spot_img
Homeຂ່າວພາຍ​ໃນນາຍົກ ໂອ້ລົມຕໍ່ກອງປະຊຸມທຸລະກິດລາວ ຄັ້ງທີ 10

ນາຍົກ ໂອ້ລົມຕໍ່ກອງປະຊຸມທຸລະກິດລາວ ຄັ້ງທີ 10

Published on

ໃນວັນທີ 28 ມີນາ 2017 ຜ່ານມາ ທີ່ໂຮງແຮມດອນຈັນພາເລດ ໄດ້ຈັດກອງປະຊຸມທຸລະກິດລາວຄັ້ງທີ 10 ຂຶ້ນ ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສະຫະກຳ ແລະການຄ້າ, ມີພາກເອກະຊົນ ແລະພາກລັດທີ່ກ່ຽວຂ້ອງເຂົ້າຮ່ວມ

ໃນກອງປະຊຸມ ດັ່ງກ່າວພາກທຸລະກິດ ໄດ້ຍົກໃຫ້ຫຼາຍບັນຫາຂຶ້ນມາ ໃຫ້ພາກລັດແກ້ໄຂ ເປັນຕົ້ນແມ່ນບັນຫາດ້ານອາກອນ, ຄ່າບໍລິການອິນເຕີເນັດ, ຄ່າຂົນສົ່ງ, ມູນຄ່າການນຳເຂົ້າ ແລະສົ່ງອອກສິນຄ້າທີ່ສູງ, ການຂໍອະນຸຍາດດຳເນີນທຸລະກິດ, ການເຂົ້າເຖິງແຫຼ່ງທຶນສຳລັບວິສະຫະກິດຂະໜາດນ້ອຍ ແລະກາງ,  ການເຂົ້າຫາຕະຫຼາດແຮງງານ

ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະອຸດສະຫະກຳແຫ່ງຊາດເວົ້າວ່າ: ນັບຕັ້ງແຕ່ມີການປັບປຸງໂຄງສ້າງຂອງຂະບວນການປຶກສາຫາລືຄືນໃໝ່ໃນເດືອນພຶດສະພາຜ່ານມາ ສາມາດແກ້ໄຂບັນຫາທີ່ເອກະຊົນຍົກຂຶ້ນໄດ້ 4 ບັນຫາ, ມີ 14 ກໍລະນີກຳລັງຢູ່ຂັ້ນຕອນການແກ້ໄຂ ແລະ 13 ກໍລະນີທີ່ຕ້ມີການຄົ້ນຄວ້າເພີ່ມເຕີມ ແລະຕ້ອງໃຊ້ເວລາໃນການແກ້ໄຂ, ກອງປະຊຸມທຸລະກິດຄັ້ງນີ້ແມ່ນມີ 4 ກຸ່ມບັນຫາຄື ບັນຫາທຳອິດທີ່ຕິດພັນດ້ານອາກອນ, ພິເສດແມ່ນອາກອນມູນຄ່າເພີ່ມສຳລັບການໃຫ້ບໍລິການດ້ານອິນເຕີເນັດ, ສອງບັນຫາດ້ານຄ່າຂົນສົ່ງ, ມູນຄ່າການນຳເຂົ້າ ແລະສົ່ງອອກສິນຄ້າທີ່ສູງ, ສາມແມ່ນບັນຫາທີ່ຕິດພັນກັບລະບຽບການດ້ານການຈົດທະບຽນວິສາຫະກິດ ແລະຂໍອະນຸຍາດດຳເນີນທຸລະກິດ ແລະບັນຫາສຸດທ້າຍທີ່ໄດ້ຮັບການແກ້ໄຂຄື ການເຂົ້າເຖິງແຫຼ່ງທຶນສຳລັບວິສາຫະກິດຂະໜາດນ້ອຍ ແລະກາງ ແລະການເຂົ້າຫາຂໍ້ມູນຕະຫຼາດແຮງງານ

ໃນໂອກາດດຽວກັນ ທ່ານນາຍົກ ໄດ້ກ່າວວ່າ: ການປັບປຸງກົດໝາຍ, ລະບຽບການ ແລະຂັ້ນຕອນ ແມ່ນເພື່ອສົ່ງເສີມການລົງທຶນ ແລະຮອງຮັບການເຕີບໃຫຍ່ທີ່ຍືນຍົງຂອງພາກເອກະຊົນ ໄປຄຽງຄູ່ກັບການຮັກສາສະຖຽນລະພາບ ຂອງເສດຖະກິດມະຫາພາກ, ພວກເຮົາຕ້ອງຕັ້ງໜ້າປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ເພື່ອສົ່ງເສີມການກໍ່ຕັ້ງ ແລະຂະຫຍາຍທຸລະກິດ ເຊິ່ງຈະເປັນບ່ອນສ້າງບ່ອນເຮັດວຽກໃຫ້ແກ່ໄວໜຸ່ມ ໃນແຕ່ລະປີ ໂດຍການຄາດຄະເນສະເລ່ຍສູງເຖິງ 90 ພັນຄົນ/ປີ ໃນ 10 ປີຕໍ່ໜ້າ ພ້ອມຮອງຮັບແຮງງານທີ່ເຄື່ອນຍ້າຍອອກຈາກພາກກະສິກຳເທື່ອລະກ້າວ.

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...