ເສັ້ນທາງຂອງຊີວິດ ແລະ ຫົວໃຈ ຕອນທີ 3

ຕອນທີ 3 ເຮັດຕົວບໍ່ຖືກເລີຍ

ເຖິງມື້ທີ່ຕ້ອງເຮັດຄວາມສະອາດ ໃນເຮືອນນີ້ມີແມ່ບ້ານຢູ່ສອງຄົນ ກໍ່ເລີຍແບ່ງກັນ ເອື້ອຍສອນເຮັດຄວາມສະອາດຢູ່ຊັນເທິງຂ້ອຍເຮັດຄວາມສະອາດຢູ່ລຸ່ມ ຫຼັງຈາກເຮັດຄວາມສະອາດທັງສອງຊັ້ນແລ້ວໆ ເອື້ອຍສອນກໍ່ອອກໄປຊື້ເຄື່ອງຂອງໃຊ້ໃນເຮືອນລວມທັງຂອງກິນມາໄວ້ ແລ້ວກໍ່ບອກໃຫ້ຂ້ອຍໄປເຮັດອານາໄມທີ່ສະລອຍນ້ຳຫຼັງບ້ານ ທາງຫຼັງຂອງເຮືອນຫຼັງນີ້ມີສະລອຍນ້ຳຂະໜາດກາງນ້ຳໃສສະອາດໜ້າລອຍສຸດໆ ຄວາມຈິງແລ້ວທັງໃນສະນ້ຳ ແລະ ບໍລິເວນຂອບສະນ້ຳກໍ່ບໍ່ໄດ້ເປື້ອນ ແຕ່ອາທິດໜຶ່ງຕ້ອງເຮັດຄວາມສະອາດທຸກໆ 3 ມື້ ຫຼື ຫຼາຍກວ່ານັ້ນ ກໍລະນີຖ້າມີຄົນມາລອຍນ້ຳຫຼັງຈາກນັ້ນກໍ່ຕ້ອງເຮັດຄວາມສະອາດ ໃນຂະນະທີ່ຂ້ອຍກຳລັງຖູພື້ນບໍລິເວນຂອບສະນ້ຳ ກໍ່ແນມໄປເຫັນຜູ້ຊາຍຕົວສູງ ຜິວຂາວນຽມ ໜ້າກິ້ງ ນຸ່ງພຽງໂສ້ງຂາສັ້ນສີດຳ ຜ້າແພຂາວຜືນໃຫຍ່ພາດບ່າຍ່າງມຸ່ງໜ້າມາທີ່ສະນ້ຳ ອໍຣ້າຄວາມຫຼໍ່ພຸ້ງເຂົ້າຕາເຂົ້າໃຈຂ້ອຍແບບເຕັມແມັກ ເບິ່ງຫຸ່ນເຫັນກ້າມທອງລຽນກັນເປັນກ້ອນໆ ຂ້ອຍໄດ້ແຕ່ອຶ້ງ ແລະ ຄິດຢູ່ໃນໃຈວ່າ

