spot_img
Homeຂ່າວຕ່າງປະເທດຊາວເນັດໄທ ແຫ່ຊື່ນຊົມແມ່ຄ້າສາວ ໃຊ້ເຄື່ອງຄິດໄລ່ໄວຈົນເບິ່ງບໍ່ທັນ

ຊາວເນັດໄທ ແຫ່ຊື່ນຊົມແມ່ຄ້າສາວ ໃຊ້ເຄື່ອງຄິດໄລ່ໄວຈົນເບິ່ງບໍ່ທັນ

Published on

ຈາກກໍລະນີຜູ້ໃຊ້ເຟສບຸກຊື່ สุจินต์ คนขี้เล่า ໄດ້ເຜີຍແພ່ວິດີໂອ ທີ່ເປັນຄລິບຖ່າຍແມ່ຄ້າສາວ ຄິດໄລ່ເງິນຢູ່ຮ້ານອາຫານແຫ່ງໜຶ່ງ ດ້ວຍຄວາມຊ່ຽວຊານແລະວ່ອງໄວ ແຕ່ຖືກຕ້ອງບໍ່ຜິດພາດ ໂດຍຜູ້ເຜີຍແພ່ວິດີໂອໄດ້ໃສ່ຫົວຂໍ້ວ່າ: ຢາກໄດ້ນາງມາຊ່ວຍທຸລະກິດຢູ່ເຮືອນແທ້ເດ! .

ພາຍຫຼັງວິດີໂອດັ່ງກ່າວຖືກເຜີຍແພ່ອອກໄປ ຊາວເນັດຕ່າງກໍແຫ່ກັນເຂົ້າມາຊື່ນຊົມ ແລະກ່າວຍ້ອງຍໍຄວາມເກັ່ງຂອງແມ່ຄ້າສາວ ພ້ອມທັງຍັງສົ່ງຕໍ່ວິດີໂອດັ່ງກ່າວເຜີຍແພ່ອອກໄປຢ່າງກວ້າງຂວາງ.

ແນວໃດກໍຕາມ, ຍັງບໍ່ມີຂໍ້ມູນຈະແຈ້ງເທື່ອວ່າແມ່ຄ້າສາວຄົນດັ່ງກ່າວຊື່ຫຍັງ ແລະຮ້ານອາຫານຢູ່ໃສ ແຕ່ຊາວເນັດສ່ວນໜຶ່ງເວົ້າວ່າເປັນຮ້ານອາຫານແຫ່ງໜຶ່ງທີ່ຊຽງໃໝ່ ປະເທດໄທ.

 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...