spot_img
Homeຂ່າວການສຶກສາ5 ສຸດຍອດເວັບໄຊຄົ້ນຫາທຶນຮຽນຕໍ່ຕ່າງປະເທດ

5 ສຸດຍອດເວັບໄຊຄົ້ນຫາທຶນຮຽນຕໍ່ຕ່າງປະເທດ

Published on

ມື້ນີ້ແອັດມິນຈະມາເອົາໃຈຄົນທີ່ກຳລັງຊອກຫາທຶນຮຽນຕໍ່ຕ່າງປະເທດແບບຟຣີໆ ດ້ວຍການມາແນະນຳ 4 ສຸດຍອດເວັບໄຊ໌ຫາທຶນຮຽນເມືອງນອກ ເຊິ່ງຈະມີເວັບໄຊໃດແນ່ນັ້ນ ເຮົາມາຮູ້ຈັກນຳກັນເລີຍ

ເວັບໄຊທີ 1 www.chegg.com 

ເປັນເວັບໄຊທີ່ຫາກໍ່ເກີດຂຶ້ນໃໝ່ສຳລັບການຫາທຶນ ເຖິງຈະມີແຫລ່ງທຶນບໍ່ຫຼາຍ ແຕ່ມູນຄ່າທຶນການສຶກສາທີ່ລວມເອົາກໍ່ສູງເຖິງ 1,000 ລ້ານຫຼຽນ ໄວ້ໃຫ້ນັກສຶກສາຈາກທົ່ວໂລກໄດ້ມາສະໝັກສະມາຊິກຄົ້ນຫາທຶນກັນແບບຟຣີໆ ນອກຈາກນີ້ກໍ່ມີອີກໜຶ່ງສິ່ງທີ່ໜ້າສົນໃຈຄືເວັບໄຊນີ້ເກີດຂຶ້ນຈາກການສ້າງຂອງນັກສຶກສາວິທະຍາໄລ ເຊິ່ງໜ້າຈະເຂົ້າໃຈສິ່ງທີ່ນັກສຶກສາກຳລັງຕາມຫາໄດ້ເປັນຢ່າງດີ

ເວັບໄຊທີ 2 ScholarshipExperts.com

ເວັບໄຊເກົ່າແກ່ທີ່ສ້າງຂຶ້ນມາຕັ້ງແຕ່ປີ 2000 ໂດຍກຸ່ມຄອບຄົວຄູ ອາຈານ ແລະ ນັກສຶກສາ ຊ່ວຍກັນສ້າງຫວັງໃຫ້ເປັນແຫຼ່ງຂໍ້ມູນຂ່າວສານດ້ານທຶນການສຶກສາ ແຕ່ການເຂົ້າເຖິງຂໍ້ມູນຕ້ອງສະໝັກເຂົ້າເປັນສະມາຊິກກ່ອນ ເຊິ່ງມີຂໍ້ດີບ່ອນທີ່ເຮົາສາມາດສະໝັກຫຼາຍໆທຶນໄດ້ຈາກເວັບໄຊນີ້ໂດຍກົງ

ເວັບໄຊທີ 3 Peterson’s college scholarship search

ບໍລິສັດ ກໍ່ຕັ້ງຂຶ້ນໃນປີ 1960 ເພື່ອໃຫ້ຂໍ້ມູນກ່ຽວກັບການເສັງ ການຮຽນຕໍ່ ການຄົ້ນຫາມະຫາວິທະຍາໄລ ຮວມເຖິງສາຂາອາຊີບໃນອານາຄົດ ແລະ ມີທຶນການສຶກສາຫຼາຍກວ່າ 5,000 ທຶນ ໃນເວັບໄຊນີ້ອີກດ້ວຍ ນອກຈາກການໃຊ້ງານທີ່ບໍ່ຫຍຸ້ງຍາກຫຼາຍ ລວມໄປເຖິງບໍ່ຈຳເປັນຕ້ອງສະໝັກເຂົ້າເປັນສະມາຊິກກ່ອນ ກໍ່ສາມາດອ່ານເນື້ອຫາໃນເວັບໄຊໄດ້

ເວັບໄຊທີ 4 FindTuition.com

ເວັບໄຊ້ນີ້ປະກາດວ່າມີທຶນຫຼາຍກວ່າ 1,700,000 ທຶນ ລວມມູນຄ່າທຶນສູງເຖິງ 7,000 ລ້ານຫຼຽນ ລໍຄອຍໃຫ້ນັກສຶກສາເຂົ້າມາຄົ້ນຫາທຶນ ແລະ ສະໝັກເຂົ້າຮັບທຶນ ໂດຍຖ້າໃຜສະໝັກສະມາຊິກກໍ່ສາມາດໃຊ້ລະບົບການຈັບຄູ່ເຮົາກັບທຶນການສຶກສາທີ່ຕ້ອງການໄດ້ ເຊິ່ງລວມໄປເຖິງການຂໍເງິນຊ່ວຍເຫຼືອ ແລະ ການກູ້ຢືມເງິນຮຽນອີກດ້ວຍ

ເວັບໄຊທີ 5 ScholarShip.in.th

ສຳລັບຄົນທີ່ບໍ່ແຂງແຮງດ້ານການໃຊ້ພາສາອັງກິດ ແອັດມິນຂໍແນະນຳເວັບໄຊນີ້ເລີຍ ເຊິ່ງເປັນເວັບໄຊຫາທຶນຮຽນຕໍ່ທີ່ໃຫຍ່ທີ່ສຸດໃນປະເທດໄທ ໂດຍລວມທຶນການສຶກສາໄວ້ຫຼາຍກວ່າ 2,000 ທຶນ ເຊິ່ງມາຈາກຫຼາຍປະເທດທົ່ວໂລກ ໃນທຸກລະດັບການສຶກສາ ນອກຈາກນີ້ຍັງໃຊ້ງານຄ່ອນຂ້າງງ່າຍ ແລະ ອັບເດດຂ່າວທຶນໄດ້ໄວທັນໃຈອີກດ້ວຍ

ທັງໝົດ 5 ເວັບໄຊ ທີ່ແນະນຳໄປຂ້າງເທິງນີ້ຫວັງວ່າຈະຊ່ວຍຕອບໂຈດໃນການຊອກຫາທຶນຂອງບັນດາທ່ານ ລອງເຂົ້າໄປສຶກສາເບິ່ງ ເພື່ອທ່ານຈະໄດ້ພົບກັບທຶນຮຽນທີ່ເຂົ້າກັບເປົ້າໝາຍຂອງທ່ານ.

 

ແຫລ່ງຂໍ້ມູນຈາກ: www.wegointer.com

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...