Homeຂ່າວຕ່າງປະເທດອາເມລິກາ ຈະສ້າງກຳແພງກັ້ນເຂດແດນສະຫະລັດ-ເມັກຊີໂກ ທີ່ມີຂະໜາດໃຫຍ່ ແລະງາມ

ອາເມລິກາ ຈະສ້າງກຳແພງກັ້ນເຂດແດນສະຫະລັດ-ເມັກຊີໂກ ທີ່ມີຂະໜາດໃຫຍ່ ແລະງາມ

Published on

ສຳນັກຂ່າວເອເອຟພີລາຍງານເມື່ອວັນທີ 19 ມີນາ 2017 ຜ່ານມາວ່າ ລັດຖະບານສະຫະລັດ ຕ້ອງການສ້າງກຳແພງກັ້ນເຂດແດນສະຫະລັດ-ເມັກຊີໂກ ດ້ວຍຄວາມູງ 30 ຟຸດ ຫຼືປະມານ 9 ແມັດ ເພື່ອປ້ອງກັນການປີນຂ້າມ, ຕາມການເປີດເຜີຍ ເອກະສານໃນເວັບໄຊຕ໌ ຂອງລັດຖະບານທີ່ປະທານາທິບໍດີ ໂດນັລ ທຣັມ ສັນຍາວ່າຈະສ້າງ “ກຳແພງຂະໜາດໃຫຍ່ ແລະງາມ” ຕາມຊາຍແດນເມັກຊີໂກ

ເອກະສານທີ່ເຜີຍແຜ່ຕໍ່ສາທາລະນະເມື່ອຄືນວັນສຸກຜ່ານມາ ຂອງສຳນັກງານສຸນກາກອນ ແລະປົກປ້ອງເຂດແດນ (ຊີບີພີ) ສັງກັດກະຊວງຄວາມໝັ້ນຄົງແຫ່ງມາຕຸພູມສະຫະລັດ ທີ່ເປັນຜູ້ດູແລໂຄງການ ລາດຕະເວນ ແລະຮັກສາກຳແພງກັ້ນຊາຍແດນສະຫະລັດ-ເມັກຊີໂກ ໂດຍຂໍ້ສະເໜີຈະຖືກສົ່ງໃຫ້ລັດຖະບານໃນວັນທີ 29 ມີນາ 2017 ນີ

ທັງນີ້ ລັດຖະບານຍັງບໍ່ໄດ້ບອກວ່າຈະສ້າງກຳແພງກັ້ນຊາຍແດນບ່ອນໃດ ພຽງແຕ່ບອກວ່າບາງສ່ວນຈະສ້າງແທນບ່ອນກັ້ນ ທີ່ມີຢູ່ໃນປັດຈຸບັນ ເຊິ່ງມີໄລຍະທາງປະມານ 700 ໄມລ໌ ຫຼື ປະມານ 1126 ກິໂລແມັດ ຈາກໄລຍະເຂດແດນຮ່ວມກັນທັງໝົດປະມານ 2,000 ໄມລ໌ ຫຼືປະມານ 3218 ກິໂລແມັດ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...