Homeຂ່າວຕ່າງປະເທດເກີດເຫດເຈົ້າໜ້າທີ່ທະຫານຍິງຊາຍນິລະນາມເສຍຊີວິດຄາສະໜາມບິນໃນ ປາຣີສ

ເກີດເຫດເຈົ້າໜ້າທີ່ທະຫານຍິງຊາຍນິລະນາມເສຍຊີວິດຄາສະໜາມບິນໃນ ປາຣີສ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 18 ມີນາ 2017 ທີ່ຜ່ານມາວ່າ ເຈົ້າໜ້າທີ່ຄວາມໝັ້ນຄົງຂອງລັດ ຖະບານຝຣັ່ງ ໄດ້ສັ່ງເພີ່ມມາດຕະການເຂັ້ມງວດດ້ານການຮັກສາຄວາມປອດໄພທັນທີ ຫຼັງເກີດເຫດຊາຍນິລະນາມຜູ້ ໜຶ່ງຖືຍິງເສຍຊີວິດຄາທີ່ ຫຼັງຍາດປີນຈາກທະຫານນາຍໜຶ່ງພາຍໃນສະໜາມບິນ ອໍລີ ນະູຄອນຫຼວງປາຣີສ ປະເທດຝຣັ່ງ.

ແລະ ເມື່ອວັນທີ 19 ມີນາ 2017 ເອເອຟພີລາຍງານຄວາມຄືບໜ້າເຫດຄົນຮ້າຍພະຍາຍາມຍາດປືນຈາກເຈົ້າໜ້າ ທີ່ທະຫານ ແຕ່ຖືກວິນາດສະກຳເສຍຊີວິດ ເມື່ອວັນທີ 18 ມີນາ ເຊິ່ງເຈົ້າໜ້າທີ່ຕຳຫຼວດໄດ້ເປີດເຜີຍວ່າ ຄົນຮ້າຍທີ່ກໍ່ເຫດຄັ້ງນີ້ມີຊື່ວ່າ ທ້າວ ໄຊເອດ ເບນ ເບລກາເຊມ ອາຍຸ 39 ປີ ເປັນຊາວຝຣັ່ງໂດຍກຳເນີດ ກ່ອນກໍ່ເຫດລ່ວໄດ້ຮ້ອງຂຶ້ນວ່າພ້ອມຈະສະຫຼະຊີວິດເພື່ອພຣະເຈົ້າ ຈາກການກວດສອບຍັງພົບວ່າ ທ້າວ ເບລກາເຊມ ມີປະຫວັດອາຊະຍາກຳຫຼາຍຄະດີ ຮວມເຖິງຄ້າຢາເສບຕິດ ແລະ ເປັນບຸກຄົນທີ່ເຈົ້າໜ້າທີ່ຕຳຫຼວດເຝົ້າລະວັງພຶດຕິກຳເປັນພິເສດ.

 

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...