spot_img
Homeຂ່າວເຫດການອົງການອຸຍນີເຊັບ ໃຫ້ທຶນຊ່ວຍເຫຼືອຂະແໜງການສຶກສາ

ອົງການອຸຍນີເຊັບ ໃຫ້ທຶນຊ່ວຍເຫຼືອຂະແໜງການສຶກສາ

Published on

ໃນວັນທີ 28 ມີນາ 2017 ເວລາ 14:00 ໂມງຜ່ານມາ ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ແລະ ອົງການ​ອຸຍ​ນີ​ເຊັບ (UNICEF) ປະຈຳ​ລາວ ໄດ້​ຈັດ​ພິທີ​ເຊັນ​ສັນຍາ​ການ​ຊ່ວຍເຫຼືອ​ຂະແໜງ​ສຶກ​ສາ ແລະກີລາ ປະຈຳສົກ​ປີ 2017-2018 ຂຶ້ນ​ທີ່​ກະຊວງ​ສຶກ​ສາ​ທິການ ແລະກີລາ ຮ່ວມ​ລົງ​ນາມລະຫວ່າງທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນທະ​ບູນ ລັດຖະມົນຕີ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ແລະທ່ານ​ນາງ ຮົງ​ເວີຍ​ກາວ ຕາງໜ້າ​ຈາກ​ອົງການ​ອຸຍ​ນີ​ເຊັບ ປະຈຳ​ລາວ ມີ​ພະນັກງານ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ອົງການ​ອຸຍ​ນີ​ເຊັບ ​ໄດ້​ສ້າງແຜນ​ປະຕິບັດ​ງານ​ການ​ຊ່ວຍເຫຼືອແກ່​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ປະຈຳ​ສົກ​ປີ 2017-2018 ໂດຍ​ອີງ​ຕາມ​ແຜນການ​ຮ່ວມ​ມື ແຕ່​ປີ 2017-2021 ສຳລັບ​ວຽກງານ​ການ​ສຶກ​ສາກ່ອນ​ໄວ​ຮຽນ ​ອົງການ​ອຸຍ​ນີ​ເຊັບ​ໄດ້​ສືບຕໍ່​ສ້າງຄວາມ​ເຂັ້ມແຂງ​ ແກ່​ການ​ບໍ​ລິຫານ​ການ​ສຶກ​ສາກ່ອນ​ໄວ​ຮຽນ ລວມ​ທັງ​ຂະຫຍາຍ​ແຜນ​ງານ ການ​ກຽມ​ຄວາມ​ພ້ອມ​ໃຫ້​ແກ່ເດັກ​ໃນ​ຊຸມ​ຊົນ ໂດຍ​ໃຫ້​ສອດຄ່ອງ​ກັບ​ບຸລິມະສິດ​ຂອງ​ແຜນ​ພັດທະ​ນາ​ການ​ສຶກ​ສາ ແລະ ກີລາ ໂດຍ​ເນັ້ນ​ໃສ່​ບາງ​ໜ້າ​ວຽກ​ດັ່ງນີ້ ປັບປຸງ​ນະໂຍບາຍ ແລະ ມາດ​ຕະຖານ​ຂອງ​ການ​ສຶກ​ສາກ່ອນ​ໄວຮຽນ ປັບປຸງ​ຄຸນະພາບ​ການ​ສຶກສາ​ສຳລັບ​ຫ້ອງ​ກຽມ​ປະຖົມ ຂະຫຍາຍ​ແຜນ​ງານ​ການ​ກຽມຄວາມ​ພ້ອມ​ຂອງ​ເດັກ​ໃນ​ຊຸມ​ຊົນ ແລະ ແຜນ​ງານ​ການ​ຕອບ​ໂຕ້​ກັບໄພພິບັດ ງົບປະມານ​ສຳລັບ​ປີ 2017 ຈຳນວນ 722.500 ໂດລາ​ສະຫະລັດ ຫຼື ປະມານ 5,8 ຕື້ກີບ ແລະ ປີ 2018 ປະມານ 1,3 ຕື້​ກີບ.

ສ່ວນ​ວຽກ​ງານ​ປະຖົມ​ສຶກ​ສາ ອົງການ​ອຸຍ​ນີ​ເຊັບ​ໄດ້​ສືບຕໍ່​ສະໜັບສະ​ໜູນ​ການ​ປັບປຸງ​ຄຸນະພາບການ​ສຶກ​ສາ​ຊັ້ນ​ປະຖົມ ໂດຍ​ສະເພາະ ປັບປຸງ​ແຜນ​ນະໂຍບາຍ ແລະ ລະບົບ​ການ​ປະ​ເມີນ​ຜົນການ​ຮຽນ​ຂອງ​ນັກຮຽນ ປັບປຸງຄຸນະພາບ​ການ​ສິດສອນ​ຂອງ​ຄູລວມ​ທັງ​ວຽກ​ງານ​ນິເທດ​ພາຍ​ໃນ ແລະ ພາຍ​ນອກ ປັບປຸງ​ລະບົບການ​ບໍລິຫານ ແລະ ຄຸ້ມ​ຄອງໂຮງຮຽນ ໃຊ້​ງົບປະມານ​ສຳລັບ​ປີ 2017 ປະມານ 9 ຕື້​ກີບ ແລະ ປີ 2018 ປະມານ 800 ລ້ານ​ກີບ ນອກຈາກ​ນັ້ນ ອົງການ​ອຸຍ​ນີ​ເຊັບ ຍັງ​ສືບຕໍ່​ໃຫ້ການ​ສະໜັບສະໜູນ ການ​ສະໜອງ​ນ້ຳ​ສະອາດ ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ທາງດ້ານ​ສຸ​ຂະ​ອະນາໄມ ໃຫ້​ແກ່​ບັນດາ​ໂຮງຮຽນ​ອະນຸບານ ແລະ ໂຮງຮຽນ​ປະຖົມ​ຢູ່​ເມືອງ​ເປົ້າ​ໝາຍ​ຂອງ​ໂຄງການ​ຈຳນວນ​ໜຶ່ງ ​ໃນມູນ​ຄ່າ​ປະມານ 1,1 ຕື້​ກີບ.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...