spot_img
Homeຂ່າວຕ່າງປະເທດເກົາຫຼີເໜືອສຳເລັດ ການທົດລອງໃຊ້ເຄື່ອງຈັກ ລູກສອນໄຟສະມັດຖະນະສູງຊະນິດໃໝ່ (ມີຄລິບ)

ເກົາຫຼີເໜືອສຳເລັດ ການທົດລອງໃຊ້ເຄື່ອງຈັກ ລູກສອນໄຟສະມັດຖະນະສູງຊະນິດໃໝ່ (ມີຄລິບ)

Published on

ສຳນັກຂ່າວເອເອຟພີລາຍງານຈາກ ສຳນັກຂ່າວເອຊີເອັນເອຂອງເກົາຫຼີເໜືອ ວ່າ ກອງທັບເກົາຫຼີເໜືອທົດລອງເຄື່ອງຈັກລູກສອນໄຟສະມັດຖະນະສູງຊະນິດໃໝ່ ສຳລັບຂີປະນາວຸດພິໄສໄກ ເຊິ່ງ ທ່ານ ກິມ ຈອງອຶນ ຜູ້ນຳສູງສຸດແຫ່ງເກົາຫຼີເໜືອ ກ່າວວ່າການທົດລອງດັ່ງກ່າວເປັນການຖືກຳເນີດຄັ້ງໃໝ່ຂອງອຸດສາຫະກຳລູກສອນໄຟເກົາຫຼີເໜືອ ແລະວ່າເຄື່ອງຈັກນີ້ຈະຊ່ວຍໃຫ້ເກົາຫຼີເໜືອປະສົບຄວາມສຳເລັດໃນການພັດທະນາຂີປະນາວຸດອານຸພາບສູງທຽບເທົ່າກັບຂີປະນາວຸດຊັ້ນນຳ.

ທ່ານ ກິມ ຈອງອຶນ ຍັງລະບຸອີກວ່າທົ່ວທັງໂລກຈະເປັນພະຍານເຖິງໄຊຊະນະຄັ້ງຍິ່ງໃຫຍ່ໃນການພັດທະນາຂີປະນາວຸດຂອງເກົາຫຼີເໜືອໃນໄວໆ ນີ້ ເຊິ່ງຜູ້ຊ່ຽວຊານການເມືອງວິເຄາະວ່າເປັນຄຳເຕືອນເຖິງປະເທດທີ່ຕໍ່ຕ້ານເກົາຫຼີເໜືອ. ຂະນະທີ່ໜັງສືພິມໂຣດອງຊິນມຸນສະເໜີຂ່າວຄວາມສຳເລັດໃນການທົດລອງເຄື່ອງຈັກ ລວມທັງເຜີຍແພ່ພາບຜູ້ນຳ ກິມ ຮ່ວມຊົມການທົດລອງເຄື່ອງຈັກ ຈາກນັ້ນພົບປະບັນດາເຈົ້າໜ້າທີ່ທະຫານ ແລະນັກວິທະຍາສາດ ທີ່ສູນພັດທະນາຂີປະນາວຸດ.

ການທົດລອງເຄື່ອງຈັກລູກສອນໄຟຂອງເກົາຫຼີເໜືອເກີດຂຶ້ນບໍ່ທໍ່ໃດຊົ່ວໂມງກ່ອນທີ່ ທ່ານ ເຣັກຊ໌ ທິວເລີສັນ ລັດຖະມົນຕີຕ່າງປະເທດສະຫະລັດອາເມລິກາ ຈະຫາລືກັບທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ລະຫວ່າງການຢ້ຽມຢາມ 3 ຊາດມະຫາອຳນາດອາຊີ ຄື ເກົາຫຼີໃຕ້, ຍີ່ປຸ່ນ ແລະຈີນ.

ແຫຼ່ງຂ່າວ: ມະຕິຊົນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...