Homeສຸຂະພາບ ແລະ ສີ່ງແວດລ້ອມສູດເຄື່ອງດື່ມທຳຄວາມສະອາດ ແລະກຳຈັດສານພິດອອກຈາກຮ່າງກາຍ

ສູດເຄື່ອງດື່ມທຳຄວາມສະອາດ ແລະກຳຈັດສານພິດອອກຈາກຮ່າງກາຍ

Published on

ທຸກວັນນີ້ ຮ່າງກາຍຂອງເຮົາບໍ່ສາມາດຫຼີກລຽງສານພິດ ທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງເຮົາໄດ້, ສານພິດເຫຼົ່ານີ້ ເປັນສາເຫດເຮັດໃຫ້ເກີດພະຍາດຕ່າງໆເຊັ່ນ: ເປັນຫວັດ, ການຕິດເຊື້ອ ແລະອິດເມື່ອຍຕາມຕົນໂຕ ແລະເມື່ອຮ່າງກາຍເຮົາມີສານພິດ ເຊື້ອແບັກທີເລຍ ແລະເຊື້ອພະຍາດ ກໍຈະສາມາດເຂົ້າສູ່ຮ່າງກາຍເຮົາໄດ້ງ່າຍ

ເຄື່ອງດື່ມທີ່ຈະນຳສະເໜີນີ້ ສາມາດເຮັດໄດ້ງ່າຍ ແລະໄວ ເຊິ່ງຊ່ວຍກຳຈັດສານພິດອອກຈາກຮ່າງກາຍຂອງທ່ານ, ເມື່ອທ່ານເລີ່ມດື່ມ ທ່ານຈະສັງເກດເຫັນວ່າ ຮ່າງກາຍຮູ້ສຶກສົດຊື່ນ, ເບົາຕົນເບົາຕົວ, ພະລັງງານໃນຮ່າງກາຍເພີ່ມຂຶ້ນ

ສ່ວນປະສົມ:

  • ໝາກນາວ 1​ ໜ່ວຍ
  • ນໍ້າ 1 ຖ້ວຍ
  • ຂີງສົດ 1 ຫົວ
  • ແອັບເປິ່ນຂຽວ 4 ໜ່ວຍ

ເມື່ອທ່ານໄດ້ສ່ວນປະສົມທັງໝົດແລ້ວ ຕ້ອງປອກເປືອກແອັບເປິ່ນ ແລະປາດເປັນປ່ຽງເອົາແກ່ນອອກໃຫ້ໝົດ, ຂີງກໍລ້າງໃຫ້ສະອາດ ແລ້ວຊອຍເປັນຕ່ອນ ເພື່ອເວລາປັ່ນຈະປັ່ນສະດວກຂຶ້ນ, ຈາກນັ້ນເອົາແອັບເປິ່ນ, ເອົາຂີງທີ່ຊອຍໄວ້ນັ້ນລົງໃສ່ເຄື່ອງປັ່ນໝາກໄມ້ ແລ້ວເອົານໍ້າ ທີ່ເຮົາກຽມໄວ້ນັ້ນລົງໄປ, ບີບນໍ້າໝາກນາວລົງ, ຈາກນັ້ນກໍປັ່ນສ່ວນປະສົມທັງໝົດໃຫ້ເຂົ້າກັນດີແລ້ວ ກໍສາມາດຖອກໃສ່ຈອກພ້ອມດື່່ມໄດ້

ຢ່າລືມວ່າ ສ່ວນປະສົມທີ່ເວົ້າມານັ້ນ ຕ້ອງປອດສານພິດ ເພື່ອປະໂຫຍດຕໍ່ສຸຂະພາບຫຼາຍທີ່ສຸດ ແລະຄວນດື່ມກ່ອນອາຫານເຊົ້າໃນຂະນະທີ່ທ້ອງວ່າງ ຈະໄດ້ຜົນດີທີ່ສຸດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...