spot_img
Homeຂ່າວພາຍ​ໃນກະຊວງການເງິນເຜີຍແຜ່ວິໄນ 10 ຂໍ້ຫ້າມເພື່ອສະກັດກັ້ນການສໍ້ລາດບັງຫລວງ

ກະຊວງການເງິນເຜີຍແຜ່ວິໄນ 10 ຂໍ້ຫ້າມເພື່ອສະກັດກັ້ນການສໍ້ລາດບັງຫລວງ

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ກະຊວງການເງິນ ເຜີຍແຜ່ວິໄນ 10 ຂໍ້ຫ້າມຕໍ່ພະນັກງານ-ລັດຖະກອນ ແຕ່ສູນກາງຮອດທ້ອງຖິ່ນຂອງຂະແໜງການເງິນໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງໃນການປະຕິບັດໜ້າທີ່ຮັບໃຊ້ຜົນປະໂຫຍດລວມຂອງຊາດ ຖ້າອອກນອກກອບຈາກໃສ່ວິໄນ ແລະ ສຶກສາອົບຮົມທັນໂດຍບໍ່ລະເວັ້ນ ຂະນະທີ່ ລັດຖະບານພວມຜັນຂະຫຍາຍມາດຕະການປະຢັດ-ຕ້ານການຟູມເຟືອຍໄປຄວບຄູ່ກັບການເລັ່ງລັດປາບປາມການສໍ້ລາດບັງຫລວງທີ່ເປັນໄພຄຸກຄາມຕໍ່ປະເທດຊາດ.

ຫລ້າສຸດໃນວັນທີ 23 ມີນາ 2017, ກະຊວງການເງິນໄດ້ສໍາມະນາເຜີຍແຜ່(ຮ່າງ)ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ວ່າດ້ວຍຂໍ້ຫ້າມ ແລະ ວິໄນ ຂອງພະນັກງານ-ລັດຖະກອນ ຂະແໜງການເງິນ ແລະ ຄົ້ນຄ້ວາປຶກສາຫາລືບົດແນະນໍາການຈັດຕັ້ງປະຕິບັດ ຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 35/ນຍ, ລົງວັນທີ 06 ກັນຍາ 2007 ວ່າດ້ວຍການຫັນວຽກງານພາສີ, ສ່ວຍສາອາກອນ ແລະ ຄັງເງິນແຫ່ງຊາດ ລວມສູນຕາມສາຍຕັ້ງ ຂື້ນໂດຍກົງກັບກະຊວງການເງິນ ໂດຍໃຫ້ກຽດເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ຊື່ງມີ ບັນດາຫົວໜ້າກົມ, ຮອງກົມ, ຜູ້ຊ່ວຍວຽກຄະນະນໍາກະຊວງ, ຄະນະພະແນກອ້ອມຂ້າງກະຊວງການເງິນເຂົ້າ ຮ່ວມ.

ກອງປະຊຸມຄັ້ງນີ້ເພື່ອຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມເປັນແບບຢ່າງຂອງພະນັກງານ-ລັດຖະກອນ, ສະກັດກັ້ນ, ຕ້ານພະຍາດອາດຍາສິດ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນໃນຂະແໜງການເງິນ.

ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ສະເໜີ ແລະ ເນັ້ນໜັກໃຫ້ພະນັກງານ-ລັດຖະກອນ ຂະແໜງການເງິນນັບແຕ່ສູນກາງຮອດທ້ອງຖິ່ນ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມເປັນແບບຢ່າງຂອງພະນັກງານ-ລັດຖະກອນ, ສະກັດກັ້ນ, ຕ້ານພະຍາດອາດຍາສິດ ແລະ ປະກົດການຫບໍ້ທໍ້ຕ່າງໆທີ່ເກີດຂື້ນໃນຂະແໜງການເງິນ, ປະຕິບັດກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ຄຸ້ມຄອງ, ປ້ອງກັນພະນັກງານລັດຖະກອນ ໃຫ້ມີລະບຽບວິໄນເຂັ້ມງວດ, ຮັກສາໄດ້ຈັນຍາບັນ ແລະ ນໍ້າໃຈຮັບໃຊ້ຊາດ ຮັບໃຊ້ປະຊາຊົນ, ຍົກສູງບົດບາດ ແລະ ຄວາມສາມາດຂອງພະນັກງານລັດຖະກອນຂະແໜງການເງິນ, ເພື່ອຮັບປະກັນໃຫ້ພະນັກງານ-ລັດຖະກອນກໍ່ຄືການຈັດຕັ້ງຂັ້ັນຕ່າງໆ ຂອງຂະແໜງການເງິນມີຄວາມໂປ່ງໃສ, ເຂັ້ມແຂງ, ໜັກແໜ້ນ, ເຂັ້ມງວດໃນການປະຕິບັດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ກະຊວງການເງິນຈື່ງໄດ້ອອກຂໍ້ຕົກລົງວ່າດ້ວຍຂໍ້ຫ້າມ ແລະ ວິໄນສໍາລັບພະນັກງານ-ລັດຖະກອນ ແຕ່ສູນກາງຮອດທ້ອງຖິ່ນຂອງຂະແໜງການເງິນ ມີຢູ່ 10 ຂໍ້ຫ້າມ ເປັນຕົ້ນ ຫ້າມສ້າງ ແລະ ລາຍງານຂໍ້ມູນທີ່ບໍ່ຖືກຕ້ອງ ຫຼືບໍ່ມີມູນຄວາມຈິງ, ສ້າງກຸ່ມກ້ອນ, ປັ່ນປ່ວນ, ແບ່ງແຍກຄວາມສາມັກຄີພາຍໃນກໍ່ໃຫ້ເກີດມີຄວາມເສຍຫາຍຕໍ່ການຈັດຕັ້ງຫຼືບຸກຄົນອື່ນ; ຫ້າມສົມຮູ້ຮ່ວມຄິດ, ປົກປ້ອງ, ເຊື່ອງອໍາການກະທໍາຜິດຂອງຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບພາສີ, ສ່ວຍສາອາກອນ, ຊັບສິນຂອງລັດ ແລະ ກົດໝາຍ, ລະບຽບການອື່ນຂອງຂະ ແໜງການເງິນ, ຫ້າມປອມແປງເອກະສານ, ຖານຂໍ້ມູນ, ໃບຮັບ(ເກັບ)ເງິນອາກອນ, ພາສີ, ຊັບສິນ, ຄັງເງິນ ແລະ ອື່ນໆ; ຫ້າມນໍາໃຊ້ເອກະສານປອມເພື່ອຫາຜົນປະໂຫຍດສ່ວນຕົວ; ຫ້າມປົກປິດ, ສົມຮູ້ຮ່ວມຄິດເຊື່ອງອໍາຂໍ້ມູນ, ຫຼັກຖານຫຼືບົດລາຍງານການເງິນ, ຫ້າມສວຍໃຊ້ໜ້າທີ່ໃນການຕົກລົງ, ປອມແປງມາດຖານເຕັກນິກ, ບໍລິມາດ, ລາຄາຫົວໜ່ວຍ, ການປະມູນ, ການຈັດຊື້-ຈັດຈ້າງ, ສັນຍາສໍາປະທານ, ການຍັກຍອກ, ສໍ້ໂກງເອົາຊັບສິນເງິນຄໍາຂອງລັດ ແລະ ຍັງມີຂໍ້ຫ້າມອື່ນໆອີກນອກຈາກບັນດາຂໍ້ຫ້າມທີ່ກ່າວມາຂ້າງເທິງນັ້ນ ຖ້າຫາກພະນັກງານ-ລັດຖະກອນຂະແໜງການເງິນລະເມີດບັນດາຂໍ້ຫ້າມດັ່ງກ່າວຈະຖືກປະຕິບັດມາດຕະການລົງວິໄນຕາມລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ.

ນອກນີ້ກອງປະຊຸມຍັງໄດ້ເຊື່ອມຊຶມ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 35/ນຍ ວ່າດ້ວຍການຫັນວຽກ ງານ ພາສີ, ສ່ວຍສາອາກອນ ແລະ ຄັງເງິນແຫ່ງຊາດ ລວມສູນສາຍຕັ້ງຂື້ນໂດຍກົງກັບກະຊວງການເງິນຊື່ງເຫັນໄດ້ວ່າ: ຜ່ານການຈັດຕັ້ງປະຕິບັດການຄຸ້ມຄອງວຽກງານພາສີ, ສ່ວຍສາອາກອນ ແລະ ຄັງເງິນແຫ່ງຊາດຂື້ນກັບກະຊວງການເງິນນັບແຕ່ປີ 2007 ເຖິງປັດຈຸບັນ  ແມ່ນມີຫລາຍດ້ານທີ່ພົ້ນເດັ່ນໃນຂະບວນການຈັດຕັ້ງຜັນຂະຫຍາຍ ວຽກງານດັ່ງກ່າວ, ມີຄວາມສອກຄ່ອງຕາມທິດຊີ້ນໍາຂອງກົມການເມືອງສູນກາງພັກ ແລະ ລັດຖະບານເຮັດໃຫ້ການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດເຂົ້າສູ່ລະບົບລວມສູນເປັນເອກະພາບຕາມກົດໝາຍ ແລະ ລະບຽບການຕ່າງໆຂອງຂະແໜງການເງິນວາງອອກ. ຄຽງຄູ່ກັບບັນຫາທີ່ພົ້ນເດັ່ນນັ້ນ ກໍ່ຍັງມີຫລາຍບັນຫາທີ່ຄົງຄ້າງເປັນຕົ້ນແມ່ນ: ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ ຍັງບໍ່ທັນເປັນລະບົບຄົບຊຸດ, ນິຕິກໍາລຸ່ມກົດໝາຍທີ່ກ່ຽວກັບການຄຸ້ມຄອງວຽກງານການເງິນຍັງບໍ່ທັນຄົບຖ້ວນ ຫຼື ບັນດານິຕິກໍາທີ່ມີຢູ່ແລ້ວຍັງບໍ່ທັນລະບຸຈະແຈ້ງໃນການຄຸ້ມຄອງສາມຂະແໜງສາຍຕັ້ງ, ການຈັດຕັ້ງຜັນຂະຫຍາຍບັນດາກົດ ໝາຍ, ນິຕິກໍາລຸ່ມກົດໝາຍທີ່ມີໃນປັດຈຸບັນຍັງບໍ່ທັນທົ່ວເຖິງ, ການປະສານສົົມທົບ ແລະ ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃນການຄຸ້ມຄອງ ສາມຂະແໜງສາຍຕັ້ງຍັງບໍ່ທັນຈະແຈ້ງ ແລະ ຊັດເຈນເທົ່າທີ່ຄວນຊື່ງບັນຫາດັ່ງກ່າວນັ້ນແມ່ນຈະໄດ້ຮັບການປັບປຸງແກ້ໄຂຕໍ່ໄປ.

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...