“ຄືມັນດີຕໍ່ໃຈສຸດໆ! ເຫັນ ຊິກແພັກ ນາຍນ້ອຍເອກແລ້ວ ຮູ້ສຶກຫິວນ້ຳຂັ້ນມາທັນທີ” ກືນນໍ້າລາຍລົງຄໍອືນໃຫຍ່ກ່ອນທີ່ຈະດຶງສະຕິກັບມາທີ່ຕົວອີກຄັ້ງ, ນາຍນ້ອນເອກຍ່າງກາຍໄປໂດຍທີ່ບໍ່ແນມມາທີ່ເຮົາເລີຍແມ້ແຕ່ໜ້ອຍດຽວ ແຕ່ເລື່ອງນັ້ນມັນບໍ່ແມ່ນເລື່ອງແປກເລີຍທີ່ຜູ້ຊາຍສົມບູນແບບຢ່າງນາຍນ້ອຍເອກທີ່ບໍ່ເລືອກແນມເບິ່ງເຮົາ ກໍ່ສົມຄວນຢູ່ ຂ້ອຍພະຍາຍາມເລັ່ງມືຖືຂອບສະໃຫ້ແລ້ວໄວໆຈິ່ງຈະໄດ້ໄປຈາກບ່ອນນີ້ ໃຈໜຶ່ງກໍ່ບໍ່ຢາກໃຫ້ແລ້ວໄວ ເພາະຢາກເບິ່ງຄົນຫຼໍ່ລອຍນ້ຳ ແຕ່ອີກໃຈກໍ່ຄິດຂຶ້ນໄດ້ວ່ານີ້ມັນບໍ່ແມ່ນເລື່ອງສົມຄວນທີ່ເຮົາຈະມາຕັ້ງໃຈຢາກເບິ່ງຄົນຫຼໍ່ເຮົາຕ້ອງຟ້າວເຮັດວຽກນີ້ໃຫ້ສຳເລັດເພື່ອຈະໄປຕໍ່ວຽກໃໝ່ ມືຈັບໄມ້ຖູພື້ນຖູໄປສ່ວນຕາກໍ່ແນມຜູ້ຊາຍລອຍນ້ຳໄປ ໂອ…ຄືມີແນວກະຕຸ້ນໃຫ້ມີແຮງເຮັດວຽກຂຶ້ນມາທັນທີ ເມື່ອຖູຂອບສະແລ້ວຂ້ອຍກໍ່ຟ້າວຫິ້ງອຸປະກອນເຮັດຄວາມສະອາດອອກໄປຈາກບໍລິເວນສະລອຍນ້ຳທັນທີດ້ວຍຄວາມເຂີນອາຍເລິກໆ ເຖິງຈະຮູ້ສຶກເຂີນອາຍແນ່ກໍ່ຕາມແຕ່ໃນໃຈຄິດເສຍດາຍເລັກນ້ອຍທີ່ອົດເຫັນຄົນຫຼໍ່ລອຍນ້ຳດົນໆ

