ເສັ້ນທາງຂອງຊີວິດ ແລະ ຫົວໃຈ ຕອນທີ 12

ຕອນທີ 12 ຮັກໝົດໃຈ ແຕ່ອຸປະສັກນັບພັນ

ຄືນນີ້ຫຼັງຈາກທີ່ແມ່ເຂົ້າຫ້ອງນອນໄປແລ້ວ ນາຍນ້ອຍເອກກໍ່ໂທລະສັບໄປຫາແມ່ບ້ານບອກໃຫ້ເຮັດນົມຂຶ້ນມາສົ່ງໃຫ້ທີ່ຫ້ອງສະໝຸດ ນີ້ເປັນວັນທີສາມວັນທີ່ ອາລີ້ ຕ້ອງໄປຕອບຄຳຖາມທີ່ຄ້າງຄາກັບນາຍນ້ອຍເອກໄວ້ວັນນັ້ນ ອາລີ້ຈິ່ງສະເໜີຕົວເອົານົມຈອກນັ້ນມາສົ່ງໃຫ້ນາຍນ້ອຍເອງ ເຊິ່ງເອື້ອຍສອນກໍ່ຍິນດີທີ່ສຸດເພາະ ກຳລັງເບິ່ງພະນາງໃນລະຄອນສາກທີ່ກຳລັງເຂົ້າດ້າຍເຂົ້າເຂັມພໍດີ ເລີຍບໍ່ຢາກລຸກໜີໄປທາງໃດ ນີ້ຈິ່ງຖືເປັນໂອກາດດີອີກຄັ້ງສຳລັບອາລີ້ ທີ່ຈະໄດ້ໄປພົບກັບນາຍນ້ອຍ.

ຂ້ອຍ ”ອາລີ້” ຕອນຖືຈອກນົມຍ່າງເຂົ້າໄປໃນເຮືອນໃຫຍ່ກໍ່ຮູ້ສຶກໃຈສັ່ນເລັກນ້ອຍ ແຕ່ຍ່າງເຂົ້າໄປໄກ້ຫ້ອງສະໝຸດຍິ່ງຮູ້ສຶກໃຈເຕັ້ນຖີ່ຂຶ້ນ ອາດເປັນເພາະຕື່ນເຕັ້ນກັບຄຳຕອບຂອງມື້ນີ້ ຂ້ອຍຄ່ອຍໆປິດໄລປະຕູແລ້ວຢູ່ເຂົ້າໄປຊ້າໆ ກ່ອນທີ່ຈະຍ່າງວິດປະຕູແລ້ວອັດປະຕູຫ້ອງເຂົ້າ ເຫັນນາຍນ້ອຍເອກກຳລັງນັ່ງທ່າຂາໄຂ່ວຫ້າງ ແຂນຂ້າງໜຶ່ງກ່າຍໂຕະຢ່າງເທ້ ເຖິງຈະເຮັດໜ້ານິ້ງແຕ່ສາຍຕານີ້ອັນຕະລາຍລະລາຍໃຈສາວແບບສຸດໆ ຈ້ອງມາເບິ່ງທີ່ຂ້ອຍຢ່າງບໍ່ກະພິບຕາປານຈະກືນກິນຂ້ອຍລົງໄປທັງຕົວ ຕອນນັ້ນຂ້ອຍຄິດຢູ່ໃນໃຈວ່າ “ງານເຂົ້າແລ້ວເຮົາ” ຂ້ອຍຢືນນິ້ງບໍ່ເໜັງຕີງໄປທາງໃດ ຢູ່ໆນາຍນ້ອຍເອກກໍ່ລຸກຈາກຕັ່ງແລ້ວຍ່າງກາຍຂ້ອຍໄປລັອກປະຕູຫ້ອງໄວ້ ຕອນນັ້ນຫົວໃຈຂ້ອຍແຮງສັ່ນໄຫວ ໃນສະໝອງຄິດທະລຶ້ງອອກມາວ່າ: “ເຊັດແທ້ເຮົາ” ກ່ອນທີ່ຂ້ອຍຈະຫັນຕົວກັບໄປເບິ່ງນາຍນ້ອຍທີ່ຢືນຢູ່ຂ້າງຫຼັງ ມືໜຶ່ງຈັບຈອກນົມໄວ້ແໜ້ນ ແລ້ວນາຍນ້ອຍກໍ່ຈັບເອົາຈອກນົມຈາກມື້ຂ້ອຍ ແລ້ວຈັບມື້ຂ້ອຍອີກຂ້າງຍ່າງໄປພ້ອມໆກັນ ເມື່ອຮອດໂຕະນາຍນ້ອຍເອກໄດ້ວາງຈອກນົມລົງ ຈາກນັ້ນກໍ່ໃຊ້ມືໜຶ່ງໂອບງ່ອນຄໍຂ້ອຍໄວ້ ມືໜຶ່ງໂອບໜ້າຂ້ອຍໄວ້ ກ່ອນທີ່ຈະດຶງເຂົ້າມາຈູບຢ່າງລະມຸນ ຕອນນັ້ນຍອມຮັບເລີຍວ່າຮູ້ສຶກເຄີ້ບເຄີ້ມໄປກັບຣົດຈູບຂອງນາຍນ້ອຍເອກ ເພາະນາຍນ້ອຍເອກຈູບໄດ້ດີມີຄວາມນຸ້ມນວນສຸດ ນີ້ເປັນຈູບທຳອິດຂອງຂ້ອຍຈິ່ງຄິດວ່າຈູບຂອງນາຍນ້ອຍນີ້ດີທີ່ສຸດແລ້ວລະໃນເວລານີ້ ຂ້ອຍເຄີ້ມໄປພັກໃຫຍ່ກໍ່ຄິດຊວດຂຶ້ນມາໄດ້ “ໂອ້! ຕາຍ! ຕາຍ! ນີ້ເຮົາເກີນເລີຍໄປໄກແລ້ວຕວະນິ” ຄິດອອກປຸ໊ບ ສະຕິມາປັບ! ຟ້າວຢູ່ນາຍນ້ອຍເອກອອກຫ່າງທັນທີ ແຕ່ນາຍນ້ອຍເອກກໍ່ຍັງຈະເຂົ້າມາກອດຈູບຂ້ອຍຊ້ຳອີກ ແຕ່ຄັ້ງນີ້ຕ້ອງແບກໄວ້ກ່ອນທີ່ຂ້ອຍເອງນີ້ແຫຼະຈະອົດໃຈບໍ່ໄຫວເລື່ອງຈະບັງເກີດເລື່ອງວຸ້ນວາຍໄດ້ ນາຍນ້ອຍເອກໄດ້ເວົ້າກັບຂ້ອຍດ້ວຍນ້ຳສຽງນຸ້ມນວນວ່າ “ຄິດຮອດເດະ! ບໍ່ໄດ້ລົມນຳເກືອບ 3 ມື້ແລ້ວ! ມື້ນີ້ຄົບຮອບວັນທີ່ເຈົ້າຈະມາຕອບຂ້ອຍແລ້ວຕົກລົງເຈົ້າຍິນດີຈະພິຈາລະນາຂ້ອຍ ຫຼື ບໍ່”

