spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕຳຫຼວດນະຄອນບານ ຈັບຄໍກຸ່ມຄ້າອາວຸດເສິກອັນຕະລາຍ 20 ຄົນ ພ້ອມຂອງກາງຈຳນວນຫຼາຍ

ຕຳຫຼວດນະຄອນບານ ຈັບຄໍກຸ່ມຄ້າອາວຸດເສິກອັນຕະລາຍ 20 ຄົນ ພ້ອມຂອງກາງຈຳນວນຫຼາຍ

Published on

ກຸ່ມຜູ້ຄ້າອາວຸດເສິກຈຳນວນ 20 ຄົນ ໄດ້ຖືກໜ່ວຍສະເພາະກິດ ຕຳຫຼວດນະຄອນຫຼວງວຽງຈັນ ຈັບໂຕໄດ້ຕັ້ງແຕ່ປີ 2015 ທີ່ຜ່ານມາ ພ້ອມທັງອາວຸດເສິກປະເພດປືນແລະລະເບີດຈຳນວນຫຼາຍ.

ການມ້າງກຸ່ມຄ້າອາວຸດເສິກດັ່ງກ່າວນັ້ນ ຖືກຖະແຫຼງຂ່າວຢ່າງເປັນທາງການໃນວັນທີ 4 ມີນາ 2017 ທີ່ຜ່ານມາ ທີ່ຫ້ອງຕຳຫຼວດນະຄອນຫຼວງວຽງຈັນ ໂດຍທ່ານ ພັນໂທ ຄຳແພງ ໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ. ໂດຍທ່ານກ່າວວ່າ ພາຍຫຼັງທີ່ໄດ້ຮັບແຈ້ງວ່າມີການ­ເຄື່ອນ­ໄຫວຂອງ​ກຸ່ມ​ຄົນ​ບໍ່​ດີ, ມີ​ການ​ນຳ​ເຂົ້າ​ອາ­ວຸດ​ເສິກ​ຈຳ­ນວນ​ບໍ່​ໜ້ອຍ ເພື່ອ​ມາ​ຈຳ­ໜ່າຍໃຫ້​ກຸ່ມ​ຄົນ​ບໍ່​ດີ​ທີ່​ອາ​ໄສ​ຢູ່​ໃນ​ນະ­ຄອນ­ຫຼວງວຽງ​ຈັນ, ດັ່ງ­ນັ້ນ ເຈົ້າ​ໜ້າ­ທີ່ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ແຕ່ງ­ຕັ້ງ​ເຈົ້າ​ໜ້າ­ທີ່​ວິ­ຊາ​ສະ­ເພາະ​ສົມ­ທົບ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ເພື່ອ​ລົງ​ເກັບ​ກຳ​ຂໍ້​ມູນ​ນຳ​ມາ​ວິ­ເຄາະ​ຢ່າງ​ຊັດ​ເຈນ. ນັບ​ແຕ່​ເດືອນ​ມີ​ຖຸ​ນາ 2015 ຈົນ​ເຖິງ​ວັນ​ທີ 24 ພະ­ຈິກ 2015 ຈິ່ງ​ສາ­ມາດ​ຈັບ​ກຸ່ມ​ເປົ້າ​ໝາຍ​ໄດ້​ທັງ​ໝົດ 12 ຄົນ, ຍິງ 5 ຄົນ, ໃນ​ນັ້ນ ມີ​ສັນຊາດ​ໄທ 9 ຄົນ, ຍິງ 4 ຄົນ ແລະ​ຮອດວັນ​ທີ 28 ພະ­ຈິກ 2015 ສາ­ມາດ​ຈັບເປົ້າ​ໝາຍ​ໄດ້​ຕື່ມ​ອີກ 8 ຄົນ, ຍິງ 4 ຄົນ ລວມ​ທັງ​ໝົດ​ເປັນ 20 ຄົນ, ຍິງ 9 ຄົນ, ພ້ອມ​ນີ້ ຍັງ​ສາ­ມາດ​ຢືດ​ຂອງ​ກາງ​ໄດ້​ຄື: ປືນ​ຊະ­ນິດ​ຕ່າງໆ 28 ກະ­ບອກ, ໃນ​ນັ້ນ ປືນ​ເຫຼັກ​ຍາວ 17 ກະ­ບອກ, ປືນ​ສັ້ນ 11 ກະ­ບອກ, ໝາກ​ແຕກ 24 ໜ່ວຍ, ລູກປືນ​ຊະ­ນິດ​ຕ່າງໆ​ເກືອບ 700 ລູກ ແລະ ກະ­ສອບ​ລູກ​ປຶນ​ມີ​ແກັບ 53 ກະ­ສອບ, ໂຄງ​ໃສ່​ປືນ​ສັ້ນ​ສຳ­ລັບ​ຍິງ​ໄກ 3 ຊຸດ, ກ້ອງ​ສ່ອງ​ສຳ­ລັບ​ຕິດ​ປືນ 3 ໜ່ວຍ, ຊິ້ນສ່ວນ​ປະ­ກອບ​ປືນ​ສັ້ນ 13 ອັນ, ໜ້າ​ເຮັດດ້ວຍ​ເຫຼັກ 1 ອັນ, ງ້າວ 3 ດວງ, ຢາ​ໄອ້ 1 ຖົງ​ໃຫຍ່ ແລະ 19 ຖົງ​ນ້ອຍ, ຢາ​ບ້າ 119 ເມັດ ແລະ​ເຄື່ອງ​ວັດ­ຖຸ​ອື່ນໆ​ອີກ​ເປັນ​ຈຳ­ນວນ​ຫຼາຍ.

ຜ່ານ​ການ​ສືບສວນ-ສອບ​ສວນຂອງເຈົ້າໜ້າທີ່ ພວກຜູ້ຖືກຫາ​ໄດ້​ຮັບ​ສາລະ​ພາບ​ວ່າ​ໄດ້​ຮ່ວມ​ກັນ​ຊື້​ຂາຍ, ຂົນ­ສົ່ງ, ຄອບ​ຄອງ​ອາ­ວຸດ​ເສິກ ແລະ​ມີ​ຢາ​ເສບ​ຕິດໄວ້​ໃນ​ຄອບ​ຄອງ​ຄື​ປະ­ເພດ​ຢາ​ໄອ, ຢາ​ບ້າ ແລະ​ຂອງ​ກາງ​ທີ່​ເຈົ້າ​ໜ້າ­ທີ່​ກວດ​ພົບ​ນັ້ນເປັນ​ຂອງ​ພວກ​ກ່ຽວ​ແທ້.

ພ້ອມ​ນີ້ ເຈົ້າ​ໜ້າທີ່​ຍັງ​ຈະ​ສືບ­ຕໍ່​ເປີດ​ກວ້າງ​ດຳ­ເນີນ​ການ​ສືບສວນ-ສອບ​ສວນ ເກັບ​ກຳ​ຂໍ້​ມູນ​ຫຼັກ​ຖານຂະ­ຫຍາຍ​ຜົນ​ໄປ​ຫາ​ກຸ່ມ​ແກ້ງ​ເຄືອ​ຂ່າຍທີ່​ຍັງ​ເຫຼືອ​ເພື່ອ​ນຳ​ຈັບ​ຕົວ​ມາ​ດຳ­ເນີນ​ຄະ­ດີຕາມ​ລະ­ບຽບ​ກົດ­ໝາຍ​ຢ່າງ​ເຂັ້ມ​ງວດ.

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...