spot_img
Homeຊີວິດແລະຄວາມຮັກຢ່າບອກຮັກຕອນທີ່ຂ້ອຍບໍ່ໄດ້ຍິນ

ຢ່າບອກຮັກຕອນທີ່ຂ້ອຍບໍ່ໄດ້ຍິນ

Published on

5:30 ຕອນແລງ ຮາໂຫລ! ຂ້ອຍເລີກວຽກແລ້ວເດີ້ ເຈົ້າເລີກລະຫວາ? (ເມຍໂທຫາຜົວ)
ໂອ້ຍ! ຂ້ອຍຍັງບໍ່ເລີກດອກ ຂ້ອຍຍັງບໍ່ແລ້ວວຽກ ເຈົ້າຖ້າຂ້ອຍຢູ່ຫັນແຫຼະ (ຜົວຕອບ)
6:30 ຮາໂຫລ~ ຜົວແລ້ວວຽກຈັກໂມງເມຍຖ້າຢູ່ຫນ້າຫ້ອງການເດີ້ ຫ້ອງການເມຍມອດໄຟແລ້ວ ຊິລົງມາຖ້າຢູ່ລຸ່ມ
-ເອີ້ໆ ແລ້ວແຕ່ສິຖ້າໃສກະຖ້າ ສຸໂທມາຫລາຍຫົວຫນ້າສິຮ້າຍ
-ເອົ້າ ກະດຽວເຈົ້າເລີກ 4:30 ເຈົ້າວຽກຫລາຍຫວາ ຫລືເຈົ້າໄປກິນເບຍຢູ່
-ໂອ້ຍເນາະ ຊູຊີ ລຳຄານ ຫນ້າເບື່ອ ຖ້າຢູ່ຫັ້ນແຫຼະ ຮອດໂມງຫາກເຫັນ (ວາງສາຍ)
-ຮື~~ ວ່າລະນາ ໄປກີນເບຍຊິມາຮັບເຮົາກ່ອນກະບໍ່ໄດ້ເນາະ ຖ້າຢູ່ນີ້ ທັງຍຸງ ທັງຢ້ານ (ເມຍຈົ່ມ)
– 7:30 ໂທ ໂທ ໂທ ໂທ ບໍ່ຮັບ ບໍ່ຮັບ ບໍ່ຮັບ
-9:00 ຜົວຂີ່ລົດມາຮັບເມຍ ໂທຫາເມຍຄືບໍ່ຮັບວະ ໂທ ໂທ …..
ມາຮອດຫນ້າຫ້ອງການເມຍ ບໍ່ເຫັນເມຍ ແຕ່ເຫັນຄົນກຳລັງຫຸ້ມ ຈຸ້ມກັນຢູ່ ແນມລົງພື້ນ ເຫັນເກີບ ເອກະສານ ຊະຊາຍຢູ່ຕາມທາງ ຜົວເລິ່ມໃຈບໍ່ດີ ແລະຟ້າວຍ່າງໄປບ່ອນທີ່ຄົນຈຸ້ມກັນ ຂ້າງຫ້ອງການເມຍ ແມ່ນເປັນຟຸ່ມຫຍ້າຮົກ ລາວຢ່າງໄປ ເຫັນ ບິກ ເກີບ ກະເປົາ ແລະລາວຈື່ໄດ້ວ່າເປັນຂອງເມຍລາວ ລາວຈື່ງແລ່ນໄປຫາຄົນ ແລ້ວວ່າເປັນຫຍັງ ລາວອື້ງ ເພາະລາວເຫັນຜູ້ຍິງທີ່ນອນຢູ່ຫັ້ນແມ່ນເມຍລາວ ລາວ ສະຕິແຕກ ເຮັດຫຍັງບໍ່ຖືກ ລາວຖາມວ່າ ເມຍຂ້ອຍເປັນຫຍັງ ເມຍຂ້ອຍເປັນຫຍັງ ທັງເວົ້າທັງໄຫ້ ແລະ ຄົນຢູ່ຫັ້ນບອກວ່າ ເມຍເຈົ້າຖືກ ກຳມະກອນ ແຖວນີ້ ພະຍາຍາມສິຂົ່ມຂືນ ແຕ່ເມຍເຈົ້າຄັດຂືນຈຶ່ງຖືກຄົນຮ້າຍ ຂ້າປາດຄໍ ແລະ ສຽງ ຊຸບຊິບກະເວົ້າວ່າ ຕາຍຍຍຍ ຜູ້ຍິງຄົນດຽວ ຢືນຢູ່ ຄົນດຽວ ຫນ້າຕາກະດີ ຊິບໍ່ຢາກໃຫ້ເຂົາປອງຮ້າຍໄດ້ຈັ່ງໃດ ຜົວໄດ້ແຕ່ໄຫ້ ຂ້ອຍຂໍໂທດ ຂ້ອຍຂໍໂທດ ກັບມາໄດ້ບໍ່ ຂ້ອຍສັນຍາຊິເຮັດເຮັດແບບນີ້ອີກ ຢ່າຈາກຂ້ອຍໄປ ຂ້ອຍຢູ່ບໍ່ໄດ້ຖ້າບໍ່ມີເຈົ້າ ຂ້ອຍຮັກເຈົ້າທີ່ສຸດ ຂ້ອຍຮັກເຈົ້າ ຢ່າຈາກຂ້ອຍໄປ ເມຍເອີ່ຍ ຮືຮືຮື

ລາວໄຫ້ສະຕິແຕກ ພໍແຕ່ລາວໄດ້ສະຕິ ລາວໄດ້ເປີດອ່ານວອດແອບເມຍສົ່ງມາທີ່ລາວບໍ່ທັນອ່ານ

-8:00ຜົວເອີ້ຍເປັນຫຍັງບໍ່ມາຮັບເມຍກ່ອນ ເມຍຍ້ານ ເມຍຮູ້ສຶກຄືມີຄົນແນມເບິ່ງເມຍຕະຫລອດ
8:05 ເຈົ້າບໍ່ເປັນຫ່ວງຂ້ອຍແດ່ຫວາ ຂ້ອຍຢ້ານ
8:10 ມາລະຫວາ
8:15 ມີຜູ້ຊາຍ 3ຄົນ ຍ່າງມາໃກ້ຂ້ອຍແນມເບິ່ງຂ້ອຍຕະຫລອດຂ້ອຍຢ້ານ
8:30 ເຈົ້າຄືເຮັດນຳຂ້ອຍແນວນີ້
ລາວທັງອ່ານທັງໄຫ້ ແລະ ໄດ້ແຕ່ໄຫ້ອ້ອນວອນເມຍ ລາວກໍ່ບໍ່ກັບມາ ຈາກລາວໄປໂດຍບໍ່ມີວັນກັບມາ

ເລື່ອງນີ້ສອນໃຫ້ເຮົາຮູ້ວ່າ ຊີວິດຄົນເຮົາຄວາມຕາຍແຂວນຄໍທຸກບາດຍ່າງ ຢ່າເຫັນສິ່ງອື່ນສຳຄັນກວ່າຄົນທີ່ຮັກເຮົາ ເບິ່ງແຍງກັນ ກ່ອນມັນຈະສວາຍເກີນໄປ.

ບົດເລື່ອງສັ້ນຈາກ: Nampheung Honeyblink

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...