spot_img
Homeຊີວິດແລະຄວາມຮັກ4 ຂໍ້ທີ່ແຕກຕ່າງລະຫວ່າງ "ຄູ່ຄອງ" ກັບ "ເນື້ອຄູ່"

4 ຂໍ້ທີ່ແຕກຕ່າງລະຫວ່າງ “ຄູ່ຄອງ” ກັບ “ເນື້ອຄູ່”

Published on

ບໍ່ມີຄວາມສຳພັນໃດທີ່ຈະຄົງຢູ່ຕະຫຼອດການ ບໍ່ວ່າຈະເປັນຕົວເຮົາກັບຄົນຮັກ, ຕົວເຮົາກັບເພື່ອນ, ຕົວເຮົາກັບພໍ່ ແມ່, ເຮົາກັບອ້າຍເອື້ອຍນ້ອງ ທຸກຄວາມຜູກພັນນັ້ນຕ້ອງສິ້ນສຸດໄປກັບການເວລາ ໃນຄໍລຳ ຊີວິດກັບຄວາມຮັກ ມື້ນີ້ ແອັດມິນຈະມາເວົ້າເຖິງ ຂໍ້ທີ່ແຕກຕ່າງລະຫວ່າງ “ຄູ່ຄອງ” ກັບ “ເນື້ອຄູ່” ຫຼາຍຄົນອາດຄິດວ່າ 2 ຄຳນີ້ມີຄວາມໝາຍອັນດຽວກັນ ແຕ່ລອງຄິດພິຈາລະນາເລິກໆແລ້ວ ເຖິງຈະຮູ້ສຶກວ່າມັນຄ້າຍກັນ ແຕ່ຖ້າປຽບໃສ່ຄວາມຮັກແລ້ວ 2 ຄຳນີ້ ມີຄວາມໝາຍ ຄວາມສຳຄັນນັ້ນມັນຕ່າງກັນຫຼາຍ ເຊິ່ງມັນຈະຕ່າງກັນແບບໃດນັ້ນ ເຮົາມາຮູ້ຈັກນຳກັນເລີຍ

1.ຊ່ວງເວລາ
ເນື້ອຄູ່ ຈະເຂົ້າມາໃນຊ່ວງເວລາທີ່ທ່ານຕ້ອງການໃຜຈັກຄົນພໍດີ ແລະ ມີຄວາມພ້ອມທີ່ຈະຮັກ ແລະ ດູແລກັນໃນທຸກໆເວລາເພື່ອທີ່ຈະກ້າວຜ່ານອຸປະສັກໄປນຳກັນ ແຕ່ພໍຫຼາຍໆຢ່າງປ່ຽນໄປ ທ່ານກໍ່ຈະເລືອກບອກລາເນື້ອຄູ່ຂອງທ່ານ ແລະ ໄປຕາມເສັ້ນທາງຂອງທ່ານໂດຍບໍ່ມີເຂົາຂຽງຂ້າງໄດ້

ສຳລັບຄູ່ຄອງນັ້ນ ອາດຈະເຂົ້າມາໃນຊ່ວງຊີວິດທີ່ທ່ານຍັງບໍ່ໄດ້ຕ້ອງການເຂົາແທ້ໆ ແຕ່ເຂົາສາມາດດູແລຊີວິດທ່ານໄດ້ ຊີ້ນຳເສັ້ນທາງ ຫຼື ແນວຄິດຂອງທ່ານໄດ້ ເຖິງແມ່ນວ່າທ່ານຈະຮັກ ຫຼື ບໍ່ໄດ້ຮັກເຂົາຫຼາຍກໍ່ຕາມ ແຕ່ຄວາມສົມດູນຂອງແນວຄິດຈະເຮັດໃຫ້ທ່ານ ແລະ ເຂົາຄອງຄູ່ໄປນຳກັນໄດ້

2.ຮູ້ໃຈ
ເນື້ອຄູ່ ຈະເປັນຄົນທີ່ຮູ້ໃຈທ່ານໄປໝົດທຸກເລື່ອງ ພຽງເບິ່ງຕາກໍ່ຮູ້ໃຈ ຄວາມຮູ້ສຶກທີ່ປຽບເໝືອນການເຕີມເຕັມເຊິ່ງກັນ ແລະກັນ ຢ່າງແໜ້ນແຟ້ນ ເພາະທ່ານທັງຄູ່ຍ່ອມເກີດມາເພື່ອເຂົ້າອົກເຂົ້າໃຈກັນຢ່າງແທ້ຈິງ 
 