ຈັ່ງໃດດີລະເຮົາ! ແຕ່ກ່ອນຈະສະເຫຼີຍຄຳຕອບໄປຂ້ອຍໄດ້ກ່າວບາງຢ່າງກັບນາຍນ້ອຍເອກວ່າ: “ນາຍນ້ອຍເອກຂະນ້ອຍເປັນຄົນແຍກແຍະຮັກ, ຊັງ ອອກໄດ້ຢ່າງຊັດເຈນ ກ່ອນຈະຄົບກັບຂະນ້ອຍ ນາຍນ້ອຍເອກໃຫ້ສັນຍາໄດ້ ຫຼື ບໍ່! ເຖິງວ່າມື້ໜ້າຈະເປັນແນວໃດ! ນາຍນ້ອຍເອກຈະບໍ່ມີວັນນອກໃຈຂະນ້ອຍ”

ນາຍນ້ອຍເອກຍິ້ມໜ້າບານກ່ອນຕອບກັບວ່າ: “ຂ້ອຍໃຫ້ສັນຍາ! ຂ້ອຍຈະບໍ່ມີມື້ນອກໃຈເຈົ້າ” ກ່ອນຈະໂນ້ມໜ້າລົງມາເຮັດທ່າທີຈະຈູບຂ້ອຍອີກ ແຕ່ຂ້ອຍກໍ່ຫຼົບແລ້ວເວົ້າອີກວ່າ: “ຖ້າມື້ໃດນາຍນ້ອຍເອກຜິດຄຳສັນຍາ”
ນາຍນ້ອຍເອກຖາມກັບຄວາມຢາກຮູ້ວ່າ: “ແລ້ວຈະເກີດຫຍັງຂຶ້ນ”
ອາລີ້: “ຖ້າມື້ໃດນາຍນ້ອຍເອກຜິດຄຳສັນຍາ! ກໍ່ຖືວ່າສັນຍາຮັກລະຫວ່າງເຮົາຈະຈົບສິ້ນທັນທີ ແລະ ຂະນ້ອຍຈະຈາກນາຍນ້ອຍໄປຕະຫຼອດຊີວິດ”
ນາຍນ້ອຍເອກ: “ໄດ້ຂ້ອຍໃຫ້ສັນຍາ”
ອາລີ້: “ເມື່ອນາຍນ້ອຍເອກສັນຍາແລ້ວ! ຂະນ້ອຍກໍ່ຈະເປີດໃຈຄົບກັບນາຍນ້ອຍໃນຖານະຄົນຮັກ”
ນາຍນ້ອຍເອກໄດ້ຍິນອາລີ້ເວົ້າແບບນີ້ກໍ່ດີໃຈສຸດໆ ແຕ່ເພື່ອຄວາມແນ່ໃຈ ນາຍນ້ອຍເອກຈິ່ງຖາມຊ້ຳອີກວ່າ: “ອາລີ້! ທີ່ເຈົ້າເວົ້າມານັ້ນແມ່ນຄວາມຈິງບໍ່! ຂ້ອຍບໍ່ໄດ້ຫູຝາດໄປແມ່ນບໍ່”
ອາລີ້ ຕອບກັບໄປແບບໜ້າຕາສື່ໆວ່າ: “ຈິງແທ້ຍິ່ງກວ່າຄຳນ້ຳໜຶ່ງ”
ນາຍນ້ອຍເອກທັງດີໃຈ ທັງຮູ້ສຶກແປກໆກັບຄຳທີ່ວ່າ “ຈິງແທ້ຍິ່ງກວ່າຄຳນ້ຳໜຶ່ງ” ເລີຍເອີ່ຍກັບອາລີ້ໄປວ່າ: “ຂ້ອຍມັກຄຳນີ້ຂອງເຈົ້າຫຼາຍ”

ຈາກນັ້ນນາຍນ້ອຍເອກ ກໍ່ຈົກກັບແຫວນຄຳ ໃນຖົງໂສ້ງຂອງຕົນເອງອອກມາ ກ່ອນທີ່ຈະຈັບເອົາແຫວນຄຳ(ແຫວນກ້ຽງບໍ່ມີລາຍ ວົງລະ 2 ສະລຶງ) ຂອງແມ່ຍິງມາສວມໃສ່ນິ້ວນາງຂ້າງຊາຍຂອງອາລີ້ ແລະ ເອົາແຫວນຜູ້ຊາຍມາສວມໃສ່ນິ້ວນາງຂ້າງຊາຍຂອງຕົນເອງ, ອາລີ້ຮູ້ສຶກແປກໃຈເລັກນ້ອຍເມື່ອເຫັນນາຍນ້ອຍເອກເຮັດແບບນີ້ ຈິ່ງຖາມໄປດ້ວຍຄວາມຢາກຮູ້ວ່າ: “ນີ້ມັນໝາຍຄວາມວ່າແນວໃດ”

ນາຍນ້ອຍເອກ: “ມັນເປັນສັນຍາລັກຂອງຄູ່ຮັກ” ເມື່ອເວົ້າສຸດກໍ່ຈັບອາລີ້ພິກຕົວແລ້ວແນມກອດອາລີ້ຈາກດ້ານຫຼັງກ່ອນເວົ້າຕໍ່ໄປອີກວ່າ: “ອາລີ້! ມື້ຂ້ອຍພາເຈົ້າໄປຮ້ານແຫວນມື້ນັ້ນຂ້ອຍຮູ້ວ່າເປັນວັນເກີດເຈົ້າ ວ່າຈະໄປຊື້ແຫວນໃຫ້ເປັນຂອງຂັວນ ແລະ ວ່າຈະຂໍເຈົ້າເປັນແຟນ ແຕ່ມື້ນັ້ນເຫດການບໍ່ອຳນວຍຄວາມສະດວກປານໃດຂ້ອຍເລີຍປ່ອຍຜ່ານມາຮອດມື້ນີ້ ແຫວນສອງວົງນີ້ ມີພຽງຄູ່ດຽວໃນໂລກ ເພາະຂ້ອຍສະລັກຊື່ຂອງຄົນເຮົາໄວ້ໃນວົງແຫວນ ເຈົ້າມັກມັນ ຫຼື ບໍ່”

ອາລີ້ ຕອບດ້ວຍຮອບຍິ້ມໃນອ້ອມກອດຂອງຊາຍທີ່ຮັກວ່າ: “ມັກຫຼາຍ! ມັກເໝາະສົມກັບສອງຄົນເຮົາຫຼາຍ”

