Homeນານາສາລະສູດນໍ້າສະໝຸນໄພ ແກ້ເຈັບປວດຕໍ່ຂໍ້ຕ່າງໆ

ສູດນໍ້າສະໝຸນໄພ ແກ້ເຈັບປວດຕໍ່ຂໍ້ຕ່າງໆ

Published on

ສະໝຸນໄພມີປະໂຫຍດຫຼາຍຢ່າງກັບຮ່າງກາຍຂອງຄົນເຮົາ ແຕ່ລະຊະນິດກໍແກ້ອາການເຈັບປ່ວຍແຕກຕ່າງກັນໄປ, ມື້ນີ້ ລາວໂພສຕ໌ຈະມາແນະນຳ ສູດເຮັດນໍ້າສະໝຸນໄພທຳມະຊາດ ທີ່ຊ່ວຍແກ້ອາການເຈັບປວດຕາມຂໍ້ຕ່າງໆຂອງຮ່າງກາຍ

ສ່ວນປະສົມ: ໃນປະລິມານນໍ້າສະໝຸນໄພ 100% ປະກອບມີ:

  • ນໍ້າ 40%
  • ໝາກນາວ 5%
  • ໃບຢານາງ 50%
  • ໝາກນັດ 5%

ວິທີເຮັດ:

ເອົາໃບຢານາງ ກັບນໍ້າ ປັ່ນນຳກັນ ຈາກນັ້ນຕອງເອົາແຕ່ນໍ້າຢານາງ, ປັ່ນໝາກນັດ ແລ້ວຕອງເອົາແຕ່ນໍ້າ, ເອົານໍ້າຢານາງ ແລະນໍ້າໝາກນັດມາປະສົມກັນ, ຫຼັງຈາກນັ້ນເອົານໍ້າໝາກນາວລົງໄປ ແລ້ວຄົນສ່ວນປະສົມທັງໝົດເຂົ້າກັນ ແລ້ວສາມາດດື່ມໄດ້ທັນທີ ຫຼືແຊ່ເຢັນໄວ້ກິນ ສາມາດແຊ່ເຢັນປະໄວ້ໄດ້ດົນເຖິງ 15 ວັນ, ຄວນດື່ມວັນລະ 2 ຄັ້ງ, ຄັ້ງລະ 30 ຊີຊີ ປະສົມນໍ້າ 1 ຈອກ ກ່ອນກິນອາຫານ

ກຸ່ມຄົນທີ່ຄວນດື່ມ: ເຈັບປວດຕາມຂໍ້ຕ່າງໆ, ເປັນໄຂ້, ເນື້ອງອກໃນເຕົ້ານົມ, ໄຂມັນເລືອດສູງ, ມີບາດແຜໃນກະເພາະ, ໄມເກຣນ, ສິວ, ຝ້າ, ລິດສີດວງທະວານ, ຕັບແຂງ, ມະເຮັງຕ່າງໆ, ເລືອດຈາງ, ຄວາມດັນເລືອດສູງ ຫຼືຕໍ່າເກີນໄປ, ເຫືອກອັກເສບ, ໂຣກຫົວໃຈ, ກົດໄຫຼກັບ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...