spot_img
Home​ຂ່າວບັນເທິງ"ແອບເປິ້ນ ສີສະຫງຽນ ກັບຫວານໃຈ ບ່າວ ຟຸກ ຈິຣະ" ກຽາມເຂົ້າປະຕູວິວາທ້າຍປີນີ້

“ແອບເປິ້ນ ສີສະຫງຽນ ກັບຫວານໃຈ ບ່າວ ຟຸກ ຈິຣະ” ກຽາມເຂົ້າປະຕູວິວາທ້າຍປີນີ້

Published on

ບັນເທີງກັບລາວໂພສມື້ນີ້ແອັດມິນມີຂ່າວດີຂອງ ດາລາຄູ່ຮັກມາລະທອນຢ່າງຄູ່ຂອງ “ແອບເປິ້ນ ສີສະຫງຽນ ກັບຫວານໃຈ ບ່າວ ຟຸກ ຈິຣະ” ມາອັບເດດໃຫ້ແຟນຂ່າວບັນເທີງໄດ້ຮັບຮູ້ກັນ

ຫຼັງຈາກທີ່ແຟນຄລັບຂອງທັງຄູ່ຕິດຕາມ ແລະ ລຸ້ນການມາຍາວກ່ຽວກັບບົດສະຫຼຸບຂອງຄວາມຮັກຂອງ “ແອບເປິ້ນ ສີສະຫວຽນ ກັບຫວານໃຈ ບ່າວ ຟຸກ ຈິຣະ” ທີ່ຄົບຫາເບິ່ງໃຈກັນມາດົນກວ່າ 10 ປີ ວ່າຈະມີຂ່າວດີອອກມາເມື່ອໃດ ແລ້ວຫຼ້າສຸດຝ່າຍຊາຍກໍ່ຄື ບ່າວ ຟຸກ ຈິຣະ ກໍ່ໄດ້ອອກມາເປີດເຜີຍເຖິງງານມົງຄຸນສົມຣົດຂອງທັງຄູ່ຢ່າງເປັນທາງການຮຽບຮ້ອຍແລ້ວ ເຊິ່ງງານແຕ່ງຈະໄດ້ຈັດຂຶ້ນເມື່ອວັນທີ 03 ພະຈິກ 2017 ແລະ ສະຖານທີ່ຈັດງານນັ້ນແມ່ນຈະຈັດຂຶ້ນຢ່າງອົບອຸ່ນທີ່ເຮືອນຂໍຂອງທັງຄູ່ໃນເຂດ ບາງນາ (ປະເທດໄທ) ສຳລັບພິທີການງານແຕ່ງນັ້ນຈະຈັດເປັນ 3 ປະເພນີຄື: ປະເພນີແບບໄທ (ຕັກບາດ-ແຫ່ຂັນໝາກ), ປະເພນີແບບຈີນ (ການຍົກນ້ຳຊາ) ແລະ ປະເພນີແບບລາວ (ພິທີບາສີ-ສູ່ຂັວນ), ເລື່ອງຂອງຊຸດແຕ່ງງານນັ້ນຈະມີທັງໝົດ 4 ຊຸດ. ເຖິງແມ່ນວ່າຕອນນີ້ຍັງບໍ່ທັນມີພາບຖ່າຍ ເວດດິ້ງຂອງທັງຄູ່ມາໃຫ້ເບິ່ງ ຖ້າທັງຄູ່ປ່ອຍຮູບຖ່າຍເວດດິ້ງຫວານໆອອກມາເມື່ອໃດແອັດຈະເອົາມາອັບເດດໃຫ້ເບິ່ງແນ່ນອນ

ທີມງານບັນເທີງລາວໂພສຕ໌ ກໍ່ຂໍສະແດງຄວາມຍິນດີກັບທັງຄູ່ ຂໍໃຫ້ຊີວິດຄູ່ມີແຕ່ຄວາມສຸກສົມຫວັງທຸກປະການ

 

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...