spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ເມືອງໄກສອນ ຈັບພໍ່ຄ້າຢາເສບຕິດມາລົງໂທດ

ເຈົ້າໜ້າທີ່ເມືອງໄກສອນ ຈັບພໍ່ຄ້າຢາເສບຕິດມາລົງໂທດ

Published on

ໃນທ້າຍອາທິດຜ່ານມານີ້, ເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນ ຄະດີອາຍາ, ທາງກອງບັນຊາການ ປກສ ເມືອງໄກສອນພົມວິຫານ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ ປກສ ກຸ່ມ 6, ປກສ ກຸ່ມ 4 ແລະປກສ ກຸມ 2 ເມືອງໄກສອນພົມວິຫານ ໄດ້ຮັບແຈ້ງລາຍງານຈາກພົນລະເມືອງດີວ່າ ໄດ້ມີແກ້ງມົ້ວສຸມ ແລະຄ້າຂາຍາເສບຕິດ ຢູ່ເຂດບ້ານໂພນສະຫວ່າງ ເມືອງໄກສອນພົມວິຫານ

ເມື່ອໄດ້ຮັບຂ່າວ ເຈົ້າໜ້າທີ່ຈຶ່ງໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ສະເພາະ ແລະສົມທົບກັບອຳນາດປົກຄອງບ້ານ ລົງກວດເບິ່ງສະຖານທີ່ຕົວຈິງ ແລະເຫັນວ່າ ແຫຼ່ງຂ່າວມີມູນຄວາມຈິງແທ້

ເຈົ້າໜ້າທີ່ ຈິ່ງໄດ້ເຂົ້າມ້າງ ແລະສະແດງຕົວເຂົ້າຈັບກຸມຜູ້ຖືກຫາໄດ້ 3 ຄົນຄື: ທ້າວ ອຸບົນ (ເຕະ) ອາຍຸ 42 ປີ ອາຊີບ ກຳມະກອນ, ຢູ່ບ້ານໂພນສະອາດ ພ້ອມກວດຄົ້ນຕົວ ຜູ້ກ່ຽວພົບເຫັນຂອງກາງຢາບ້າໄດ້ 148 ເມັດ, ທ້າວ ໄຊໂລວັນ (ເລ້) ອາຍຸ 35 ປີ ອາຊີບກຳມະກອນ ຢູ່ບ້ານໄຊຍະມຸງຄຸນ ເມືອງໄກສອນພົມວິຫານ ພ້ອມຂອງກາງຢາບ້າ 192 ເມັດ ແລະທ້າວ ພູເງິນ (ແມວ) ອາຍຸ 23 ປີ ອາຊີບວ່າງງານ ຢູ່ບ້ານຍາງຄໍ້າ ເມືອງໄຊບູລີ ພ້ອມຂອງກາງຢາບ້າ 989 ເມັດ ເຊິ່ງທັງສາມ ແມ່ນຢູ່ແຂວງສະຫວັນນະເຂດ

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ປກສ ເມືອງໄກສອນ ທັງສາມສາລະພາບວ່າ ພວກຕົນໄດ້ເຄື່ອນໄຫວຄ້າ-ຂາຍ ຢາເສບຕິດແທ້ ເຊິ່ງໄດ້ຂາຍໃຫ້ກຸ່ມໄວລຸ້ນພາຍໃນບ້ານຕົນເອງ, ປະຈຸບັນກຳລັງສືບສວນ-ສອບສວນ ເພື່ອຂະຫຍາຍຜົນ ເອົາຕົວຄົນຜິດມາລົງໂທດ

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...