ່ ປັບປຸງໂຄງຂ່າຍອິນເຕີເນັດໃຫ້ທົ່ວເຖິງ ແລະ ມີຄຸນນະພາບ.
ພາບແລະຂ່າວ: ສູນຂໍ້ມູນຂ່າວສານ ກະຊວງ ປທສ

