spot_img
Homeຂ່າວຕ່າງປະເທດ15 ປະເທດທີ່ "ທຣັມ" ສັ່ງໃຫ້ຈັບຕາເປັນພິເສດ ເຊື່ອເປັນເຫດເຮັດໃຫ້ສະຫະລັດຂາດດູນການຄ້າ

15 ປະເທດທີ່ “ທຣັມ” ສັ່ງໃຫ້ຈັບຕາເປັນພິເສດ ເຊື່ອເປັນເຫດເຮັດໃຫ້ສະຫະລັດຂາດດູນການຄ້າ

Published on

ເມື່ອວັນທີ 31 ມີນາ 2017 ທີ່ຜ່ານມາ ສຳນັກຂ່າວເອຟພີລາຍງານວ່າ ປະທານາທິບໍດີ ໂດນັລ ທຣັມ ອອກຄຳສັ່ງໃຫ້ເຈົ້າໜ້າທີ່ລະບຸລາຍຊື່ປະເທດທີ່ເອົາປຽບການຄ້າກັບສະຫະລັດຈົນເຮັດໃຫ້ຂາດທຶນເກືອບ 50,000 ລ້ານໂດລາ ເພື່ອຈະແກ້ໄຂພາວະການຂາດດູນທາງການຄ້າຂອງສະຫະລັດ ເຊິ່ງນອກຈາກຈະມີຈີນທີ່ຖືກຈັບຕາເບິ່ງເປັນພິເສດແລ້ວ ຍັງມີປະເທດໄທ, ຍີ່ປຸ່ນ, ເຢຍລະມັນ,​ເມັກຊິໂກ, ໄອແລນ, ຫວຽດນາມ, ອິຕາລີ,​ ເກົາຫຼີໃຕ້, ອິນເດຍ, ຝຣັ່ງ, ສະວິດເຊີແລນ, ອິນໂດເນເຊຍ, ໄຕ້ຫວັນ ແລະ ການາດາ ຄວາມເຄື່ອນໄຫວນີ້ນັບເປັນປະຕິບັດການທີ່ແຂງກະດ້າງຈາກລັດຖະບານທຣັມ.

ທ່ານ ວິລເບີ ຣອສ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຂອງສະຫະລັດກ່າວວ່າ ຄຳສັ່ງທີ່ອອກມານັ້ນມຸ້ງເປົ້າວິເຄາະສະພາບເຫດການອອກເປັນແຕ່ລະປະເທດ ແລະ ລາຍການຜິລິດຕະພັນ ພາຍໃນ 90 ມື້ ແຕ່ລະປະເທດທີ່ມີລາຍຊື່ນັ້ນຕ້ອງລາຍງານທຣັມໃຫ້ຮັບຮູ້ ທາງສະຫະລັດຈະກວດສອບຫຼັກຖານການໂກງ ການມີພຶດຕິກຳທີ່ບໍ່ສອດຄ່ອງໃນເລື່ອງການຄ້າທີ່ບໍ່ເປັນໄປຕາມສັນຍາກັນໄວ້ ຮວມໄປເຖິງການກວດສອບການຜ່ອນພັນດ້ານການຄ້າ ບັນຫາອັດຕາການແລກປ່ຽນ ແລະ ບັນຫາເລື່ອງຂໍ້ຈຳກັດຕ່າງໆ ຂອງອົງກອນການຄ້າໂລກ.

ເຖິງຢ່າງໃດກໍ່ຕາມ ທ່ານ ຣອສໄດ້ກ່າວຕື່ມອີກວ່າ ທາງສະຫະລັດບໍ່ໄດ້ຕ້ອງການປະຕິບັດການແກ້ແຄ້ນ ຫຼື ເໝົາລວມວ່າທັງໝົດຈົງໃຈເອົາປຽບສະຫະລັດ ເພາະບາງກໍລະນີຕ້ອງຍອມຮັບວ່າ ຄູ່ແຂ່ງໄດ້ເຮັດຜະລິດຕະພັນລາຄາຖືກກວ່າສະຫະລັດອາເມລິກາແທ້.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...