ຄືນນີ້ເປັນໜຶ່ງຄືນທີ່ຫົວໃຈຂອງທັງຄູ່ເປັນສີຊົມພູ ຮູ້ສຶກມີຄວາມສຸກໄປ 9 ສະຫວັນຊັ້ນຟ້າ ອາລີ້ ກັບ ນາຍນ້ອຍເອກ ຫຼັງອອກມາຈາກຫ້ອງສະໝຸດກໍ່ຍິ້ມໜ້າບານເກັບອາການໄວ້ບໍ່ໄດ້ ນາຍນ້ອຍກັບຂຶ້ນໄປທີ່ຫ້ອງນ້ອຍ ແລ້ວເອນກາຍນອນລົງບ່ອນນອນນຸ້ມໆຫອມໆ ເມືອຫຼັບຕາລົງຄັ້ງໃດກໍ່ຄິດເຫັນພາບຈູບອັນແສນຫອມຫວານນັ້ນ ເຊັ່ນດຽວກັນກັບອາລີ້ ຄືນນີ້ຊ່າງເປັນຄືນທີ່ຝັນດີໂດຍແທ້ຄວາມອົບອຸ່ນຈາກອ້ອມກອດ ແລະ ຣົດຈູບອັນນຸ້ມນວນຫອມຫວານດັ່ງຄຣີມຟອງນົມຢັງຕິດສົບຕິດປາກຕິດໃຈບໍ່ຈາງຫາຍ ທັງສອງເຄີ້ມເຂີນໄປຫຼາຍເວລາຈິ່ງຄ່ອຍຫຼັບນອນລົງໄດ້.

ເຊົ້າຂຶ້ນມາຫຼັງຈາກກິນອາຫານເຊົ້າແລ້ວ ນາຍນ້ອຍເອກກໍ່ຕ້ອງໄດ້ອອກໄປທີ່ບໍລິສັດກັບແມ່ອີກຕາມເຄີຍ ເພາະມີເລື່ອງຕ້ອງໄປສະສາງຊ່ວຍ, ເມື່ອເຈົ້ານາຍອອກໄປໝົດ ເຮືອນຫຼັງໃຫຍ່ໂຕກໍ່ຍັງຄົງເຫຼືອແຕ່ຄົນຮັບໃຊ້ ໃນລະຫວ່າງທີ່ອາລີ້ກຳລັງລ້າງຖ້ວຍລ້າງຈານຢູ່ນັ້ນ ເອື້ອຍສອນທີ່ກຳລັງປັດກວດເຮືອນຄົວສາຍຕາກໍ່ແວັ໊ບ…ແວັບ ໄປເຫັນແຫວນຄຳທີ່ຢູ່ນິ້ວມືຂອງອາລີ້ ຈິ່ງເກີດຄວາມສົນໃຈຈິ່ງຟ້າວໄປຈັບມື້ຊ້າຍຂອງອາລີ້ເຂົ້າມາເບິ່ງໃກ້ໆ ເມື່ອສັງເກດເບິ່ງແຫວນທີ່ມືອາລີ້ພັກໜຶ່ງແລ້ວກໍ່ເງີຍໜ້າຂຶ້ນມາເບິ່ງໜ້າອາລີ້ແລ້ວຖາມວ່າ:

ເອື້ອຍສອນ: “ອາລີ້! ຈັກສະລິງວົງນິ”
ອາລີ້ ໜ້າຕາຕື່ນ ແລະ ຄິດໃນໃຈວ່າ (ອຸ້ຍຕາຍ! ຈັກສະລຶງລະບາດນິ) ແຕ່ກໍ່ຕອບມົ້ວໄປວ່າ: “ໜຶ່ງສະລຶງ”
ເອື້ອຍສອນ: “ໄອຍະ! ນ້ອງນາງກູມາເຮັດວຽກປີປາຍມີຂີ້ເຂັມຂຶ້ນ! ໜຶ່ງສະລຶງແທ້ຫວາເບິ່ງຄືສີແໜ້ນໆໃດ໋! ບໍ່ແມ່ນຫຼາຍກວ່ານັ້ນຫວານ້ອງ ໃສຖອດມາໃຫ້ເອື້ອຍລອງຊຸບເບິ່ງແນ່ດູ”
ອາລີ້: “ໂອຍຍຍຍ! ສິລອງເຮັດຫຍັງເດເອື້ອຍແຫວນຂອງນ້ອງມັນວົງນ້ອຍໆ ບໍ່ກ້າປົດໄປທຽບຂ້າງແຫວນທີ່ຢູ່ໃນມືເຈົ້າດອກ! ກະສະລຶງດຽວຫັ້ນລະເອື້ອຍ! ນ້ອງບໍ່ມີປັນຍາໄປຊື້ຮອດສອງສະລຶງມາໃສ່ດອກ ເງິນເດືອນໜ້ອຍໆໜຶ່ງ! ຖ້ອນຈົນນ້ຳງາມຍ້ອຍກວ່າຈະໄດ້”
ເອື້ອຍສອນຍິ້ມ: “ເອີ້! ຍັງມີອີກເລື່ອງໜຶ່ງ! ຄືນວານນີ້ເຈົ້າຄືໄປສົ່ງນົມໃຫ້ນາຍນ້ອຍດົນແທ້”
ອາລີ້ ຍີ້ມເຈື່ອນໆກ່ອນຕອບໄປວ່າ: “ອື…! ພໍດີເອົານົມໃຫ້ນາຍນ້ອຍແລ້ວ ຂາກັບກໍ່ໄປແວ່ຫຼິ້ນກັບລູຊີ້ ກັບ ຈຳໂບ້ກ່ອນ ເພາະນອນບໍ່ຫຼັບ”
ເອື້ອຍສອນເຮັດໜ້າໂລກເອິກ: ”ເອີ….ແບບນີ້ເອງ ຄິດວ່າເກີນເລີຍລັກໄປຈູຈີກັບອ້າຍບ່າວຄົນຂັບລົດຊັ້ນດອກ”
ອາລີ້ຖອນຫາຍໃຈໂລກເອິກເບົາໆ ກ່ອນຈະຫັນມາຍິ້ມເຈື່ອນໆໃສ່ເອື້ອຍສອນອີກຮອບ

