spot_img
Home​ຂ່າວບັນເທິງຂ່າວລື! "ແດນຽວ ແຣດຄລິບ" ຂໍແຟນສາວແຕ່ງງານເປັນທີ່ຮຽບຮ້ອຍແລ້ວ

ຂ່າວລື! “ແດນຽວ ແຣດຄລິບ” ຂໍແຟນສາວແຕ່ງງານເປັນທີ່ຮຽບຮ້ອຍແລ້ວ

Published on

ບັນເທີງຕ່າງແດນກັບລາວໂພສຕ໌ ມື້ນີ້ແອັດຈະມາອັບເດດຂ່າວມົງຄຸນຂອງຄນໃນວົງການ ຮໍລີວູ໊ດ ເມື່ອຫຼາຍສື່ສຳນັກຂ່າວວົງການບັນເທີງຕ່າງປະເທດ ໄດ້ອອກມາແຈ້ງຂ່າວທີ່ເປັນມົງຄຸນຂອງ “ແດນຽວ ແຣດຄລິບ” ເຮັດໃຫ້ສາວໆສາວົກຂອງພໍ່ມົດໃນຕຳນານ “ແຮຣີ່ ພ໊ອດເຕີ” ຕ້ອງອົກຫັກກັນເປັນແຖວ ເພາະເມື່ອບໍ່ດົນມານີ້ໄດ້ມີຂ່າວລືໜາຫູອອກມາວ່າ “ແດນຽວ ແຣດຄລິບ” ເຈົ້າຂອງບົດບາດພໍ່ມົດ “ແຮຣີ່ ພ໊ອດເຕີ້” ໄດ້ຂໍແຟນສາວ “ອິຣິນ ດາຣກ” ທີ່ຄົບກັນມາດົນເຖິງ 4 ປີ ແຕ່ງງານເປັນທີ່ຮຽບຮ້ອຍແລ້ວ

ເຖິງແມ່ນວ່າປັດຈຸບັນນີ້ຍັງບໍ່ທັນມີຕົວແທນຂອງທັງສອງຝ່າຍອອກມາໃຫ້ຄຳຢືນຢັນຢ່າງເປັນທາງການກໍ່ຕາມ ແຕ່ທາງຜູ້ຈັດການຂອງ “ແດນຽວ ແຣດຄລິບ” ໄດ້ອອກມາເປີດເຜີຍວ່າທັງຄູ່ໄດ້ຄວງກັນໄປຮ້ານຂາຍແຫວນແທ້ “ແຕ່ບໍ່ໄດ້ຊື້” ແຕ່ສື່ກໍ່ເຊື່ອວ່າທັງຄູ່ໄດ້ໝັ້ນໝາຍກັນໄປເປັນທີ່ຮຽບຮ້ອຍແລ້ວ

“ແດນຽວ ແຣດຄລິບ” ໄວອາຍຸ 27 ປີ ກັບ “ອິຣິນ ດາຣກ” ໄວອາຍຸ 28 ປີ ທັງຄູ່ໄດ່ພົບຮັກກັນທີ່ກອງຖ່າຍຮູບເງົາເລື່ອງ Kill Your Darlings ເມືອປີ 2012 ແລະ ກໍ່ໄດ້ຄົບຫາກັນແບບລັບໆ ໃຊ້ຊີວິດຮ່ວມກັນທີ່ ແມນຮັດຕັນ ຄືກັບຄູ່ຮັກທຳມະດາທົ່ວໄປຄູ່ໜຶ່ງ

ເອົາເປັນວ່າຂ່າວລືເລື່ອງນີ້ເຮົາກໍ່ຕິດາມກັນໄປຍາວໆ ແຕ່ຈັ່ງໃດແອັດກໍ່ຂໍສະແດງຄວາມຍິນດີກັບທັງຄູ່ ເຖິງຈະແອບຂັດໃຈເລັກໜ້ອຍກໍ່ຕາມ ( ແຮຣີ ພ໊ອດເຕີ ພໍ່ມົດຂອງແອັດ) ຖ້າຫາກມີການເຄື່ອນໄຫວແນວໃດກ່ຽວກັບຂ່າວນີ້ ດຽວແອັດຈະກັບມາອັບເດດໃຫ້ຮູ້ອີກຄັ້ງ
 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...