Homeນານາສາລະເຊັກດ່ວນ! ມີຂີ້ແມງວັນຢູ່ 7 ຕຳແໜ່ງຈະເປັນແບບນີ້

ເຊັກດ່ວນ! ມີຂີ້ແມງວັນຢູ່ 7 ຕຳແໜ່ງຈະເປັນແບບນີ້

Published on

ຕາມຄວາມເຊື່ອທີ່ມີມາແຕ່ດົນນານທີ່ເລົ່າຕໍ່ໆກັນມາ ເຊິ່ງຫຼາຍໆເລື່ອງ ບໍ່ວ່າຈະເຮັດຫນັກໍລ້ວນແລ້ວແຕ່ເປັນຄວາມເຊື່ອ ເຊັ່ນດຽວກັບເລື່ອງຂີ້ແມງວັນ ວ່າມີບ່ອນໃດດີ ຫຼືມີຢູ່ບ່ອນໃດເປັນຄົນແບບໃດ, ມື້ນີ້ລາວໂພສຕ໌ ຈະເອົາຄວາມເຊື່ອກ່ຽວກັນໃຜ ທີ່ມີຂີ້ແມງວັນຢູ່ 7 ຈຸດນີ້ ເປັນຄົນແນວໃດ ໄປເບິ່ງນຳກັນເລີຍ

  1. ຢູ່ຫາງຄິ້ວ: ເປັນຄົນມັກເດີນທາງ ແລະມີໂອກາດໄດ້ໄປທ່ຽວຢູ່ສະເໝີ ບາງຄົນເຖິງຂັ້ນໄດ້ເຮັດວຽກກ່ຽວກັບຕ່າງປະເທດ ຕ້ອງໄດ້ເດີນທາງໄປຕ່າງປະເທດຕະຫຼອດ
  2. ເປືອກຕາຂວາ: ຖ້າເປັນຜູ້ຊາຍຈະບໍ່ສົມຫວັງເລື່ອງຄວາມຮັກ, ແຕ່ຖ້າເປັນຜູ້ຍິງ ຈະເປັນຄົນທີ່ມີຜູ້ຊາຍມາອຸປະຖຳ ແຕ່ມັກທາງກາມະຄຸນ
  3. ຮີມປາກເບື້ອງເທິງ: ໃຜທີ່ມີຂີ້ແມງວັນຢູ່ຮີມປາກ ຈະເປັນຄົນທີ່ມີສະເໜ ແລະໜ້າຄົບຫາສະມາຄົມນຳ, ນອກຈາກນີ້ ຍັງເປັນຄົນທີ່ໃສ່ໃຈລາຍລະອຽດເລື່ອງຮອບຕົວ ໂດຍສະເພາະເລື່ອງອາຫານ
  4. ຝາມື:​ ຈະມີຊື່ສຽງ, ມີປັນຍາດີ ແລະສາມາດເຮັດໃຫ້ຄົນອື່ນຄ້ອຍໄປນຳ
  5. ຝາຕີນ: ເປັນຄົນມັກເຂົ້າສັງຄົມ, ເປັນຄົນສະໜຸກສະໜານ ເຊິ່ງຄົນປະເພດນີ້ ມັກເປັນສູນກາງ ສາມາດເຮັດໃຫ້ຄົນອື່ນຄ້ອຍຕາມໄປນຳ
  6. ໂໜກແກ້ມ: ມີຂີ້ແມງວັນຢູ່ຈຸດນີ້ ຈະສາມາດສ້າງຄວາມປະທັບໃຈໃຫ້ຄົນອື່ນ ແລະມັກປະສົບຄວາມສຳເລັດໃນຊີວິດ
  7. ຢູ່ລະຫວ່າງກາງຄິ້ວ: ມີຄວາມເຊື່ອວ່າ ມີຂີ້ແມງວັນຢູ່ຕຳແໜ່ງນີ້ ຈະເປັນຄົນໂຊກດີເລື່ອງວຽກງານ ມີຄວາມຈະເລີນກ້າວໜ້າ ແລະຍັງໄດ້ຮັບເງິນເດືອນເພີ່ມຂຶ້ນອີກດ້ວຍ

ແນວໃດກໍຕາມ ທີ່ກ່າວມານັ້ນ ກໍເປັນພຽງຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...