Homeຂ່າວຕ່າງປະເທດທ່ານນາງ ປາກ ກຶນເຮ ຖືກຖອດຖອນຈາກປະທານາທິບໍດີຢ່າງເປັນທາງການ

ທ່ານນາງ ປາກ ກຶນເຮ ຖືກຖອດຖອນຈາກປະທານາທິບໍດີຢ່າງເປັນທາງການ

Published on

ເອພີລາຍງານເມື່ອວັນທີ 10 ມີນາ 2017 ນີ້ວ່າ ຄະນະຕຸລາການສານລັດຖະທຳມະນູນເກົາຫຼີໃຕ້ຢູ່ກຸງໂຊນ ອ່ານຄຳພິພາກສາສະໜັບສະໜູນໃຫ້ຖອດຖອນ ທ່ານນາງ ປາກ ກຶນເຮ ອອກຈາກຕຳແໜ່ງປະທານາທິບໍດີຢ່າງເປັນທາງການ, ຫຼັງຈາກທີ່ສະມາຊິກລັດຖະສະພາ ດຳເນີນການດັ່ງກ່າວດ້ວຍຂໍ້ກ່າວຫາວ່າ ທ່ານນາງ ປາກ ກຶນເຮ ພົວພັນການຄໍຣັບຊັນ ເປັນກໍລະນີທີ່ບໍ່ດີ ດັງໄປທົ່ວໂລກ.

ຄຳຕັດສິນຄັ້ງປະຫວັດສາດນີ້ ເຮັດໃຫ້ ທ່ານນາງ ປາກ ກຶນເຮ ບໍ່ມີເອກະສິດຄຸ້ມຄອງອີກຕໍ່ໄປ ຈຶ່ງຄາດວ່າຈະຖືກດຳເນີນຄະດີໃນເວລາໃກ້ໆນີ້, ນອກຈາກນີ້ ເກົາຫຼີໃຕ້ ຈະຈັດການເລືອກຕັ້ງປະທານາທິບໍດີຄົນໃໝ່ໃນເດືອນພຶດສະພານີ້.

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...