spot_img
Homeຂ່າວຕ່າງປະເທດແມ່ເຖົ້າໄວອາຍຸ 72 ປີ ໃຫ້ກຳເນີດລູກຊາຍຄົນທຳອິດໃນຊີວິດ

ແມ່ເຖົ້າໄວອາຍຸ 72 ປີ ໃຫ້ກຳເນີດລູກຊາຍຄົນທຳອິດໃນຊີວິດ

Published on

ເມື່ອວັນທີ 9 ມີນາ 2017 ທີ່ຜ່ານມາ ເດລີເມລລາຍງານວ່າ ຍິງສູງໄວອາຍຸ 72 ປີ ຊາວອິນເດຍໃຫ້ກຳເນີດເດັກນ້ອຍເພດຊາຍ ຫຼັງເກີດລູກບໍ່ຮອດປີສຸຂະພາບຂອງແມ່ເຖົ້າຄົນນີ້ກໍ່ສຸດໂຊມລົງ

ແມ່ເຖົ້າ ດາລຈິນເດີ ເຄົາ ປັດຈຸບັນອາຍຸ 72 ປີ ອາໃສຢູ່ກັບຜົວໃນໄວອາຍຸ 80 ປີ ທາງພາກເໜືອຂອງອິນເດຍ ໄດ້ໃຫ້ກຳເນີດລູກຊາຍທີ່ມີຊື່ວ່າ ອາຣມານ ລູກຊາຍຄົນທຳອິດ (ລູກກົກ) ເມືອວັນທີ 19 ເມສາ 2016 ປີທີ່ຜ່ານມາ ຫຼັງຈາກທີ່ທັງສອງໄດ້ແຕ່ງງານກັນມາດົນກວ່າ 46 ປີ ເນື່ອງຈາກໄລຍະທີ່ຜ່ານມາທັງສອງມີບັນຫາເລື່ອງການມີລູກມາຕະຫລອດຈົນໄດ້ພາກັນໄປປຶກສາແພດເພື່ອເຮັດເດັກຫຼອດແກ້ວ (IVF treatment) ໂດຍທາງ ດຣ. ອານຸຣັກ ບິຊນອຍ ຜູ້ອຳນວຍການສະຖາບັນພາວະຈະເລີນພັນແຫ່ງຊາດ ປະເທດອິນເດຍໄດ້ຕັດສິນໃຈຊ່ວຍເຫຼືອຜົວເມຍຄູ່ນີ້.

ປັດຈຸບັນລູກຊາຍຂອງທັງຄູ່ມີອາຍຸໃກ້ຈະຄົບ 1 ປີແລ້ວ ແຕ່ມີຮ່າງກາຍບໍ່ແຂງແຮງສົມບູນປານໃດ ເພາະຕອນເກີດທຳອິດ ເດັກມີນ້ຳໜັກພຽງ 1.6 ກິໂລກຣາມເທົ່ານັ້ນ ເຊິ່ງນ້ຳໜັກຫຼຸດເກນມາດຕະຖານ ແລະ ປັດຈຸບັນກໍ່ມີໜັກພຽງ 6.8 ກິໂລກຣາມເທົ່ານັ້ນ. ເຊິ່ງສາເຫດທີ່ເຮັດໃຫ້ເດັກໂຕໜ້ອຍຫຼຸດມາດຕະຖານພຽງນີ້ກໍ່ຍ້ອນວ່າ ແມ່ເດັກ ກໍ່ຄືແມ່ເຖົ້າ ດາລຈິນເດີ ເຄົາ ໄດ້ໃຫ້ລູກຢຸດກິນນົມຕັ້ງແຕ່ອາຍຸໄດ້ 3 ເດືອນເທົ່ານັ້ນ ຍ້ອນບັນຫາສຸຂະພາບ ເພາະຫຼັງຈາກເກີດລູກ ແມ່ເຖົ້າ ເຄົາ ກໍ່ມີໂຣກຄວາມດັນເລືອດສູງ ແລະ ເມື່ອຍງ່າຍ ແຖມຮ່າງກາຍບໍ່ຜະລິດນ້ຳນົມໃຫ້ລູກກິນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...