spot_img
Homeຂ່າວທ້ອງຖິ່ນອົງການກວດສອບແຫ່ງລັດ ພົບຂໍ້ຫຍຸ້ງຍາກຫຼາຍຢ່າງ

ອົງການກວດສອບແຫ່ງລັດ ພົບຂໍ້ຫຍຸ້ງຍາກຫຼາຍຢ່າງ

Published on

ເຟສບຸ໊ກສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 21 ມີນາ 2017 ນີ້ວ່າ ປະທານອົງການກວດສອບແຫ່ງລັດ ຍອມຮັບວ່າ ການມີອຳນາດຢ່າງຈຳກັດເຮັດໃຫ້ຕ້ອງຜະເຊີນກັບຄວາມຫຍຸ້ງຍາກ ໃນການຈັດເກັບລາຍຮັບຄືນ ຈາກພະນັກງານລັດ ທີ່ນຳໃຊ້ງົບປະມານໄປໂດຍບໍ່ຖືກຕ້ອງ.

ທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ຍອມຮັບວ່າ ການທີ່ອົງການກວດສອບແຫ່ງລັດ ມີອຳນາດຢ່າງຈຳກັດໃນການດຳເນີນມາດຕະການຕ່າງໆເມື່ອໄດ້ກວດພົບການລະເມີດວິໄນການເງິນ ໂດຍບັນດາພະນັກງານຂອງລັດຖະບານນັ້ນໄດ້ສົ່ງຜົນກະທົບຕໍ່ລະດັບປະສິດທິພາບໃນການຮຽກ ແລະການຈັດເກັບລາຍຮັບຄືນຈາກບັນດາພະນັກງານທີ່ນຳໃຊ້ງົບປະມານໄປ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍຢ່າງຫລີກລ່ຽງບໍ່ໄດ້.

ທັງນີ້ກໍເນື່ອງຈາກວ່າ ອົງການກວດສອບແຫ່ງລັດມີອຳນາດພຽງການແຈ້ງເຕືອນໄປຍັງໜ່ວຍງານທີ່ຮັບຜິດຊອບ ໂດຍກົງເທົ່ານັ້ນ ເພື່ອໃຫ້ດຳເນີນການຮຽກ ແລະການຈັດເກັບລາຍຮັບຄືນໄດ້ຕາມກົດໝາຍວ່າດ້ວຍການກວດສອບແຫ່ງລັດ ດັ່ງທີ່ ທ່ານນາງວຽງທອງໄດ້ໃຫ້ການອະທິບາຍວ່າ: “ການປະບັດມາດຕາ 19 ຂອງກົດໝາຍວ່າດ້ວຍ ການກວດສອບແຫ່ງລັດຫັ້ນ ຖືວ່າໃນປັດຈຸບັນ ພວກຂ້າພະເຈົ້າ ກໍ່ມີແຕ່ນຳສະເໜີເພື່ອໃຫ້ອົງການທີ່ວ່າ ເປົ້າໝາຍຖືກກວດສອບຫັ້ນແຫລະ ເພື່ອວ່າແກ້ໄຂປັບປຸງດ້ວຍຕົນເອງ ອັນນີ້ພວກຂ້າພະເຈົ້າກໍບໍ່ມີສິດຫຍັງ ມີແຕ່ສິດແນະນຳ ໃຫ້ປັບ ປຸງແກ້ໄຂແລ້ວກະສະເໜີມາດຕະການເພື່ອວ່າ ໃຫ້ສອດຄ້ອງກັບລະບຽບກົດໝາຍ ຂອງແຕ່ລະພາກສ່ວນ ສະ ນັ້ນ ອັນນີ້ ກໍເປັນພາລະລົດບາດອັນນຶ່ງ ໃນກໍລະນີທີ່ກວດສອບເຫັນການລະເມີດວິໄນການເງິນ.

”ໂດຍອີງຕາມລາຍງານຜົນການກວດສອບບົດສະຫລຸບຂາດໂຕໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໃນສົກປີ 2014-2015 ລະບຸວ່າ ໄດ້ກວດສອບເຫັນລາຍຮັບຂອງຫົວໜ່ວຍງົບປະມານ ໃນຂັ້ນສູນກາງ ແລະທ້ອງ ຖິ່ນບໍ່ໄດ້ມອບເຂົ້າງົບປະມານແຫ່ງລັດ ຄິດເປັນມູນຄ່າລວມເຖິງ 814.44 ຕື້ກີບ ຫຼືກວ່າ 100 ລ້ານໂດລາ ໃນນັ້ນ ກໍແບ່ງເປັນລາຍຮັບຂະແໜງສ່ວຍສາອາກອນ 173.77 ຕື້ກີບ ລາຍຮັບຂະແໜງຊັບສິນຂອງລັດ 156.66 ຕື້ກີບ ກອງທຶນລັດ 442.82 ຕື້ກີບ ແລະຄັງເງິນແຂວງ 41.15 ຕື້ກີບ.

