spot_img
HomeຊີວິດແລະຄວາມຮັກWedding-Sex-love5 ເຫດຜົນດີທີ່ວ່າເປັນຫຍັງທ່ານຕ້ອງມີເພດສຳພັນທຸກມື້

5 ເຫດຜົນດີທີ່ວ່າເປັນຫຍັງທ່ານຕ້ອງມີເພດສຳພັນທຸກມື້

Published on

ຄົງຈະບໍ່ມີໃຜປະຕິເສດໄດ້ວ່າ ເພດສຳພັນ ເປັນກິດຈະກຳທີ່ເມື່ອຮອດຊ່ວງເວລາໜຶ່ງຂອງຊີວິີດເກືອບທຸກຄົນຕ້ອງໄດ້ມີປະສົບການນີ້ ການມີເພດສຳພັນມີທັງຂໍ້ດີ ແລະ ຂໍ້ເສຍ ຂຶ້ນຢູ່ກັບພຶດຕິກຳການເສບເຊັກສ໌ ທີ່ແຕກຕ່າງກັນອອກໄປ ແຕ່ມື້ນີ້ແອັດຈະມາບອກເລົ່າເຖິງ 5 ເຫດຜົນດີທີ່ວ່າເປັນຫຍັງທ່ານຕ້ອງມີເພດສຳພັນທຸກມື້ ຖ້າຢາກຮູ້ແລ້ວວ່າມັນດີແນວໃດເຮົາກໍ່ມາອ່ານໄປພ້ອມກັນເລີຍ

  1. ຕື່ນເຊົ້າມາມີເພດສຳພັນກັນກ່ອນອອກໄປທຳງານ ຫຼື ປະຕິບັດເຮັດກິດຈະກຳອື່ນໆໃນການດຳລົງຊີວິດ ຈະເຮັດໃຫ້ທ່ານສະໝອງປອດໂປ່ງ,​ ອາລົມດີ, ຄິດງານໄດ້ດີ ຊ່ວຍສົ່ງຜົນໃຫ້ທ່ານມີຄວາມໝັ້ນໃຈໃນງານເຮັດວຽກ ແລະ ນຳສະເໜີໄອເດຍໃໝ່ໆໄດ້ດີ
  2. ເຮັດໃຫ້ເບິ່ງນານເຖົ້າ ເຖິງຈະມີເຊັກສ໌ທຸກມື້ ແຕ່ຢູ່ໃນລະດັບທີ່ພໍດີ ອາດຈະເປັນມື້ລະ 1-2 ເທື່ອ ບໍ່ເຮັດຮຸນແຮງ ຫຼື ຈັດໜັກຈົນເກີນໄປ ກໍ່ຈະຊ່ວຍໃຫ້ຜິວພັນເບິ່ງມີຊີວິດຊີວາຂຶ້ນໄດ້
  3. ຊ່ວຍໃຫ້ນອນຫຼັບງ່າຍຂຶ້ນ ການມີເຊັກສ໌ ແຕ່ລະເທ່ອຈະຊ່ວຍຫຼັ່ງຮໍໂມນ oxytocin ແລະ prolactin อອອກມາ ເຊິ່ງຮໍໂມນ 2 ຊະນິດນີ້ຈະຊ່ວຍເຮັດໃຫ້ທ່ານຮູ້ສຶກຜ່ອນຄາຍ
  4. ຟື້ນຟູສະພາບຈິດໃຈທີ່ເສົ້າໝອງ ການມີເຊັກສ໌ແມ່ນຈະຊ່ວຍຫຼັ່ງຮໍໂມນຫຼາຍຊະນິດອອກມາ ລວມທັງຮໍໂມນແຫ່ງຄວາມສຸກ ເຖິງແມ່ນວ່າທ່ານຈະຢູ່ໃນພາວະຊຶມເສົ້າ, ຕຶງຄຽດພຽງໃດກໍ່ຕາມ ແຕ່ຫຼັງຈາກມີເພດສຳພັນແລ້ວທ່ານຈະຮູ້ສຶກສົດຊື່ນຂຶ້ນ
  5. ບັນລຸຄວາມຕ້ອງການທາງເພດ ແລະ ຫ່າງໄກມະເຮັງ ການຫລັ່ງອະສຸຈິອອກມາເລື່ອຍໆ ກໍ່ຄືກັບການເຮັດຄວາມສະອາດທໍ່ຂອງທ່ານເອງ ເຊິ່ງຜູ້ຊາຍທີ່ຫຼັ່ງນ້ຳອະສຸຈິອອກຫຼາຍກວ່າເດືອນລະ 21 ເທື່ອ ມີໂອກາດສ່ຽງໃນການເປັນມະເຮັງຕ່ອມລູກໝາກໄດ້ໜ້ອຍກວ່າຜູ່ຊາຍທີ່ໄດ້ຫຼັ່ງນ້ຳອະສຸຈິ ພຽງ 4-7 ເທື່ອຕໍ່ເດືອນ

 

ແຫລ່ງຂໍ້ມູນຈາກ: http://men.sanook.com/17721/

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...