ຫຼັງຈາກເອົາອຸປະກອນເຮັດຄວາມສະອາດໄປເກັບມ້ຽນໄວ້ທີ່ຫ້ອງເກັບເຄື່ອງແລ້ວ ຂ້ອຍກໍ່ຍ່າງກ້ຽວໄປທາງຂ້າງຫ້ອງເກັບເຄື່ອງເຫັນໝາກມ່ວງແກ້ວກຳລັງໜ່ວຍທໍ່ກຳປັ້ນພໍດີກິນ ເຫັນແລ້ວນ້ຳລາຍໄຫລກໍ່ເລີຍເອົາໄມ້ສ້າວທີ່ວາງໄວ້ກ້ອງກົກມ່ວງມາຕ່ອຍເອົາໝາກມ່ວງຈັກ 2-3 ໜ່ວຍ ເພື່ອໄປກິນກັບແຈ່ວເກືອ ຕົ້ນໝາກມ່ວງບໍ່ສູງປານໃດຂ້ອຍກໍ່ເລີຍຕ່ອຍເອົາໄດ້ງ່າຍໃຊ້ໄມ້ຊ້າວຟາດພາດດຽວກໍ່ຕົກລົງມາເປັນພວງ 3-4 ໜ່ວຍ ເມື່ອວຽກງານກໍ່ເຮັດສຳເລັດໝົດແລ້ວຕອນນີ້ເອື້ອຍສອນກໍ່ຍັງບໍ່ທັນໄດ້ກັບມາແຕ່ຕະຫຼາດ ນີ້ຖືວ່າເປັນໂອກາດດີ ເພາະຍັງວ່າງວຽກຂ້ອຍເລີຍເອົາໝາກມ່ວງທີ່ຕ່ອຍໄດ້ແລ້ວມາຊັບໆເປັນບ່ຽງບໍ່ບາງ ແລະ ບໍ່ໜາຫຼາຍຈັດໃສ່ຈານ ຈາກນັ້ນກໍ່ເລີ່ມການຕຳແຈ່ວ ສາກມາ ຄົກພ້ອມ ເອົາໝາກເພັດລົງໄປຈັກ 5-6 ໜ່ວຍ ນ້ຳຕານ, ເກືອ,​ແປ້ງນົວ, ຫົວກະທຽມແຫ້ວແນ່ຈັກຫົວສອງຫົວໃສ່ລົງທີ່ຄົກແລ້ວກໍ່ຕຳໃຫ້ລະອຽດໃນລະ ຫວ່າງຕຳແຈ່ວຢູ່ນັ້ນ ເມື່ອໃນເຮືອນຄົວກໍ່ມີແຕ່ຂ້ອຍຄົນດຽວ ແລະ ຄົງບໍ່ມີເຈົ້ານາຍຄົນໃດລົງມາທີ່ເຮືອນຄົວດອກ ເພາະຖ້າພວກເພິ່ນຕ້ອງການສິ່ງໃດພວກເພິ່ນກໍ່ຈະໂທມາໃສ່ເບີຂອງເຮືອນຄົວແລ້ວສັ່ງທັນທີ ໄດ້ໂອກາດເໝາະມາຢູ່ນີ້ເປັນເດືອນຍັງບໍ່ໄດ້ຮ້ອງເພງສຽງດັງອອກຈາກປາກຈັກເທື່ອ ເພາະທີ່ຜ່ານມາຮ້ອງແຕ່ໃນໃຈຮູ້ສຶກອັດອັ້ນຕັນໃຈ ມື້ນີ້ ອາລີ້ ຂໍປົດປ່ອຍຈັກບົດເພງຄົງຈະບໍ່ມີໃຜຮູ້ ຂ້ອຍທັງຕຳແຈ່ວທັງຮ້ອງເພງທັງເຕັ້ນດ້ວຍຄວາມເພີດເພີນ ແຕ່ໃນຈັງຫວະນັ້ນເອງ ກໍ່ໄດ້ຍິນສຽງຄືຄົນກຳລັງໄຂຕູ້ເຢັນຂ້ອຍຈິ່ງສະດຸ້ງຫັນໄປເບິ່ງທີ່ຕູ້ເຢັນ ເຫັນເປັນນາຍນ້ອຍເອກກຳລັງໄຂຕູ້ເຢັນແລ້ວຈັບນ້ຳຕຸກໜຶ່ງອອກມາຈາກຕູ້ເຢັນເພື່ອດື່ມ ຕອນນັ້ນໃບໜ້າຂ້ອຍຕື່ນຕົກໃຈສຸດຂີດ ສີໜ້າແດງສາດດ້ວຍຄວາມເຂີນອາຍ ແລະ ກໍ່ຄິດຢູ່ໃນໃຈວ່າ
“ງານເຂົ້າແລ້ວກູ ເຂົ້າມາຕອນໃດລະນິ ເຫັນໝົດລະບໍ່ນິ” ແຕ່ຂ້ອຍກໍ່ກັດແຂ້ວສູ້ເອີ່ຍຖາມນາຍນ້ອຍ ເອກ ດ້ວຍນ້ຳສຽງ ແລະ ທ່າທາງປົກກະຕິຄືບໍ່ເຄີຍມີຫຍັງເກີດຂຶ້ນ ເພື່ອຄວາມແກ້ເຂີນ ທັງທີ່ຄວາມອາຍທະລັກອອກມາທີ່ໃບໜ້າໃບຫູ
“ນາຍນ້ອຍເອກຢາກດື່ມນ້ຳ ເປັນຫຍັງຄືບໍ່ໂທເຂົ້າມາສັ່ງໃຫ້ຂະນ້ອຍເອົານ້ຳໄປສົ່ງໃຫ້ທີ່ສະນ້ຳ”
ນາຍນ້ອຍເອກຈັບຕຸກນ້ຳເປົ່າໄປວາງໄວ້ເຖິງໂຕະໃນເຮືອນຄົວແລ້ວກ່າວອອກມາວ່າ
“ຖ້າຂ້ອຍບໍ່ມາຫາດື່ມນ້ຳເອງ ກໍ່ຄົງຈະບໍ່ໄດ້ເຫັນເລື່ອງຕະລົກແບບນີ້” ເວົ້າສຸດຄວາມກໍ່ຫັນມາສີກຍິ້ມມຸມປາກຂ້າງໜຶ່ງເບົາໆໃສ່ຂ້ອຍ ແລ້ວກໍ່ຍ່າງຈາກໄປ
ເຫັນສາຍຕາ ແລະ ຮອຍຍິ້ມແບບນັ້ນກໍ່ໝັ້ນໃຈເລີຍວ່າ ລາວເຫັນທັງໝົດ ຂ້ອຍຕາຕັ້ງອ້າປາກໄປເຮືອກໜຶ່ງ ແລະ ຄິດຢູ່ໃນໃຈວ່າ “ຊັດເຈນວ່າ…ເຫັນ”