ສ່ວນດ້ານລາຍຈ່າຍນັ້ນ ໄດ້ກວດສອບເຫັນຫົວໜ່ວຍງົບປະມານ ຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ໃຊ້ຈ່າຍນອກແຜນງົບປະມານແຫ່ງລັດ ໃນມູນຄ່າ 406.28 ຕື້ກີບ ຫຼື ຫລາຍກວ່າ 50 ລ້ານໂດລາ ໃນນັ້ນເປັນການໃຊ້ຈ່າຍ ເພື່ອເປັນເງິນອຸດໜຸນລັດຖະກອນ ຄ່າໃຊ້ຈ່າຍດ້ານການບໍລິຫານການຊື້ຍວດຍານພາຫະນະ ການດັດສົມ ແລະຊຳລະໂຄງການພັດທະນາຕ່າງໆຂອງລັດ ທີ່ປະສົບກັບບັນຫາຊັກຊ້າ.

ນອກຈາກນັ້ນ ຍັງໄດ້ກວດນສອບເຫັນການຊຳລະໜີ້ສິນ ການລົງທຶນຂອງລັດນອກແຜນງົບປະມານແຫ່ງລັດ ດ້ວຍຮູບແບບການອ່ວຍໜີ ຈຳນວນ 827.05 ຕື້ກີບ ຫຼືຫລາຍກວ່າ 103 ລ້ານໂດລາ ແລະການໃຊ້ຈ່າຍເງິນນອກແຜນງົບປະມານແຫ່ງລັດ ເພື່ອທົດແທນບັນຊີເງິນຝາກຂອງອົງການບໍລິຫານວິຊາການຂອງລັດ ໃນມິນຄ່າ 149.45 ຕື້ກີບ ຫຼື ກວ່າ 18 ລ້ານໂດລາ ທັງກໍຍັງກວດສອບເຫັນລາຍຈ່າຍລ່ວງໜ້າຢູ່ຄັງເງິນແຫ່ງລັດ ເຖິງ788.81 ຕື້ກີບ ຫຼືຫລາຍກວ່າ 98 ລ້ານໂດລາ ອີກດ້ວຍ.

ທາງດ້ານທ່ານ ບຸນເຕັມ ຊ່ວງໄຊຍະວົງ ສະມາຊິກສະພາແຫ່ງຊາດລາວ ຈາກແຂວງສະຫວັນນະເຂດ ໃຫ້ທັດສະນະວ່າ ການກວດສອບຈະພົບເຫັນການຮົ່ວໄຫລຂອງລາຍຮັບ ແລະງົບປະມານຂອງລັດຫລາຍກວ່ານີ້ ຖ້າຫາກໄດ້ມີການກຳນົດອຳນາດໜ້າທີ່ຢ່າງຊັດເຈນ ລະຫວ່າງການກວດສອບແຫ່ງລັດ ກັບອົງການກວດກາລັດຖະບານ ເພາະວ່າ ອຳນາດໜ້າທີ່ລະຫວ່າງ 2 ອົງການໃນປັດຈຸບັນນີ້ ຍັງຊ້ຳຊ້ອນກັນ ຈຶ່ງເຮັດໃຫ້ເກີດບັນຫາຊ່ອງວ່າງໃນການຈັດຕັ້ງປະຕິບັດດັ່ງກ່າວ.

ແຕ່ຢ່າງໃດກໍຕາມ ໄດ້ກວດພົບການຄໍຣັບຊັ້ນ ຢູ່ໃນແຂວງສາລະວັນ 1,836 ຕື້ກີບ ແລະຍຶດໄມ້ຜິດກົດໝາຍ 1,257,867 ແມັດກ້ອນ ທັງຍັງກວດພົບການເສຍຫາຍດ້ານງົບປະມານ ກວ່າ 1,143 ຕື້ກີບ ໃນແຂວງອຸດົມໄຊ ໃນຊ່ວງປີ 2011-2015 ອີກດ້ວຍ.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...