Homeນານາສາລະ4 ວິທີຂົ້ວຜັກ ທີ່ເຮັດໃຫ້ສູນເສຍສານອາຫານ

4 ວິທີຂົ້ວຜັກ ທີ່ເຮັດໃຫ້ສູນເສຍສານອາຫານ

Published on

ໃນການເຮັດອາຫານແຕ່ລະຢ່າງງ ອາດສ່ຽງຕໍ່ການເກີດພະຍາດມະເຮັງ ໂດຍທີ່ທ່ານບໍ່ຮ້ຕົວມາກ່ອນ ໂດຍສະເພາະແມ່ນວິທີຂົ້ວຜັກທີ່ຈະມາແນະນຳນີ້ ທ່ານອາດບໍ່ຮູ້ມາກ່ອນວ່າສ່ຽງເປັນພະຍາດມະເຮັງ

  1. ລ້າງຜັກຫຼັງຈາກຊອຍແລ້ວ: ການຊອຍຜັກແລ້ວເອົາໄປລ້າງ ຈະເຮັດໃຫ້ແຮ່ທາດບາງຊະນິດ, ວິຕາມິນບີ ແລະຊີ ບາງສ່ວນລະລາຍໄປກັບນໍ້າ, ວິທີການທີ່ຖືກຕ້ອງຄື ຄວນຄ່ອຍໆ ລ້າງຜັກໃຫ້ສະອາດ ແລະະໃຫ້ສະເດັດນໍ້າກ່ອນເອົາໄປປາດ ຫຼືຊອຍເປັນຕ່ອນ ແລະທີ່ສຳຄັນ ຜັກທີ່ລ້າງຮຽບຮ້ອຍແລ້ວ ຄວນເອົາໄປປະກອບອາຫານທັນທີ ຫຼືບໍ່ຄວນປະໄວ້ດົນກວ່າ 2​ ຊົ່ວໂມງ ບໍ່ດັ່ງນັ້ນ ຈະເຮັດໃຫ້ສານອາຫານຢູ່ໃນຜັກສູນເສຍໄປ
  2. ໃສ່ນໍ້າມັນຫຼາຍ: ການໃສ່ນໍ້າມັນຫຼາຍຈະເຮັດໃຫ້ປະລິມານໄຂມັນຫຼາຍກວ່າ 98% ຄວາມສາມາດໃນການດູດຊຶມນໍ້າມັນຂອງຜັກຫຼາຍກວ່າຊີ້ນສັດ, ຖ້າເຮົາໃສ່ນໍ້າມັນຫຼາຍເກີນໄປ ຈະເຮັດໃຫ້ຜັກ ເຄືອບດ້ວຍນໍ້າມັນ, ເຄື່ອງປຸງທີ່ໃສ່ນັ້ນ ຈະບໍ່ເຂົ້າໄປໃນຜັກ ແຖມຍັງເຮັດໃຫ້ຮ່າງກາຍຂອງເຮົາດູດຊຶມແຮ່ທາດ ແະສານອາຫານຈາກຜັກໄດ້ໜ້ອຍລົງ, ວິທີທີ່ດີທີ່ສຸດຄື ເວລາທີ່ເຮົາຂົ້ວຜັກບໍ່ຄວນໃສ່ນໍ້າມັນຫຼາຍເກີນ 1 ບ່ວງແກງ
  3. ລໍຖ້ານໍ້າມັນຮ້ອນຈົນເກີດຄວັນຈຶ່ງເອົາຜັກລົງ: ການເອົາຜັກລົງໃນອຸນຫະພູມທີ່ນໍ້າມັນຮ້ອນສູງ 200 ກວ່າອົງສາ ເຊິ່ງຈະເຮັດໃຫ້ສູນເສຍສານອາຫານ ແລະແຮ່ທາດໃນຜັກ ແຖມຍັງເຮັດໃຫ້ເກີດສານກໍ່ມະເຮັງ, ເຊິ່ງວິທີການທີ່ຖືກຕ້ອງ ຄວນໃສ່ເຄື່ອງປຸງຕ່າງໆ ແລະຜັກລົງກ່ອນນໍ້າຮ້ອນຈົນເປັນຄວັນຂຶ້ນ
  4. ໃສ່ເຄື່ອງປຸງທີ່ມີສ່ວນປະສົມຂອງເກືອຫຼາຍເກີນໄປ: ໂດຍການໃສ່ສ່ວນປະກອບຂອງເກືອ 15-20%, ໃນຜົງປຸງລົດຈະມີສ່ວນປະກອບຂອງເກືອ 10% ຖ້າທ່ານໃສ່ເຄື່ອງປຸງເຫຼົ່ານີ້ແລ້ວ ກໍບໍ່ຄວນໃສ່ເກືອເພີ່ມອີກ ເພາະມັນຈະເຮັດໃຫ້ປະລິມານເກືອຫຼາຍເກີນໄປ

ວິທີການທີ່ກ່າວມາຂ້າງເທິງນັ້ນ ຈະເຮັດໃຫ້ສານອາຫານໃນຜັກສູນເສຍ ແລະຖ້າຫາກເຮັດຕະຫຼອດ ຈະເຮັດໃຫ້ເກີດຜົນເສຍຕໍ່ສຸຂະພາບ, ຢ່າລືມອ່ານແລ້ວ ປ່ຽນພຶດຕິກຳດັ່ງກ່າວ ເພື່ອເຮັດໃຫ້ໄດ້ຮັບສານອາຫານທີ່ດີ ແລະຫຼີກລຽງສານກໍ່ມະເຮັງ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...