ມື້ນີ້ວຽກແລ້ວໄວ ປະມານ 21:00 ໂມງກໍ່ຈະໄດ້ນອນແລ້ວ ແຕ່ກ່ອນຈະນອນກໍ່ຕ້ອງມີການເສີມຄວາມງາມກັນແນ່ເລັກນ້ອຍ ເອື້ອຍສອນໃຊ້ໝາກຂາມຂີ້ມິ້ນພອກໜ້າ ສ່ວນຂ້ອຍກໍ່ກຳລັງຈາກພອກໜ້າເຊັ່ນດຽວກັນ ແລ້ວສຽງໂທລະສັບຕັ້ງໂຕະປະຈຳແມ່ບ້ານກໍ່ດັງຂຶ້ນ ສາຍທີ່ໂທເຂົ້າມານັ້ນແມ່ນນາຍນ້ອຍ ໂທເຂົ້າມາສັ່ງນົມອຸ່ນໆ ໃຫ້ເອົາຂຶ້ນໄປສົ່ງທີ່ຫ້ອງນອນ ຍ້ອນເອື້ອຍສອນຫາກໍ່ພອກໜ້າແລ້ວ ເອື້ອຍສອນຈິ່ງແນມມາທີ່ຂ້ອຍ ເບິ່ງໜ້າຮູ້ໃຈ ຂ້ອຍຮູ້ເລີຍວ່າງານກຳລັງຈະເຂົ້າຂ້ອຍແນ່ນອນ ຂ້ອຍເລີຍເຮັດສີໜ້າອອດອ້ອນໃສ່ເອື້ອຍສອນ ແລະ ຄິດໃນໃຈວ່າ “ຢ່າໃດ໋ ເອື້ອຍສອນ ຫວັງວ່າຈະບໍ່ໃຊ້ນ້ອງໄປ”

ຕາມຄາດ ເອື້ອຍສອນເອີ່ຍປາກບອກໃຫ້ຂ້ອຍເປັນຄົນເອົານົມໄປສົ່ງໃຫ້ນາຍນ້ອຍທີ່ຫ້ອງນອນ ຂ້ອຍຈິ່ງພະອືດພະອົມຕອບປະຕິເສດເອື້ອຍສອນໄປທັນທີວ່າ
ອາລີ້ ຕອບປະຕິເສດເອື້ອຍສອນ “ເອື້ອຍສອນນ້ອງບໍ່ຢາກໄປ”
ເອື້ອຍສອນເຮັດນ້ຳສຽງຈິງຈັງຖາມກັບມາວ່າ “ເຫດຜົນ”
ເອື້ອຍສອນຖາມຫາເຫດຜົນ ແລ້ວຂ້ອຍຈະຕອບແນວໃດດີ “ຈະຕອບໄປວ່າບໍ່ຢາກເຫັນໜ້ານາຍນ້ອຍ ຕອບບໍ່ໄດ້ເດັດຂາດໂຕນິ! ຖ້າຈະຕອບວ່າກຳລັງຈະພອກໜ້າ ເຫດຜົນນີ້ແຮງບໍ່ມີນ້ຳໜັກ, ຫຼື ຈະຕອບໄປວ່າຮູ້ສຶກບໍ່ສະບາຍດີ! ອື່…ເຫດຜົນນີ້ມີນ້ຳໜັກທີ່ສຸດໃນການຕໍ່ລອງ“ ເມື່ອຄິດໄດ້ຂ້ອຍກໍ່ເລີຍກັບເອື້ອຍສອນໄປ
ອາລີ້ ຕອບ: ມື້ນີ້ນ້ອງຮູ້ສຶກບໍ່ສະບາຍຕົນຕົວ! ຢາກນອນພັກເອົງແຮງແຕ່ຫົວຄ່ຳ