ສ່ວນຄູ່ຄອງຂອງທ່ານອາດຈະບໍ່ໄດ້ຮູ້ຈັກໃຈທ່ານໝົດທຸກເລື່ອງ ແຕ່ເຂົາກໍ່ສາມາດປັດທັດສະນະຄະຕິໃຫ້ເຂົ້າກັບທ່ານ ຖາມທ່ານໃນສິ່ງທີ່ທ່ານຄິດຢູ່ ຮັບໄດ້ເຖິງຂໍ້ດີຂໍ້ເສຍຂອງທ່ານເພື່ອປະຄອງຊີວິດຄູ່ໃຫ້ເປັນໄປຢ່າງສົມບູນ ຄູ່ຄອງອາດບໍ່ໄດ້ເຕີມເຕັມຄວາມຮູ້ສຶກຮັກຂອງທ່ານຫຼາຍ ແຕ່ເຂົາສາມາດຢືນຄຽງຂ້າງທ່ານໄດ້ຍາວນານດ້ວຍຄວາມໝັ້ນຄົງໃນຄວາມສຳພັນ ເຖິງແມ່ນວ່າຈະເປັນຊ່ວງເວລາທີ່ສັບສົນວຸ້ນວາຍກໍ່ຕາມ 
 
3.ເຂົ້າອົກເຂົ້າໃຈ
ເນື້ອຄູ່ ຈະເຂົ້າໃຈທ່ານໄດ້ທຸກເລື່ອງເຖິງແມ່ນວ່າທ່ານຈະຢູ່ໄກ ແລະ ເຊື່ອໝັ້ນຕົວທ່ານສະເໝີ ໂດຍບໍ່ຕ້ອງອະທິບາຍວ່າທ່ານເປັນຄົນແບບແນວໃດ ຈະບໍ່ມີເລື່ອງຜິດໃຈກັນງ່າຍໆ ແລະ ຈະບໍ່ເຂົ້າໃຈທ່ານຜິດບໍ່ວ່າຈະເປັນເລື່ອງໃດກໍ່ຕາມ 
 
ສ່ວນຄູ່ຄອງນັ້ນ ຈຳເປັນຕ້ອງຮຽນຮູ້ເຊິ່ງກັນ ແລະ ກັນ ຕ້ອງຄອຍອະທິບາຍວ່າທ່ານເຮັດຫຍັງຢູ່ໃສ ເພື່ອປ້ອງກັນການເຂົ້າໃຈຜິດ ເພາະທ່ານບໍ່ໄດ້ຮູ້ຈັກຄວາມຄິດຂອງເຂົາເລິກຊື້ງ ດັ່ງນັ້ນຈິ່ງຈຳເປັນຕອງມີກໃານປັບທັດສະນະຄະຕິໃຫ້ເຂົ້າກັນ ຮຽນຮູ້ທີ່ຈະຢູ່ນຳກັນຫຼາຍຂຶ້ນ 
4.ຄວາມສຳຄັນ
ເນື້ອຄູ່ຂອງທ່ານຈະພະຍາຍາມໃຫ້ເຂົາເປັນສິ່ງສຳຄັນຫຼັກໃນຊີວິດຂອງທ່ານທຸກໆເລື່ອງ ທ່ານຈະຕ້ອງຄິດເຖິງເຂົາກ່ອນເປັນອັນດັບໜຶ່ງ ຫາກມີເລື່ອງຫຍັງເກີດຂຶ້ນກັບຊີວິດທ່ານ ທ່ານຈຳເປັນຕ້ອງບອກເຂົາໃຫ້ຮູ້ເປັນຄົນທຳອິດ ແລະ ເຂົາຈະຄອຍເປັນຄົນທີ່ຢູ່ເບື້ອຫຼັງທຸກເຫດການຂອງທ່ານ ແລະ ເຝົ້າເບິ່ງທ່ານຢູ່ສະເໝີຢ່າງພາກພູມໃຈ ແລະ ຍິນດີທີ່ໄດ້ຢືນຢູ່ໃນຫ້ວງຄວາມຄິດຂອງທ່ານຕະຫຼອດເວລາ
 
ຄູ່ຄອງຂອງທ່ານອາດເປັນເໝືອນຜູ້ຊ່ວຍຂອງທ່ານຫຼາຍກວ່າ ເຂົາບໍ່ໄດ້ເປັນທຸກສິ່ງທຸກຢ່າງຂອງທ່ານ ບໍ່ໄດ້ຢູ່ເບື້ອຫຼັງທຸກເລື່ອງແຫ່ງຄວາມສຳເລັດຂອງທ່ານ ເຂົາຈະຢູ່ຂ້າງໆທ່ານ ແລະ ຄອຍຍື່ນມືເຂົ້າມາຊ່ວຍທ່ານສະເໝີພຽງແຕ່ທ່ານເອີ່ຍປາກຂໍໃຫ້ເຂົາຊ່ວຍ ເຂົາຈະເປັນເພື່ອນຮ່ວມຊີວິດທີ່ດີຂອງທ່ານ 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...