ທີ່ຫ້ອງການຮອງປະທານບໍລິສັດ (ຫ້ອງການປະຈຳຕຳແໜ່ງນູ່ນີ່) ເອກໄດ້ນັ່ງລົມກັບເອື້ອຍແບບສ່ວນຕົວໃນຫ້ອງກ່ຽວສິ່ງທີ່ຕົນໄດ້ພົບຈາກການໄປຢ່າງສຳຫຼວດຫວດການເບິ່ງຮອບໆບໍລິສັດເມື່ອວານນີ້ ເມື່ອຟັງນ້ອງຊາຍເວົ້າຈົບ ນູ່ນີ່ກໍ່ຮູ້ສຶກຕົກໃຈ ຈິ່ງເວົ້າກັບນ້ອງຊາຍອອກໄປວ່າ: “ແລ້ວນ້ອງຈະມີທາງແກ້ໄຂບັນຫາແນວ ໃດ ລອງເວົ້າມາດຸ”
ນາຍນ້ອຍເອກນັ່ງຊຶງໄປພັກໜຶ່ງຈິ່ງຕອບເອື້ອຍກັບໄປວ່າ: “ບໍ່ຮູ້ວ່າແຕ່ລະເດືອນຫົວໜ້າແຕ່ລະໜ່ວຍງານໄດ້ສົ່ງລາຍງານປະຈຳເດືອນຂຶ້ນມາໃຫ້ເອື້ອຍ ຫຼື ບໍ່!”
ນາຍຍິງນູ່ນີ່: “ທີ່ບໍລິສັດເຮົາໜ່ວຍງານທີ່ສົ່ງລາຍງານເຂົ້າມາໃຫ້ກໍ່ມີຝ່າຍບັນຊີ ກັບ ຝ່າຍການຕະຫຼາດ ນອກນັ້ນກໍ່ບໍ່ໄດ້ສົ່ງ”
ນາຍນ້ອຍເອກ: “ຝ່າຍການຜະລິດ, ບັນຊີສາງເຂົ້າ-ອອກ ບໍ່ໄດ້ສົ່ງເຂົ້າມາ”
ນາຍຍິງນູ່ນີ່: “ໜ່ວຍງານພວກນັ້ນບໍ່ໄດ້ສົ່ງດອກ! ເພາະຖ້າຢາກຮູ້ລາຍຮັບລາຍຈ່າຍຂອງເດືອນເຮົາກໍ່ເບິ່ງຈາກພະແນກບັນຊີການເງິນ, ສ່ວນເລື່ອງລູກຄ້າ, ຍອກການຂາຍສິນຄ້າແມ່ນເຮົາກໍ່ເບິ່ງນຳຝ່າຍການຕະ ຫຼາດຢ່າງດຽວ”
ນາຍນ້ອຍເອກ: “ແລ້ວເອື້ອຍນູ້ນີ່ໄດ້ລົງໄປຕິດຕາມໃກ້ຊິດຄົນງານແຕ່ລະໜ່ວຍງານ ເປັນປະຈຳຫຼືບໍ່”
ນູ່ນີ່ແນມເບິ່ງໜ້ານ້ອງແບບງົງໆກ່ອນຕອບກັບໄປວ່າ: “ກໍ່ມີໄປເດືອນລະເທື່ອ ເມື່ອໄປແລ້ວທຸກຢ່າງກໍ່ເປັນລະບົບຮຽບຮ້ອຍດີ ບາງຄັ້ງທີ່ເອື້ອຍບໍ່ໄດ້ລົງໄປເອງກໍ່ໃຫ້ເລຂາລົງໄປກວດກາເບິ່ງໃຫ້ກໍ່ບໍ່ມີຫຍງທີ່ຜິດປົກກະຕິ ນ້ອງມີຫຍັງຈະຖາມຕື່ມອີກບໍ່”
ນາຍນ້ອຍເອກຟັງທີ່ເອື້ອຍຂອງຕົນເວົ້າແລ້ວກໍ່ຮູ້ສຶກວ່າບໍລິສັດມີຊ່ອງຫວ່າງໃຫ້ຄົນບໍ່ຫວັງດີໄດ້ສວາຍໂອກາດຢູ່ຫຼາຍທາງ ຈິ່ງຖອນຫາຍໃນເບົາໆເຫືອກໜຶ່ງ ເພາະຫາກໍ່ຮຽນຈົບມາກໍ່ມາພົບກັບງານຫີນແລ້ວ ນາຍນ້ອຍເອກນິ້ງໄປພັກໜຶ່ງກ່ອນຈະເວົ້າກັບເອື້ອຍໄປວ່າ: “ເອື້ອຍນູ່ນີ່! ຊັ້ນນ້ອງຂໍເບິ່ງລາຍງານ 6 ເດືອນຍ້ອນຫຼັງຂອງການຕະຫຼາດ ໄດ້ ຫຼື ບໍ່”
ນາຍຍິງນູ່ນີ່: “ໄດ້! ແລ້ວເອື້ອຍຈະໃຫ້ເລຂາເອົາລາຍງານທັງໝົດມາໃຫ້ນ້ອງອ່ານ”