ເວົ້າແລ້ວຂ້ອຍກໍ່ຟ້າວໂນ້ມຕົວລົງນອນຫັນຫຼັງພ້ອມເອົາຜ້າມາຫົ່ມກາຍ ແລ້ວທຳທ່າຫຼັບ ການທີ່ຂ້ອຍເຮັດແບບນີ້ບໍ່ຮູ້ວ່າເອື້ອຍສອນຈະຄິດແບບໃດກັບຂ້ອຍ ແຕ່ກໍ່ຄົງບໍ່ພໍໃຈເລັກນ້ອຍ ແຕ່ຂ້ອຍກໍ່ພະວານາຢູ່ໃນໃຈຢ່າໃຫ້ເອື້ອຍສອນຄຽດໃຫ້ “ເອື້ອຍສອນນ້ອງຂໍໂທດ! ມື້ນີ້ຂໍຂັດຄຳສັ່ງ ຢ່າຄຽດໃຫ້ເລີຍເດີ້ ນ້ອງບໍ່ໄດ້ຕັ້ງໃຈທີ່ຈະຂັດຄຳສັ່ງເອື້ອຍ ແຕ່ນ້ອງບໍ່ຢາກໄປພົບໜ້ານາຍນ້ອຍໃນຕອນນີ້ເທື່ອ”

ຂ້ອຍໄດ້ຍິນສຽງເອື້ອຍສອນຖອກຫາຍໃຈເຫືອກໃຫຍ່ໜຶ່ງບາດ ແລ້ວລຸກຂຶ້ນຈາກຕັ່ງ ກ່ອນຈະອອກໄປຈາກຫ້ອງນອນກໍ່ເວົ້າຂຶ້ນບາງປະໂຫຍກວ່າ “ມື້ນີ້ເຈົ້າຄົງຈະເມື່ອຍຫຼາຍແທ້ໆ ຊັ້ນເຈົ້ານອນພັກກ່ອນສະ ດຽວເລື່ອງນົມເອື້ອຍຈັດການເອງ”

ຫຼັງຈາກເອື້ອຍສອນອອກຈາກຫ້ອງໄປຂ້ອງກໍ່ຟ້າວລຸກນັ່ງ ແລະ ຄິດທົບທວນເຖິງຄຳເວົ້າຂອງເອື້ອຍສອນຢູ່ຄົນດຽວໃນໃຈວ່າ “ທີ່ເອື້ອຍສອນເວົ້າມານີ້ ຫວັງວ່າເອື້ອຍສອນຈະບໍ່ໄດ້ເວົ້າປະຊົດເຮົາເດີ້! ເອ໊ະ… ຫຼື ວ່າເຮົາຄິດຫຼາຍໄປເອງ ເອື້ອຍສອນຄືສິບໍ່ແມ່ນຄົນ….” ແລະ ຂ້ອຍກໍ່ລົ້ມລົງນອນທີ່ບ່ອນຕາມເຄີຍ

ເອື້ອຍສອນໄປລ້າງໜ້າເອົາໝາກຂາມທີ່ພອກອອກຈາກໜ້າກ່ອນແລ້ວຈິ່ງຍ່າງໄປທີ່ຫ້ອງຄົວເພື່ອຊົງນົມ ແລະ ນຳຈອກນົມຂຶ້ນໄປທີ່ຫ້ອງຂອງນາຍນ້ອຍເອກ ກ່ອນໄຂປະຕູຫ້ອງເຂົ້າໄປຕ້ອງເຄາະປະຕູກ່ອນ 1-2 ເທື່ອຕາມມາລະຍາດ ຫາກໄດ້ຍິນສຽງອະນຸຍາດຈາກເຈົ້າຂອງຫ້ອງຈິ່ງຈະສາມາດໄຂປະຕູເຂົ້າໄປໄດ້ ໃນຂະນະທີ່ເອື້ອຍສອນໄຂປະຕູຫ້ອງເຂົ້າໄປກໍ່ເຫັນໃບໜ້າທີ່ຍິ້ມແຍ້ມຂອງນາຍນ້ອຍເອກທັນທີ ເໝືອນກັບຍິ້ມຕ້ອນຮັບ ແຕ່ໃບໜ້າທີ່ມຮອຍຍິ້ມເບົາໆນັ້ນກໍ່ກັບມາເຊີຍຊາອີກຄັ້ງເມື່ອນາຍນ້ອຍເອກເຫັນຍິງທີ່ນຳຈອກນົມເຂົ້າມາໃຫ້ນັ້ນແມ່ນເອື້ອຍສອນ ເຊິ່ງການປ່ຽນອາລົມສີໜ້ານີ້ຂອງນາຍນ້ອຍມັນໄດ້ເຮັດໃຫ້ເອື້ອຍສອນແປກໃຈ ຄືກັບວ່ານາຍນ້ອຍກຳລັງຜິດຫວັງທີ່ເຫັນຄົນສົ່ງນົມນັ້ນເປັນເອື້ອຍສອນແທນທີ່ຈະເປັນອີກຄົນ ເອື້ອຍສອນຢືນຂ້າງໆ ເພື່ອຈະຖ້າເອົາຈອກນົມທີ່ດື່ມແລ້ວໄປມ້ຽນພ້ອມເລີຍ ແຕ່ນາຍນ້ອຍເອກຈ້ອງເບິ່ງທີ່ໜັງສືໜ້ານິ້ງແລ້ວບອກກັບເອື້ອຍສອນດ້ວຍນ້ຳສຽງເຢັນຊາໄປວ່າ

