spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ໂຫດ! ແກ້ງໂຈນໃຊ້ງ້ວງຟັນຄົນຊິງຊັບ! ພົບຊາຍ 1 ຄົນບາດເຈັບ ສ່ວນໂຈນຫຼົບໜີເຂົ້າກີບເມກ

ໂຫດ! ແກ້ງໂຈນໃຊ້ງ້ວງຟັນຄົນຊິງຊັບ! ພົບຊາຍ 1 ຄົນບາດເຈັບ ສ່ວນໂຈນຫຼົບໜີເຂົ້າກີບເມກ

Published on

ນະຄອນຫຼວງວຽງຈັນ ວັນອັງຄານ ວັນທີ4/4/2017.ເວລາ 09:00 ນາທີໄດ້ຮັບແຈ້ງເຂົ້າເບີສຸກເສີນ 1628 ວ່າມີຄົນຖືກຕີແລະຟັນດ້ວຍອາວຸດງ້າວຊີ່ງເອົາຊັບແມ່ນລົດຈັກເວບ 100 ເຂດເຈົ້າຟ້າງຸ່ມ ບ້ານສີຖານ ເມືອງສີໂຄດຕະບອງ ແຂວງນະຄອນຫລວງວຽງຈັນ.

ໜ່ວຍກູ້ໄພມູນນິທິຈີນໄດ້ອອກກວດສອບເຫດພົບຜູ້ບາດເຈັບເປັນເພດຊາຍ 1 ຄົນ (ຂໍບໍ່ເປີດເຜີຍຊື່ ແລະ ໜ້າຕາຂອງຜູ້ເສຍຫາຍ)  ເປັນຄົນຕ່າງແຂວງ ມາຊອກວຽກເຮັດ. ອາການເບື້ອງຕົ້ນແມ່ນ: ແຜເປີດບໍລິເວນກາງຫຼັງ 5 ຫາ 10 cm ແລະ ບໍລິເວນແຂນ 5 ຫາ 7 cm. ດັ່ງນັ້ນໜ່ວຍກູ້ໄພມູນນີທິຈີນໄດ້ປະຖົມພະຍາບານແລ້ວນຳສົ່ງໂຮງໝໍມະໂຫສົດ

ຈາກການສອບຖາມຜູ້ບາດເຈັບໄດ້ເລົ່າວ່າ ມີຜູ້ຊາຍ 3 ຫາ 4 ຄົນ ໄດ້ໃສ່ອາວຸດງ້າວຟັນແລະຕີເອົາລົດຂອງລາວໄປຕັ້ງແຕ່ຊ່ວງເວລາປະມານ 4 ໂມງເຊົ້າ. ຈົນຮອດເວລາປະມານ 9:00 ຈິ່ງມີຜູ້ມາພົບເຫັນ ແລະ ໂທແຈ້ງໜ່ວຍກູ້ໄພເຂົ້າມາໃຫ້ການຊ່ວຍເຫຼືອ.

ພາບຂ່າວສານຈາກ: ອາສາກູ້ໄພ ກະຕູນ 1628

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...