spot_img
Homeຂ່າວຕ່າງປະເທດຜູ້ນຳແຟັງລັງ ຂໍພົບ ປູຕິນ ຫາລືບັນຫາເສດຖະກິດ ຫຼັງຖືກຣັດເຊຍຕອບໂຕ້ຂວໍ້າບາດ EU

ຜູ້ນຳແຟັງລັງ ຂໍພົບ ປູຕິນ ຫາລືບັນຫາເສດຖະກິດ ຫຼັງຖືກຣັດເຊຍຕອບໂຕ້ຂວໍ້າບາດ EU

Published on

ຜູ້ນຳແຟັງລັງ ໄດ້ຂໍພົບປະທານາທິບໍດີ ປູຕິນ ຂອງຣັດເຊຍ ເພື່ອຫາລືບັນຫາເສດຖະກິດ ຫຼັງຖືກຜົນກະທົບມາດຕະ

ການຕອບໂຕ້ຂອງຣັດເຊຍ ຕໍ່ສະຫະພາບເອີລົບ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 14 ສິງຫາ 2014 ວ່າ ລັດຖະບານແຟັງລັງ ແລະ ຣັດເຊຍ ໄດ້ລະບຸເຖິງຜູ້ນຳ

ຂອງທັງສອງປະເທດ ເຊິ່ງເປັນຄູ່ຄ້າທາງດ້ານເສດຖະກິດ ຈະພົບປະເພື່ອຫາລືດ້ານການຄ້າໃນວັນສຸກນີ້, ເນື່ອງຈາກ

ຣັດເຊຍເປັນຕະຫຼາດສົ່ງອອກລາຍໃຫຍ່ຂອງແຟັງລັງ ເຮັດໃຫ້ແຟັງລັງ ເຊິ່ງເປັນໜຶ່ງໃນສະມາຊິກສະຫະພາບເອີລົບ

ປະສົບບັນຫາທາງດ້ານເສດຖະກິດ ຫຼັງຈາກທີ່ຣັດເຊຍໂຕ້ຕອບມາດຕະການຂວ້ຳບາດຂອງສະຫະພາບເອີລົບທັນທີ

ໂດຍຜູ້ນຳຂອງແຟັງລັງລະບຸວ່າ ການປະຊຸມຈະເນັ້ນໄປທີ່ວິກິດການໃນອູແກຣນທີ່ກລັງເກີດຂຶ້ນ ໃນຂະນະທີ່ຣັດເຊຍ

ກ່າວວ່າ ການປະຊຸມຈະມຸ່ງເນ້ນໄປທີ່ບັນຫາການຄ້າທະວິພາຄີເປັນຫຼັກ ເຊິ່ງແຫຼ່ງຂ່າວຍັງໄດ້ລະບຸອີກວ່າ ການເຈລະຈາ

ກັນຄັ້ງນີ້ ຄາດວ່າຈະເຮັດໃຫ້ເກີດມີຄວາມຂັດແຍ່ງເພີ່ມຂຶ້ນອີກຫຼາຍຢ່າງ.

 

ເນື່ອງຈາກແຟັງລັງ ໄດ້ມີການຂໍພົບເພື່ອຫາລືກັບຜູ້ນຳຂອງຣັດເຊຍ ຕັ້ງແຕ່ເມື່ອອາທິດທີ່ຜ່ານມາ ຫຼັງຈາກທີ່ຣັດເຊຍ

ປະກາດບໍ່ໃຫ້ນຳເຂົ້າອາຫານຈາກເອີລົບ ເພື່ອຕອບໂຕ້ມາດຕະການຂວ້ຳບາດ ຂອງສະຫະພາບເອີລົບ ແລະ ສະຫະລັດ

ອາເມຣິກາ ເຊິ່ງຣັດເຊຍເປັນຕະຫຼາດສົ່ງອອກຂະໜາດໃຫຍ່ດ້ານຜະລິດຕະພັນນົມ ແລະ ອື່ນໆຂອງແຟັງລັງ.

 

 

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...