ນາຍນ້ອຍເອກນັ່ງອ່ານລາຍງານຢ່າງລະອຽດບໍ່ໃຫ້ຂາດຕົກເຫ່ຍພຽງແຕ່ວັກດຽວ ຕັ້ງແຕ່ເຊົ້າຈົນຮອດໂມງກິນເຂົ້າສວາຍ ກ່ອນນູ່ນີ້ ກັບ ເອກ ຈະອອກຈາກຫ້ອງການໄປກິນເຂົ້າສວາຍ ຢຸ້ຍກໍ່ມາຫາທັງສອງທີ່ຫ້ອງທັນທີ
ຢຸ້ຍຍົກມືໄຫວທັງທາຍເອື້ອຍນູ່ນີ່: “ສະບາຍດີເອື້ອຍນູ່ນີ່, ສະບາຍດີເອກ! ນີ້ກຳລັງຈະອອກໄປກິນເຂົ້າສວາຍແມ່ນບໍ່! ພໍດີເລີຍ ເກືອບຂ້ອຍມາບໍ່ທັນ”
ນາຍນ້ອຍເອກຢືນໜ້າຕາຍຕາມປົກກະຕິ ມີແຕ່ນູ່ນີ່ ທີ່ເວົ້າທັກທາຍດ້ວຍສີໜ້າຍິ້ມແຍ້ມ: “ລົມຫຍັງພັດນ້ອງສາວເອື້ອຍມາຮອດພີ້ນໍ້”
ຢຸ້ຍ: “ລົມຂອງຄວາມຄິດຮອດເອື້ອຍ ກັບຍາປ້າຫັ້ນລະ! ແຕ່…ກີ້ນີ້ນ້ອງໄປຫ້ອງຍາປ້າມາເລຂາເພິ່ນວ່າຍາປ້າອອກໄປທາງນອກວ່າຊັ້ນ! ນ້ອງກໍ່ເລີຍແວ່ມາຊວນເອື້ອຍໄປກິນເຂົ້າສວາຍນ້ຳກັນບໍ່ຄິດວ່າເອກຈະຢູ່ນີ້ພໍດີ! ເອກມາເຮັດຫຍັງ”
ເອກມິດບໍ່ຕອບ ເມື່ອເຫັນແບບນີ້ ນູ້ນີ່ຈິ່ງຕອບແທນ: “ເອກເລີ່ມມາເຮັດວຽກຢູ່ນີ້ໄດ້ 2 ມືແລ້ວ”
ຢຸ້ຍເຮັດໜ້າຕາຕື່ນຍ່າງເຂົ້າໄປຈະຈັບແຂນເອກ ແຕ່ເອກກໍ່ຫຼີກໜີດ້ວຍສີໜ້າເສີຍໆຄືເກົ່າ ເຮັດໃຫ້ຢຸ້ຍເສຍຟອມໄປເຕີບໜຶ່ງ ກ່ອນຈະເວົ້າແກ້ເຂີນໄປວ່າ: “ມາເຮັດວຽກກໍ່ບໍ່ບອກກັນເລີຍເນາະ!’
ນູ່ນີ້: “ເອົາລະ! ເຮົາຟ້າວໄປຫາຫຍັງກິນກ່ອນເຖາະ! ເພາະເອື້ອຍຫິວຈະຕາຍຢູ່ແລ້ວນິ”

