Homeຂ່າວເຫດການກອງປະຊຸມສະຫຼຸບຕີລາຄາ ແລະອອກໃບອະນຸຍາດຊົ່ວຄາວໃຫ້ຄົນຕ່າງປະເທດ

ກອງປະຊຸມສະຫຼຸບຕີລາຄາ ແລະອອກໃບອະນຸຍາດຊົ່ວຄາວໃຫ້ຄົນຕ່າງປະເທດ

Published on

​ໃນ​ວັນ​ທີ 13 ມີນາ 2017 ຜ່ານມາທີ່​ສູນ​ຝຶກ​ອົບຮົມ ​ແລະ ຮ່ວມ​ມື​ສາກົນ ​ໄດ້​ຈັດກ​ອງປະຊຸ​ມທົ່ວ​ປະ​ເທດ ​ເພື່ອ​ສະຫລຸບ​ຕີ​ລາຄາ ​ແລະ ຖອດ​ຖອນ​ບົດ​ຮຽນການຈັດ​ຕັ້ງ​ປະຕິບັດ ​ແລະ ການ​ຂຶ້ນ​ທະບຽນ ​ແລະ ອອກ​ບັດ​ອະນຸຍາດ​ເຄື່ອນ​ໄຫວ​ຊົ່ວຄາວ​ໃຫ້​ຄົນ​ຕ່າງ​ຊາດ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ (ຮສສ), ມີ​ທ່ານ ພົຕ ກົງ​ທອງ​ ວົງ​ວິຈິດ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວ ຂ້ອງ​ເຂົ້າ​ຮ່ວມ.
ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ​ໄດ້ໃຫ້​ຮູ້​ວ່າ: ຜ່ານ​ການຈັດ​ຕັ້ງ​ປະຕິບັດຕາມ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ, ສະບັບ​ເລກທີ 62/ນຍ ລົງ​ວັນ​ທີ 13 ພະຈິກ 2015, ​ເພື່ອ​ແກ້​ໄຂ​ບັນຫາ​ຄົນ​ຕ່າງປະ​ເທດ​ທີ່​ເຄື່ອນ​ໄຫວ​ບໍ່​ຖືກຕ້ອງ ທີ່​ເປັນ​ບັນຫາ​ຊ້ຳ​ເຮື້ອ ​ໃນ​ຫລາຍໆ​ປີ​ທີ່​ຜ່ານ​ມາ, ​ເຊິ່ງກອງ​ປະຊຸມ​ໃນ​ຄັ້ງ​ນີ້ ​ແມ່ນ​ຈະ​ໄດ້​ພ້ອມ​ກັນ​ຫລຸບ​ຕີ​ລາຄາ ​ແລະ ຖອດ​ຖອນ​ເອົາ​ບັນດາ​ບົດຮຽນ​ຕ່າງ​ໆ ທີ່​ໄດ້​ຈາກ​ການ​ຂຶ້ນ​ທະບຽນ ​ແລະ ອອກ​ບັດ​ອະນຸຍາດ​ເຄື່ອນ​ໄຫວ​ຊົ່ວຄາວ​ໃຫ້​ຄົນ​ຕ່າງປະ​ເທດ ທີ່​ຍັງ​ເຄື່ອນ​ໄຫວ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ ມີ​ຈຳນວນ​ທັງ​ໝົດ 24,372 ຄົນ, ​ເປັນ​ຍິງ 7,056 ຄົນ, ​ໃນ​ນັ້ນ​ເປັນ​ຜູ້​ປະສົງ​ປັບ​ສະຖານະພາບ ຈຳນວນ 7,348 ຄົນ, ຜູ້​ປະສົງ​ຂໍ​ເວລາ​ຊຳລະ​ສະ​ສາງ ຈຳນວນ 17,024 ຄົນ ​ເຊິ່ງກຳນົດ​ເວລາ​ແລ້ວ​ການ​ຂຶ້ນ​ທະບຽນ​ໃນ​ທົ່ວ​ປະ​ເທດ​ໄດ້​ສຳ​ເລັດ​ລົງ​ໃນ 6 ​ເດືອນ ປີຜ່ານມາ.

ທ່າ​ນລັດຖະມົນຕີ ຮສສ ​​ກ່າວ​ຕື່ມ​ອີກ​ວ່າ: ຈາກ​ບາງ​ບົດຮຽນ​ທີ່​ຖອດ​ຖອນ​ໄດ້​ນັ້ນ ​ແມ່ນ​ຍັງ​ມີ​ຫລາຍ​ວຽກ​ທີ່​ຍັງ​ບໍ່​ສາມາດ​ປະຕິບັດ​ໄດ້ ​ໂດຍ​ຂະ​ແໜງ​ການ​ໃດ​ໜຶ່ງ​ພຽງ​ລຳພັງ ​ແຕ່​ຕ້ອງ​ໄດ້​ມີ​ການ​ຮ່ວມ​ມື, ​ເອົາ​ໃຈ​ໃສ່​ເຮັດ​ຢ່າງ​ຈິງ​ຈັງ ​ແລະ ມີ​ຄວາມ​ຊື່ສັດ​ຕໍ່ໜ້າ​ທີ່​ວິຊາ​ສະ​ເພາະ​ຂອງ​ຕົນ ​ໃນ​ການ​ບັງຄັບ​ໃຊ້​ກົດໝາຍ ​ແລະ ລະບຽບການ​ທີ່​ມີ​ຢູ່​ໃນ​ປັດຈຸບັນ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...