spot_img
Homeຂ່າວຕ່າງປະເທດສະຫະລັດຂຶ້ນບັນຊີຜູ້ໂດຍສານ 8 ປະເທດ ນຳອຸປະກອນອິເລັກໂທຣນິກຕິດຕົວຂຶ້ນເຮືອບິນ

ສະຫະລັດຂຶ້ນບັນຊີຜູ້ໂດຍສານ 8 ປະເທດ ນຳອຸປະກອນອິເລັກໂທຣນິກຕິດຕົວຂຶ້ນເຮືອບິນ

Published on

ເມື່ອວັນທີ 21 ມີນາ ບີບີຊີລາຍງານວ່າ ທາງການສະຫະລັດອາເມລິກາອອກຄຳສັ່ງຫ້າມຜູ້ໂດຍສານຈາກ 8 ປະເທດໃນຕະເວັນອອກາງ ແລະ ແອຟຣິກາເໜືອ ນຳອຸປະກອນອິເລັກໂທຣນິກຕິດຕົວຂຶ້ນເຮືອບິນໃນອາເມລິກາເດັດຂາດ

ອຸປະກອນອິເລັກໂທຣນິກດັ່ງກ່າວປະກອບມີ ແລັບເລັດ, ແລັບທັອບ, ໄອແພັດ, ກ້ອງຖ່າຍຮູບ, ເຄື່ອງຫຼິ້ນດີວີດີ, ເຄື່ອງຫຼິ້ນເກມອິເລັກໂທຣນິກ ສ່ວນໂທລະສັບ ແລະ ສະມາດໂຟນຍັງຄົງໄດ້ຮັບອະນຸຍາດໃຫ້ຖືຂຶ້ນເຄື່ອງໄດ້.

ແຫລ່ງຂ່າວຈາກລັດຖະບານສະຫະລັດລະບຸວ່າ ມາດຕະການທີ່ອອກມານີ້ຈະສົ່ງຜົນກັບສາຍການບິນ 9 ແຫ່ງທີ່ບິນຕົງມາທີ່ສະໜາມບິນຂອງສະຫະລັດ 10 ແຫ່ງ ເຖິງແມ່ນວ່າຊື່ 8 ປະເທດໃນພູມິພາກດັ່ງກ່າວບໍ່ທັນໄດ້ມີການປະ ກາດອອກມາຢ່າງເປັນທາງການຈາກກະຊວງຄວາມໝັ້ນຄົງແຫ່ງພາກພື້ນທີ່ອອກມາປະຕິເສດຂໍ້ຄິດເຫັນ ແຕ່ມີຄວາມເປັນໄປໄດ້ວ່າສາຍການບິນຈາກປະເທດ ຈໍແດນ,​ ອີຢິບ, ຊາອຸດິອາຣະເບຍ, ສະຫະລັດອາຫຼັບອາມິເຣດ, ເອທິ ໂອເປຍ, ຄູເວດ, ໂຕໂກ ແລະ ໄນຈີເຣຍ ທີ່ມີທ້ຽວບິນໂດຍກົງສູ່ສະຫະລັດອາເມລິກາອາດໄດ້ຮັບຜົນກະທົບ.

ເນື່ອງຈາກເມື່ອເດືອນ ກຸມພາທີ່ຜ່ານມາ ມີເຫດການບໍ່ຄາດຄິດເກີດຂຶ້ນຫຼັງຈາກສາຍການບິນ ດາອັລໂລ ຈາກດູໄບ ເກີດລະເບີດຂຶ້ນໃນຫ້ອງຜູ້ໂດຍສານເຮືອບິນທີ່ກຳລັງຂຶ້ນສູ່ທ້ອງຟ້າໄດ້ບໍ່ດົນຈາກນະຄອນຫຼວງ ໂມກາດິຊູ ຂອງປະເທດໂຊມາເລຍ

 

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...