Homeຂ່າວຕ່າງປະເທດພາຍຸໄຊໂຄລນ ເດັບບີ ພັດຖະຫຼົ່ມອອສເຕຣເລຍຢ່າງໜັກ

ພາຍຸໄຊໂຄລນ ເດັບບີ ພັດຖະຫຼົ່ມອອສເຕຣເລຍຢ່າງໜັກ

Published on

ເອເອຟພີລາຍງານ ໃນວັນທີ 28 ມີນາ 2017 ຜ່ານມາ ໄດ້ລາຍງານເຖິງຄວາມຄືບໜ້າສະຖານະການພາຍຸໄຊໂຄນ ເດັບບີ ພັດຖະຫຼົ່ມລັດ ຄວີນສ໌ແລນ ພາກຕາເວັນອອກສ່ຽງເໜືອຂອງອອສເຕຣເລຍ ເຊິ່ງພາຍຸໄດ້ພັດເຂົ້າຝັ່ງດ້ວຍຄວາມໄວລົມສູນກາງເຖິງ 263 ກິໂລແມັດ/ຊົ່ວໂມງ, ທ່ານ ມັລຄອລ໌ມ ເທິຣ໌ນບູລ ນາຍົກດລັດຖະມົນຕີ ອອສເຕຣເລຍ ປະກາດໃຊ້ແຜນຮັບມືສະຖານະການໃນລະດັບຫາຍະນະໄພແລ້ວ

ນາຍົກອອສເຕຣເລຍເວົ້າວ່າ ໄດ້ສັ່ງການໃຫ້ກຳລັງທະຫານເອົາເຮລິຄອບເຕີ ແລະເຮືອຂອງກອງທັບປະຕິບັດພາລະກິດຊ່ວຍເຫຼືອຜູ້ປະສົບໄພແລ້ວ ຫຼັງຈາກໄດ້ຮັບການແຈ້ງການເສຍຊີວິດ ແລະຄວາມເສຍຫາຍເລື້ອຍໆ ຈຶ່ງຂໍໃຫ້ປະຊາຊົນຢູ່ໃນສະຖານະການຫຼົບໄພຈົນເຖິງວັນພຸດນີ້

ເຖິງແມ່ນພາຍຸຈະອ່ອນກຳລັງລົງ ເຫຼືອລະດັບ 2 ແຕ່ພາຍຸຍັງເຮັດໃຫ້ເກີດຝົນຕົກໜັກ ແລະລົມພັດຖະຫຼົ່ມແຮງຢ່າງຕໍ່ເນື່ອງ ຜູ້ເສຍຊີວິດຄົນທຳອິດທີ່ໄດ້ຮັບການແຈ້ງ ເປັນຜູ້ຍິງທີ່ປະສົບເຫດລົດຊົນ

ສຳລັບການເສຍຫາຍເບື້ອງຕົ້ນຍັງບໍ່ທັນສະຫຼຸບໄດ້ ເພາະການສຳຫຼວດຄວາມເສຍຫາຍໃນວັນອັງຄານເປັນໄປໄດ້ຍາກ ເພາະໄຟຟ້າ ແລະສາຍໂທລະສັບໃນຊຸມຊົນຂາດ. ດ້ານໜ່ວຍກູ້ໄພປະຈຳການກຽມກຳລັງໄວ້ 2,000 ກວ່າຄົນ ແຕ່ໄດ້ຮັບຄຳສັ່ງວ່າຈະລົງພື້ນທີ່ໄດ້ ເມື່ອມີຄວາມປອດໄພແລ້ວ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...