Homeຂ່າວຕ່າງປະເທດຈີນທຸ້ມງົບ 5 ພັນລ້ານຢວນ ສ້າງຣີສອດໃກ້ກ້ອງໂທລະທັດວິທະຍຸທີ່ໃຫຍ່ທີ່ສຸດໃນໂລກ

ຈີນທຸ້ມງົບ 5 ພັນລ້ານຢວນ ສ້າງຣີສອດໃກ້ກ້ອງໂທລະທັດວິທະຍຸທີ່ໃຫຍ່ທີ່ສຸດໃນໂລກ

Published on

ສຳນັກຂ່າວພີເພິລເດລີ່ໄຊນ່າ ລາຍງານເມື່ອວັນທີ 22 ມີນາ 2017 ຜ່ານມາວ່າມົນທົນກຸ້ຍໂຈວ ທາງພາກຕາເວັນຕົກສ່ຽງໃຕ້ຂອງປະເທດຈີນ ວາງແຜນທີ່ຈະໃຊ້ງົບປະມານ 5 ພັນລ້ານຢວນ ( 725 ລ້ານດອນລາສະຫະລັດ) ໃນການສ້າງຣີສອດ ທີ່ຕັ້ງຢູ່ໃກ້ກັບກ້ອງໂທລະທັດວິທະຍຸຸທີ່ໃຫຍ່ທີ່ສຸດໃນໂລກ ເພື່ອຮອງຮັບນັກທ່ອງທ່ຽວ, ຫຼັງຈາກທີ່ລັດຖະບານມີໂຄງການ ປັບກ້ອໂທລະທັດວິທະຍຸດັ່ງກ່າວ ໃຫ້ກາຍເປັນສູນການຮຽນຮູ້ດ້ານດາຣາສາດ ແລະການເຮັດວຽກຂອງກ້ອງວິທະຍຸໂທລະທັດ

ກ້ອງໂທລະທັດວິທະຍຸຂະໜາດໃຫຍ່ທີ່ສຸດໃນໂລກ ມີຂະໜາດເສັ້ນຜ່ານສູນກາງ 500 ແມັດ, ຕັ້ງຢູ່ໃນພື້ນທີ່ Da Wo Dang ເຊິ່ງເປັນພື້ນທີ່ທຸກຍາກ ແລະດ້ວຍຄວາມສົນໃຈຈາກປະຊາຊົນຈຳນວນຫຼາຍ ເຮັດໃຫ້ເຈົ້າໜ້າທີ່ຈຳກັດຜູ້ເຂົ້າເບິ່ງຈຳນວນ 2 ພັນຄົນ/ວັນ, ແຕ່ບໍ່ອະນຸຍາດໃຫ້ເອົາໂທລະສັບມືຖື, ອຸປະກອນເອເລັກໂຕຣນິກ, ກ້ອງຖ່າຍຮູບ ເຂົ້າພາຍໃນບໍລິເວນ ລວມເຖິງຈະຕັດສັນຍານໂທລະສັບມືຖື ໃນໄລຍະລັດສະໝີ 5 ກິໂລແມັດອີກດ້ວຍ

ແນວໃດກໍຕາມ ການສ້າງຣີສອດ ດ້ານດາຣາສາດ ແລະທໍລະນີວິທະຍາ ຈະນຳມາເຊິ່ງຄວາມຈະເລີນທາງເສດຖະກິດໃຫ້ກັບເຂດ Pingtang ແລະພື້ນທີ່ອ້ອມຂ້າງໄດ້

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...