ນູ່ນີ່ຍ່າງນຳໜ້າ, ເອກຍ່າງຕໍ່ມາກໍ່ຢຸ້ຍຍ່າງນຳມາຕິດໆ ຢຸຸ້ຍໄດ້ຍ່າງຮຽງຄ້າງກັບເອກດ້ວຍສີໜ້າຍິ້ມແຍ້ມ ເຊິ່ງຕ່າງຈາກເອກທີ່ມີສີໜ້າຄືກັບຢາເບື່ອໜູ.
ທີ່ໂຕະກິນເຂົ້າ ເອກກໍ່ນັ່ງມິດຕັ້ງໃຈກົ້ມໜ້າກົ້ມຕາກິນຍ່າງດຽວບໍ່ສົນທະນາກັບໃຜ ມີແຕ່ສອງສາວລົມກັນ ຢຸ້ຍຮູ້ດີວ່າເອກເປັນຄົນນິໃສແບບແນວໃດ ເພາະແຕ່ນ້ອຍຈົນໃຫຍ່ເອກກໍ່ເຮັດສີໜ້າທ່າທາງແບບນີ້ໃສ່ຕົນເອງຕະຫຼອດຢູ່ແລ້ວ ແຕ່ເພາະຄວາມມິດສຸຂຸມເປັນຜູ້ຊາຍເວົ້າໜ້ອຍແບບນີ້ ຈິ່ງເຮັດໃຫ້ເຮັດແຮງເບິ່ງແຮງຫຼໍ່ໃນສາຍຕາຢຸ້ຍ!

ເມື່ອສັງເກດໄປໂດຍຮອບຢຸ້ຍກໍ່ເຫັນແຫວນທີ່ນິ້ວນາງຂ້າງຊ້າຍຂອງເອກ ນາງຈິ່ງຈະດຸ້ງເລັກນ້ອຍແລ້ວເອີ່ຍຖາມໄປວ່າ: “ເປັນຫຍັງມື້ນີ້ເຈົ້າຈິ່ງໃສ່ແຫວນທີ່ນິ້ວນາງຂ້າງຊ້າຍ”

ພໍແຕ່ຢຸ້ຍທ້ວງ ນູ່ນີ່ຈິ່ງສະເດີດທ້ວງຕາມທັນທີ: “ອື້! ໃສ່ແຫວນນິ້ວນາງຂ້າງຊ້າຍໝາຍຄວາມວ່ານ້ອງຂ້ອຍມີເຈົ້າຂອງລະໃດ໋ນິ”

ຢຸ້ຍເຮັດໜ້າບໍ່ພໍໃຈເລັກນ້ອຍ ນາຍນ້ອຍເອກເລີຍເວົ້າຕັດຄວາມບໍ່ຢ່ກຕອບຫຍັງຍາວອອກໄປວ່າ:​ “ກໍ່ຂ້ອຍເປັນຄົນບໍ່ມີເຈົ້າຂອງແລ້ວ”

ນູ່ນີ່ຄິດວ່າຍິງທີ່ນ້ອງຊາຍຕົນເອງໝາຍເຖິງນັ້ນແມ່ນ ຢຸ້ຍ ຈິ່ງທັງເວົ້າທັງຍິ້ມໃສ່ນ້ອງຊາຍຕົນເອງວ່າ: “ນ້ານ….! ຮູ້ແລ້ວວ່າໝາຍເຖິງໃຜຫັ້ນ” ນາຍນ້ອຍເອກສະດຸ້ງຕົກໃຈຄິດວ່າເອື້ອຍນູ່ນີ່ຮູ້ວ່າຕົນເອງກຳລັງຄົບຫາກັບອາລີ້ຢູ່ ແຕ່ນູ່ນີ້ກໍ່ເວົ້າຕໍ່ໄປອີກວ່າ:​”ເພາະອີກບໍ່ດົນນ້ອງກໍ່ຈະໄດ້ແຕ່ງງານກັບຢຸ້ຍແລ້ວ ນ້ອງຈິ່ງໃສ່ແຫວນກັນສາວໆມາສົນໃຈແມ່ນບໍ່” ນາຍນ້ອຍເອກຮູ້ສຶກໂລ່ງໃຈທີ່ເອື້ອຍຕົນເອງຍັງບໍ່ຮູ້ຄວາມຈິງ ແລະ ກໍ່ຮູ້ສຶກເບື່ອທີ່ເອື້ອຍເວົ້າເຊື່ອມໂຍງຜູ້ຍິງຂອງຕົນໄປເປັນຢຸ້ຍ ດັ່ງນັ້ນນາຍນ້ອງເອກຈິ່ງໄດ້ແຕ່ມິດ ແລະ ຂຶມກວ່າເກົ່າ