“ນົມນີ້ຂ້ອຍຕ້ອງໃຊ້ເວລາດື່ມຈັກພັກໜຶ່ງ ເຈົ້າອອກໄປກ່ອນ ມື້ອື່ນເຊົ້າຈິ່ງໃຫ້ຄົນຂຶ້ນມາເກັບຈອກໄປມ້ຽນແຕ່ເຊົ້າ”
ເມື່ອຄຳເວົ້າຂອງນາຍນ້ອຍຈົບລົງ ເອື້ອຍສອນກໍ່ຄ່ອຍໆຍ່າງອອກມາຈາກຫ້ອງຍ່າງຊ້າໆແລ້ວຄິດທົບທວນເຖິງຄຳເວົ້າຂອງນາຍນ້ອຍເອກ ແລະ ພຶມພຳເບົາໆຄົນດຽວວ່າ
“ມື້ອື່ນເຊົ້າຈິ່ງໃຫ້ຄົນຂຶ້ນມາເກັບຈອກໄປມ້ຽນ! ເວົ້າແບບນີ້ຄືມີລັບລົມຄົມໃນ! ເອ໋ະ..ຫຼື ເຮົາຈະຄິດໄປເອງ”

ເຊົ້າມື້ນີ້ແປກໆຕັ້ງອາຫານເຊົ້າທີ່ໂຕະກິນເຂົ້າແລ້ວ ທັງ ມາດາມ ແລະ ດຣ ກໍ່ມາທີ່ໂຕະອາຫານແລ້ວ ທຸກຄົນນັ່ງລໍຖ້ານາຍນ້ອຍເອກລົງມາກິນເຂົ້າເຊົ້າ ຜ່ານໄປ 5 ນາທີ, ມາດາມສົ່ງສັນຍານໃຫ້ຂ້ອຍຂຶ້ນໄປນ້ອງນາຍນ້ອຍເອກຈາກຫ້ອງນອນລົງມາກິນເຂົ້າເຊົ້າ ຂ້ອຍຮູ້ສຶກໜັກໜ່ວງໃຈຂຶ້ນມາທັນທີແຕ່ຈະປະຕິເສດຄືກັບເລື່ອງນົມກໍ່ຄົງເຮັດບໍ່ໄດ້ ເພາະນີ້ແມ່ນ ມາດາມ ເປັນຄົນສັ່ງການດ້ວຍຕົວເອງ ຂ້ອຍເລີຍຈຳເປັນຕ້ອງຂຶ້ນໄປເອີ້ນນາຍນ້ອງທີ່ໜ້າຫ້ອງເພື່ອລົງມາກິນເຂົ້າເຖິງຈະຮູ້ສຶກຝືນໃຈແນ່ຈັກໜ່ອຍແຕ່ກໍ່ຫຼີກລ່ຽງບໍ່ໄດ້ ເພາະເຮົາເປັນລູກຈ້າງນາຍສັ່ງກໍ່ຕ້ອງໄປ, ທີ່ໜ້າປະຕູຫ້ອງກ່ອນເຄາະປະຕູຮ້ອງຂ້ອຍຖອນຫາຍໃຈຮວບຮວມຄວາມກ້າເຫືອກໃຫຍ່ໜຶ່ງເທື່ອ ຈາກນັ້ນກໍ່ເລີ່ມເຄາະປະຕູຫ້ອງເບົາໆ 1-2 ເທື່ອ ແລ້ວກໍ່ເລີ່ມຮ້ອງວ່າ

