Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ຕຳຫຼວດ ມ້າງຂະບວນການສໍ້ໂກງຊັບພົນລະເມືອງທີ່ເປັນຕົວອັນຕະລາຍ

ເຈົ້າໜ້າທີ່ຕຳຫຼວດ ມ້າງຂະບວນການສໍ້ໂກງຊັບພົນລະເມືອງທີ່ເປັນຕົວອັນຕະລາຍ

Published on

ໃນວັນທີ 3 ມີນາ 2017 ຜ່ານມາ ທີ່ກົມຕຳຫຼວດສືບສວນ-ສອບສວນ ທ່ານພັນເອກ ຄຳຜອງ ວິຈິດ ຫົວໜ້າກົມ ໄດ້ຖະແຫຼງການສໍ້ໂກງຊັບພົນລະເມືອງທີ່ອັນຕະລາຍ ໂດຍແອບອ້າງວ່າ ສາມາດແລ່ນເອົາລູກຫຼານ ຂອງປະຊາຊົນເຂົ້າຮຽນຕຳຫຼວດ ຫຼືເປັນຕຳຫຼວດ ເຊິ່ງໄດ້ມີຜູ້ຕົກເປັນເຫຍື່ອແລ້ວຈຳນວນຫຼວງຫຼາຍ

ຫົວໜ້າກົມຕະຫຼວດສືບສວນ-ສອບສວນ ໄດ້ກ່າວວ່່າ: ພາຍຫຼັງໄດ້ຮັບແຈ້ງວ່າ ມີກຸ່ມຄົນຈຳນວນໜຶ່ງ ໄດ້ເຄື່ອນໄຫວຕົວະຍົວະປະຊາຊົນວ່າ ສາມາດແລ່ນເອົາລູກຫຼາຍຂອງເຂົາເຈົ້າ ເຂົ້າເປັນຕຳຫຼວດ ແລະຮຽນຕຳຫຼວດ ໂດຍມີການຈ້າງເງິນຈຳນວນຫຼາຍ, ເມື່ອຮູ້ແນວນັ້ນແລ້ວ ຈຶ່ງໄດ້ແຕ່ງຕັ້ງກຳລັງຕິດຕາມກວດກາ ຂະບວນການດັ່ງກ່າວ ແລະສາມາດຈັບຜູ້ກະທຳຜິດ ມາດຳເນີນຄະດີໄດ້ 4 ຄົນຄື: ທ້າວ ວົງສະຫວັນ ອາຍຸ 55 ປີ ຢູ່ບ້ານ ທາດຫຼວງເມືອງໄຊເສດຖາ, ນາງ ເຂັມເພັດ ອາຍຸ 56 ປີ ຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ, ນາງ ແສງມະນີ ອາຍຸ 23 ປີ ຢູ່ບ້ານສີວິໄລ ເມືອງໄຊທານີ ແລະນາງ ທອງໄພ່ ອາຍຸ 25 ປີ ຢູ່ບ້ານຄຳສະຫວາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ຜ່ານການສືບສວນ-ສອບສວນ ພວກກ່ຽວໄດ້ຮັບສາລະພາບວ່າ: ພວກຕົນໄດ້ເຄື່ອນໄຫວຕົວະຍົວະຫຼອກລວງປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ແລະທ້ອງຖິ່ນຕ່າງໆ, ໂດຍໄດ້ອ້າງວ່າ ຮູ້ຈັກຜ້ໃຫຍ່ທີ່ເປັນການນຳໃນກະຊວງ ປ້ອງກັນຄວາມສະຫງົບ ທີ່ສາມາດແລ່ນເຂົ້າຮຽນຕຳຫຼວດໄດ້, ໂດຍໄດ້ມີການປອມແປງເອກະສານທາງລັດຖະການເຊັ່ນ: ຂໍ້ຕົກລົງຂອງກະຊວງ ປກສ ວ່າດ້ວຍການຮັບຮອງເອົານັກຮຽນ ມໍ7 ເຂົ້າຮຽນນາຍສິບ ຢູ່ໂຮງຮຽນປ້ອງກັນເຄື່ອນທີ່ ເພື່ອຢັ້ງຢືນໃຫ້ຜູ້ເປັນເຫຍື່ອຫຼົງເຊື່ອ ແລະຍອມຈ່າຍເງິນກ່ອນທຸກຄັ້ງ ໃນເວລາເລີ່ມຕົ້ນແຕ່ 4-5 ພັນບາດ (ສະກຸນເງິນໄທ)/ຄົນ, ຖ້າຫາກແລ່ນບໍ່ໄດ້ແມ່ນຈະສົ່ງເງິນຄືນ ແລະພາຍຫຼັງໄດ້ເງິນມາກໍແບ່ງປັນກັນ, ມີຜູ້ຕົກເປັນເຫຍື່ອຂອງພວກເຂົາແລ້ວທັງໝົດ 52 ຄົນ ລວມມູນຄ່າການເສຍຫາຍຫຼາຍກວ່າ 464 ລ້ານກີບ ແລະ 7 ລ້ານກວ່າບາດ.

ຈາກກໍລະນີດັ່ງກ່າວ ຈຶ່ງຂໍຝາກເຕືອນມາຍັງປະຊາຊົນ ຈົ່ງມີສະຕິລະວັງຕົວຫຼາຍຂຶ້ນ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງຂະບວນການສໍ້ໂກງ ຊັບພົນລະເມືອງໃນຮູບແບບຕ່າງໆ ແລະຖ້າຫາກພົບເຫັນກຸ່ມຄົນທີ່ມີການເຄື່ອນໄຫວ ລັກສະນະທີ່ບໍ່ດີ ຂໍໃຫ້ແຈ້ງເຈົ້າໜ້າທີ່ໂດຍໄວ ເພື່ອຈະໄດ້ກວດກາ, ແກ້ໄຂໃຫ້ທັນການ ເພື່ອສະກັດກັ້ນ ບໍ່ໃຫ້ກຸ່ມຄົນບໍ່ດີເຫຼົ່ານັ້ນ ເຄື່ອນໄຫວຕົວະຍົວະເອົາຊັບສິນຂອງພົນລະເມືອງອີກຕໍ່ໄປ

ແຫຼ່ງຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...