spot_img
HomeBaby-ແມ່ແລະເດັກນະໂຍບາຍອຸດໜູນເກີດລູກ-ປິ່ນປົວເດັກນ້ອຍໂດຍບໍ່ເສຍຄ່າ

ນະໂຍບາຍອຸດໜູນເກີດລູກ-ປິ່ນປົວເດັກນ້ອຍໂດຍບໍ່ເສຍຄ່າ

Published on

ໜັງສືພິມ ລາວພັດທະນາ ລາຍງານເມື່ອວັນທີ 13 ມີນາ 2017 ທີ່ຜ່ານມາວ່າ ພະແນກສາທາລະນະສຸກນະຄອນ ຫຼວງວຽງຈັນ ຮ່ວມກັບ ສູນແມ່ ແລະ ເດັກ ແລະ ຂະແໜງການກ່ຽວຂ້ອງ ຈັດກອງປະຊຸມປຶກສາຫາລືຊີ້ແຈງການຈັດຕັ້ງປະຕິບັດນະໂຍບາຍອຸດໜູນເກີດລູກ ແລະ ປິ່ນປົວເດັກນ້ອຍອາຍຸລຸ່ມ 5 ປີ ໂດຍບໍ່ເສຍຄ່າ ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນໃນ ວັນທີ 9 ມີນາ 2017 ທີ່ຜ່ານມາ ເຂົ້າຮ່ວມໂດຍຫົວໜ້າພະແນກສາທາລະນາສຸກນະຄອນ ຫຼວງວຽງຈັນ, ຜູ້ຕາງໜ້າສູນແມ່ ແລະ ເດັກ, ຫ້ອງການສາທາລະນະສຸກເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ທ່ານ ຫົວໜ້າພະແນກສາທາລະນາສຸກນະຄອນຫຼວງວຽງຈັນໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອໃຫ້ພະນັກ ງານແພດໝໍແຕ່ລະຂັ້ນເຂົ້າໃຈ ແລະ ກໍາໄດ້ການຄຸ້ມຄອງປະຕິບັດນະໂຍບາຍອຸດໜູນເກີດລູກ ແລະ ປິ່ນປົວເດັກ ນ້ອຍອາຍຸລຸ່ມ 5 ປີ ໂດຍບໍ່ເສຍຄ່າ ໃຫ້ທຸກພາກສ່ວນກໍາໄດ້ການຂຶ້ນແຜນ, ການຄຸ້ມຄອງລະບົບການເງິນ, ເຮັດໃຫ້ແມ່ຍິງຖືພາ ແລະ ເດັກນ້ອຍອາຍຸລຸ່ມ 5 ປີ ໃນຂອບເຂດທົ່ວປະເທດກໍຄືນະຄອນຫຼວງວຽງຈັນທີ່ມາເກີດລູກ ແລະ ປິ່ນປົວຢູ່ສຸກສາລາ, ໂຮງໝໍເມືອງ, ໂຮງໝໍແຂວງ ແລະ ໂຮງໝໍສູນກາງໄດ້ຮັບການຍົກເວັ້ນທຸກຄ່າໃຊ້ຈ່າຍທີ່ພົວພັນກັບການເກີດລູກ ແລະ ປິ່ນປົວ, ໂດຍເລັ່ງໃສ່ແມ່ຍິງຖືພາ, ເກີດລູກ, ຫຼັງເກີດລູກ ແລະ ເດັກນ້ອຍລຸ່ມ 5 ປີ ໃນຂອບເຂດທົ່ວປະເທດ (ຍົກເວັ້ນສະມາຊິກທີ່ເຂົ້າຄັງປະກັນສຸຂະພາບໂດຍກົງ)

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...