spot_img
Homeວິທະຍາສາດ-ວິທະຍາການI.Con ຖົງຢາງອານາໄມ ອັດສະລິຍະ ພ້ອມລະບົບກວດຈັບການໃຊ້ງານໃນເວລາທີ່ທ່ານມີເພດສຳພັນ

I.Con ຖົງຢາງອານາໄມ ອັດສະລິຍະ ພ້ອມລະບົບກວດຈັບການໃຊ້ງານໃນເວລາທີ່ທ່ານມີເພດສຳພັນ

Published on

ສຳລັບມະນຸດບໍ່ມີສິ່ງໃດທີ່ເຮັດບໍ່ໄດ້ ປັດຈຸບັນມີຖົງຢາງອານາໄມແບບໃໝ່ຫຼ້າສຸດທີ່ມີຊື່ວ່າ I.Con ເປັນຖົງຢາງອັດສະລິຍະຮຸ້ນທຳອິດຂອງໂລກທີ່ຖືກສ້າງຂຶ້ນໂດຍບໍລິສັດ British Condoms ຈາກປະເທດອັງກິດ ເຊິ່ງຜູ້ຜະລິດບອກວ່າຄວາມຈິງແລ້ວຕົວ I.Con ຄືຫ່ວງບໍລິເວນຫັດໂຄນຖົງຢາງທີ່ສາມາດຖອດປ່ຽນ ແລະ ນຳຖົງຢາງອານາໄມແບບໃດມາໃສ່ກໍ່ໄດ້ຕາມໃຈມັກ ໂດຍມາພ້ອມກັບຊິບປະມວນຜົນ ແລະ ເຊັນເຊີລະດັບນາໂນ ທີ່ຊ່ວຍໃນການຕິດຕາມກິດຈະກຳຮ່ວມເພດ

i.Con ມັນເຮັດໜ້າທີ່ສຳລັບເກັບບັນທຶກສະຖິຕິຂໍ້ມູນຕ່າງໆລະຫວ່າງມີເພດສຳພັນ ເຊັ່ນ:​ຈຳນວນຂອງແຄລລໍຣີທີ່ຖືກເຜົາຜານ, ສະຖິຕິຄວາມໄວ, ຂະໜາດຂອງອະໄວຍະວະເພດ, ເວລາຮ່ວມຂອງກິດຈະກຳ, ອຸນຫະພູມ, ວັນ ແລະ ເວລາໃຊ້ ກວດສອບໂຣກທີ່ກ່ຽວຂ້ອງກັບເພດສຳພັນ ຢ່າງໂຣກເອດສ໌ ແລະ ໂຣກໜອງໃນ.

i.Con ທຳງານຮ່ວມກັບ ແອັບພລິເຄຊັ່ນໃນສະມາສໂຟນ ເພື່ອກວດສອບສະຖິຕິ ແລະ ຄ່າສະເລ່ຍຕ່າງໆ ລະຫວ່າງມີການຮ່ວມເພດ ຜູ້ຜະລິດຍັງອອກແບບໃຫ້ໃຊ້ຮ່ວມມ່ວນກັບການແຊລຄ່າສະຖິຕິຕ່າງໆ ແບ່ງປັນກັບກຸ່ມຜູ້ໃຊ້ຄົນອື່ນໆໄດ້ ນອກຈາກນີ້ ຍັງມີພອດ micro USB ໃນຕົວ ຜູ້ໃຊ້ຈິ່ງສາມາດຖ່າຍໂອນຂໍ້ມູນຂອງຕົວເອງລົງຄອມພິວເຕີໄດ້ ຫຼື ຈະເຊື່ອມຕໍ່ກັບແອັບພລິເຄຊັ່ນໃນສະມາສໂຟນຜ່ານ Bluetooth ກໍ່ໄດ້ຄືກັນ ແລະ ຍັງໃຊ້ເວລາຊາຣແບັກປະມານ 1 ຊົ່ວໂມງ ກໍ່ໃຊ້ງານ I.Con ໄດ້ດົນເຖິງ 6-8 ຊົ່ວໂມງ

i.Con ມີວາງຈຳໜ່າຍແລ້ວໃນລາຄາ £59.99ຫຼື ປະມານ 750,000 ກີບ (ໜຶ່ງກ່ອງມີໜຶ່ງອັນ) ໂດຍເລີ່ມວາງຈຳໜ່າຍທີ່ປະເທດອັງກິດກ່ອນເປັນປະເທດທຳອິດ ສ່ວນປະເທດອື່ນໆຜູ້ຜະລິດມີແຜນວາງຈຳໜ່າຍໄວໆນີ້

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...