ຢຸ້ຍໄດ້ຍິນທີ່ເອື້ອຍນູ່ນີ່ເວົ້າແບບນີ້ກໍ່ລັກຍິ້ມດີໃຈຢູ່ເລິກໆ ເພາະຄິດຫຼົງຕົວວ່າຄົນທີ່ເອກໝາຍເຖິງນັ້ນແມ່ນຕົວເອງ

ຫຼັງຈາກິນເຂົ້າສວາຍແລ້ວ ພວກເຂົາທັງສາມກໍ່ກັບເຂົ້າມາທີ່ຫ້ອງການ ຢຸ້ຍບໍ່ມີວຽກຫຍັງຈິ່ງນັ່ງຫຼິ້ນຢູ່ທີ່ຫ້ອງການ ແລະ ຊວນນູ່ນີ່ລົມ ໂຊກດີທີ່ມື້ນີ້ນູ່ນີ່ບໍ່ມີວຽກຫຍັງຈິ່ງເປັນເພື່ອນນັ່ງລົມຫຼິ້ນກັບຢຸ້ຍໄດ້ ແຕ່ກໍ່ຮູ້ສຶກລຳຄານໃນໃຈເລັກນ້ອຍ, ເອກຮູ້ສຶກບໍ່ມີສະມາທິອ່ານບົດລາຍງານປານໃດ ເມື່ອໄດ້ຍິນສຽງລົບກວນ ອ່ານລາຍງານການຕະຫຼາດບໍ່ທັນຄົບທຸກເດືອນກໍ່ຕ້ອງຢຸດ ແລ້ວຍ່າງອອກຈາກຫ້ອງການຮອງປະທານບໍລິສັດ ລົງໄປຫ້ອງຜະລິດ ເພື່ອໄປຂໍເບິ່ງບົດບັນທຶກການຮັບອໍເດີ້ຈາກຝ່າຍການຕະຫຼາດ ເຊິ່ງກໍ່ໄດ້ຮັບການຮ່ວມມືຈາກປ້າບົວສີເປັນຢ່າງດີ ນາຍນ້ອຍເອກຢືນລົມກັບປ້າບົວສີຢູ່ພັກໜຶ່ງ ຢຸ້ຍກໍ່ຍ່າງນຳມາຫາ ອາລົມເຊັງໄດ້ພັດເຂົ້າມາທັນທີ ນາຍນ້ອຍເອກຈິ່ງຢຸດການສົນທະນາກັບປ້າບົວສີໄວ້ພຽງເທົ່ານີ້ ກ່ອນຈະຂໍຢືມປື້ມຈົດບັນທຶກການຜະລິດຂອງປ້າບົວສີກັບໄປພ້ອມ ເມື່ອໄດ້ປື້ມແລ້ວກໍ່ຟ້າວ ພໍດີເຫັນລົດຂອງແມ່ມາຮອດ ນາຍນ້ອຍເອກໍ່ຟ້າວຍ່າງໄປຫາລົດດັ່ງກ່າວ ຢຸ້ຍກໍ່ຄ່ອຍຍ່າງຕາມໄປເຫັນຍາປ້າລົງມາຈາກລົດຈຶ່ງຍ່າງໄປທັກທາຍດ້ວນຮອຍຍິ້ມ ນາຍນ້ອຍເອກໄດ້ຟ້າວຂຶ້ນລົດ ແລະ ບອກຄົນຂັບລົດຂັບລົດເມືອສົ່ງຕົນເອງທັນທີ ລົດໄດ້ຂັບເຄື່ອນອອກໄປຊ້າໆຈາກບໍລິສັດທ່າມກາງຄວາມງົງ ຂອງມາດາມ ລິນດາ ແລະ ຢຸ້ຍ.

ອ່ານຍ້ອນຄືນຕອນທີ 11 ທີ່ລິ້ງນີ້: https://www.laopost.com/2017/03/29/87736