“ນາຍນ້ອຍເອກ ອາຫານເຊົ້າພ້ອມແລ້ວ”

ບໍ່ມີສັນຍານຕອບຮັບກັບມາ ຂ້ອຍກໍ່ນິ້ງ ແລະ ຂ່ຽງຫູຂ້າງໜຶ່ງແນບທີ່ປະຕູຫ້ອງເພື່ອດັກຟັງ ບຶດໜຶ່ງກໍ່ໄດ້ຍິນສຽງລູກບິດປະຕູຈາກຂ້າງໄຂກຳລັງໄຂປະຕູອອກມາ ຂ້ອຍຈິ່ງຟ້າວຖອຍໄປຢືນຂ້າງປະຕູທັນທີ ກິ່ນນ້ຳຫອມເຢັນໆໂສຍມາຈາກໜ້າປະຕູເມື່ອສູດດົມແລ້ວຮູ້ສຶກສົດຊື່ນດັງເຫຼືອເກີນ ເຊິ່ງເຈົ້າຂອງນ້ຳຫອມກິ່ນນີ້ກໍ່ບໍ່ແມ່ນໃຜຄົນອື່ນໄປໄດ້ນອກຈາກນາຍນ້ອຍເອກສຸດຫຼໍ່ນີ້ເອງ, ນາຍນ້ອຍເອກຢືນຢູ່ຕໍ່ໜ້າ ຂ້ອຍເຫັນໃກ້ໆແລ້ວຍິ່ງເຮັດໃຫ້ຫົວໃຈເຕັ້ນແທບບໍ່ເປັນຈັ່ງຫວະ ເພາະອອນຊອນກັບໃບໜ້າອັນຂາວນວນ ປາກສີບົວອ່ອນ ດັງຄົມໄດ້ສ່ວນ ຄິ້ວຕົກດຳເຂັ້ມ ໃນດວງຕາມີປະກາຍເຢົ້າຢວນຊວນຝັນ ກິ່ນກາຍກໍ່ຫອມຫວນຊວນຫຼົງໄຫຼ ນາຍນ້ອຍໄດ້ຍື່ນມືອັນຂາວນຸ້ມນຽນມາຈັບມືຂວາອັນຫຍາບກ້ານຂອງຂ້ອຍຂຶ້ນມາ ຂ້ອຍໄດ້ແຕ່ຢືນຊິງແລະຄິດບ້າບໍຢູ່ໃນໃຈຄົນດຽວວ່າ “ພໍ່ຂອງລູກຂ້ອຍແທ້ໆ! ອິອິອິ” ແລ້ວໃບໜ້າສີກຍິ້ມທີ່ກໍາລັງເພີ້ຝັນຂອງຂ້ອຍກໍ່ຟັງລົງມາໃນຊົ່ວພິບຕາເມື່ອໄດ້ຍິນສຽງນາຍນ້ອຍເອກເວົ້າກັບຂ້ອຍວ່າ “ເອົາຈອກນົມນີ້ໄປມ້ຽນ” ເທົ່ານັ້ນແຫຼະ ຂ້ອຍຟ້າວດຶງສະຕິກັບມາທັນທີແລ້ວກໍ່ຟ້າວກຳເອົາຈອກທີ່ນາຍນ້ອຍເອກຢັດໃສ່ມືໃຫ້ໄວ້ຈົນແໜ້ນ ນາຍນ້ອຍເອກວາງມືຂ້ອຍລົງແລ້ວກໍ່ຍ່າງຈາກໄປດ້ວຍສີໜ້າສີກຍິ້ມເບົາໆ ຂ້ອຍກໍ່ຍ່າງຕາມຫຼັງນາຍນ້ອຍເອກລົງໄປທີ່ໂຕະອາຫານແບບຕິດໆດ້ວຍຄວາມເບີກບານໃຈ

ອ່ານຄືນຕອນທີ 2 ຕາມລິ້ງນີ້ເລີຍ https://www.laopost.com/2017/03/20/87179