Homeຂ່າວຕ່າງປະເທດອະດີດປະທານາທິບໍດີ ໄຕ້ຫວັນ ຖືກຕັ້ງຂໍ້ຫາ ເຮັດໃຫ້ "ຂໍ້ມູນລັບ" ຂອງທາງການຮົ່ວໄຫຼ

ອະດີດປະທານາທິບໍດີ ໄຕ້ຫວັນ ຖືກຕັ້ງຂໍ້ຫາ ເຮັດໃຫ້ “ຂໍ້ມູນລັບ” ຂອງທາງການຮົ່ວໄຫຼ

Published on

ສຳນັກຂ່າວ ເອເອຟພີລາຍງານ ເມື່ອວັນທີ 14 ມີນາ 2017 ນີ້ວ່າ ທ່ານ ໝ່າ ອິງ ຈິ່ວ ອະດີດປະທານາທິບໍດີໄຕ້ຫວັນ ຖືກສຳນັກງານ ໄອຍະການ ໄທເປ ຕັ່ງຂໍ້ຫາວ່າ ເຮັດໃຫ້ຂໍ້ມູນລັບຂອງທາງການຮົ່ວໄຫຼ

ຂ່າວລະບຸວ່າ ຂະນະທີ່ທ່ານ ໝ່າ ຍັງດຳລົງຕຳແໜ່ງປະທານາທິບໍດີ ໃນໄລຍະປີ 2008-2016 ບໍ່ສາມາດດຳເນີນຄະດີຕ່າງໆໄດ້ເນື່ອງຈາກມີກົດໝາຍຄຸ້ມຄອງຢູ່ ແຕ່ເມື່ອພົ້ນຈາກຕຳແໜ່ງເມື່ອເດືອນ ພະຈິກ 2016 ທ່ານ ໝ່າ ກໍ່ຖືກກ່າວຫາໃນຫຼາຍຂໍ້ຫາລວມທັງຂໍ້ຫາຮັບສິນບົນອີກດ້ວຍ.

ໂດຍຂໍ້ຫາຫຼ້າສຸດ ໄອຍະການ ໄທເປ ໃນຖານະຕົວແທນຂອງລັດຖະບານໄຕ້ຫວັນ ໄດ້ຕັ້ງຂໍ້ຫາໃຫ້ທ່ານ ໝ່າ ວ່າເປັນຜູ້ເປີດເຜີຍຂໍ້ມູນລັບໃນ ປີ 2013 ກ່ຽວກັບການສອບສວນຄະດີຂອງ ທ່ານ ຈຽງ ອີ໋ ຮົ່ວ ເຊິ່ງດຳລົງຕຳແໜ່ງ ນາຍົກລັດຖະມົນຕີໃນຕອນນັ້ນ ແລະ ບັນດາຜູ້ຊ່ວຍ ນອກຈາກນີ້ ທ່ານ ໝ່າ ຍັງຖືກກ່າວຫາວ່າ ເປັນຜູ້ສັ່ງໃຫ້ໄອຍະການສູງສຸດເປີດເຜີຍຂໍ້ມູນດັ່ງກ່າວແກ່ ທ່ານ ຈຽງ

ທ່ານ ໝ່າ ຍັງຖືກຕັ້ງຂໍ້ຫາລະເມີດກົດໝາຍຄວາມໝັ້ນຄົງ ແລະ ກວດກາການສື່ສານ ແລະ ກົດໝາຍຄຸ້ມຄອງຂ້ມູນສ່ວນບຸກຄົນ ເຊິ່ງໄດ້ເຊື່ອມໂຍງກັບການດັກຟັງໂທລະສັບ ເຊິ່ງໂທດດັ່ງກ່າວຕ້ອງຈຳໂທດສູງສຸດ 3 ປີ ທ່ານ ໝ່າ ຖືວ່າເປັນປະທານາທິບໍດີຄົນທີ 3 ຂອງໄຕ້ຫວັນທີ່ຖືກດຳເນີນຄະດີອາຍາ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...