Homeສຸຂະພາບ ແລະ ສີ່ງແວດລ້ອມນ້ຳຫລໍ່ລື້ນຂອງແມ່ຍິງມີກິ່ນເໝັນຄາວໃນເວລາມີເພດສຳພັນ ສາເຫດ ແລະ ວິທີຮັກສາ

ນ້ຳຫລໍ່ລື້ນຂອງແມ່ຍິງມີກິ່ນເໝັນຄາວໃນເວລາມີເພດສຳພັນ ສາເຫດ ແລະ ວິທີຮັກສາ

Published on

ໃນຄໍລຳ ສຸຂະພາບ ມື້ນີ້ແອັດມີເລື່ອງກ່ຽວກັບກິ່ນໃນເວລາມີເພດສຳພັນມາຝາກ ເຊິ່ງກິ່ນທີ່ວ່ານີ້ ເປັນກິ່ນຂອງນ້ຳຫລໍ່ລື້ນເວລາມີເພດສຳພັນແລ້ວມີກິ່ນເໝັນອອກມາ ຫຼາຍຄົນທີ່ມີເພດສຳພັນອາດເຄີຍຮູ້ສຶກວ່າ ມີກິ່ນຕຸ!ຕຸ ໃນຂະນະມີເຊັກສ໌ ແລະ ອາດແປກໃຈວ່າເປັນຫຍັງນ້ຳຫຼໍ່ລື້ນຂອງແມ່ຍິງຈິ່ງມີກິ່ນກວນດັງ ເຊິ່ງກິ່ນນັ້ນມັນເກີດຈາກສາເຫດຫຍັງ ແລະ ຈະຮັກສາແນວໃດເຮົາມາຮູ້ຈັກໄປນຳກັນເລີຍ

ສາເຫດທີ່ເຮັດໃຫ້ນ້ຳຫຼໍ່ລື້ນມີກິ່ນແປກໆ ເກີດຂຶ້ນໄດ້ຈາກປັດໄຈ 3 ຢ່າງດັ່ງນີ້: 
1. ແມ່ຍິງຄົນນັ້ນມັກກິນອາຫານທີ່ມີກິ່ນແຮງເປັນປະຈຳ ເຊັ່ນ: ອາຫານດອງ, ອາຫານທີ່ມີສ່ວນປະກອບຂອງກະທຽມ,​ ຜັກບົ່ວ, ສະຖິນ, ນ້ຳປາ, ສະອິວ, ປາແດກ, ກະປິ ປະເພດນີ້ເປັນຕົ້ນ
2. ຮໍໂມນທີ່ປ່ຽນໄປ ອາດເຮັດໃຫ້ເກີດກິ່ນແຮງຂຶ້ນເຊັ່ນ: ຢູ່ໃນຊ່ວງຖືພາ, ຊ່ວງໄຂ່ສຸກ, ຊ່ວງກ່ອນປະຈຳເດືອນມາ ຫຼື ຊ່ວງທີ່ມີຄວາມຕ້ອງການທາງເພດສູງ
3. ການອັກເສບຕິດເຊື້ອ ເຊື້ອໂຣກມັກຈະສ້າງກິ່ນເໝັນຫຼາຍກວ່າກິ່ນຫອມ ກິ່ນທີ່ປ່ຽນໄປຈາກການອັກເສບຕິດເຊື້ອສາມາດບອກຄວາມຮຸນແຮງຂອງການຕິດເຊື້ອໄດ້ດັ່ງນີ້
– ກິ່ນເໝັນອັບ ຄ້າຍຄືກິ່ນເໝັນເກີບ ສ່ວນຫຼາຍເປັນເຊື້ອແບດທີເຣຍທຳມະດາທີ່ເພີ່ມຈຳນວນ ເກີດຈາກການດແລຄວາມສະອາດບໍ່ທົ່ວເຖິງ ຫຼື ຄົນທີ່ເປັນໂຣກເບົາຫວານ
– ກິ່ນເຫມັນປ້ຽວ ຄ້າຍກິ່ນສົ້ມໆຄືນົມບູດ ສ່ວນຫຼາຍແມ່ນການຕິດເຊື້ອຣາ ມັກມີອາການຄັນຮ່ວມນຳ ສຳພັນກັບຄວາມອັບ
– ກິ່ນເໝັນເຄັມ ກິ່ນຄືກິ່ນນ້ຳປາ,​ ກະປິ ປະມານນີ້ ສ່ວນໃຫຍ່ແມ່ນແບດທີເຣຍຕົວຮ້າຍເພີ່ມຂຶ້ນ ຈາກສາເຫດແບດທີເຣຍຕົວດີປ່ອຍກຣົດອອກມາຄວບຄຸມແບບທີເຣຍຕົວຮ້າຍຫຼຸດລົງ ເຊິ່ງສຳພັນກັບການທີ່ທ່ານມີເພດສຳພັນກັບຫຼາຍຄົນ ພູມຕ້ານທານບໍ່ດີ ບໍ່ໄດ້ພັກຜ່ອນ ດື່ມນ້ຳໜ້ອຍ ອົດຢ່ຽວ
– ກິ່ນເໝັ່ນຄືກັບຖ່າຍທ້ອງປິດ ສ່ວນໃຫຍ່ເກີດຈາກເຊື້ອໂຣກປະພດບິດ ເຊິ່ງອາດຈະປົນເປື້ອນມາຈາກລຳໄສ້
– ກິ່ນເໝັນເນົ່າເປັນກິ່ນອັນຕະລາຍທີ່ສຸດ ເພາະສ່ວນໃຫຍ່ເປັນການຕິດເຊື້ອໂຣກທີ່ບໍ່ຕ້ອງການອົກຊີເຈນ ເຊິ່ງສ່ວນໜຶ່ງສຳພັນກັບເນື້ອງອກ ຫຼື ມະເຮັງພາຍໃນຊ່ອງຄອດ ປາກມົດລູກ ແລະ ໂພ່ງມົດລູກ

ວິທີຮັກສາ

  1. ດ້ານອາຫານຄວນຫຼຸດຜ່ອນການກິນອາຫານທີ່ມີກິ່ນແຮງ ຫຼື ມີສ່ວນປະກອບປະເພດກິ່ນແຮງໆ
  2. ໝັ່ນດື່ມນ້ຳຫຼາຍໆຕໍ່ມື້
  3. ຢ່າອົດປັດສະວະ
  4. ພັກຜ່ອນໃຫ້ພຽງພໍ ແລະ ໝັ່ນອອກກຳລັງກາຍເປັນປະຈຳ
  5. ຮັກສາອານາໄມຊ່ອງຄອດໃຫ້ສະອາດທຸກໆມື້
  6. ສະລິບທີ່ນຸ່ງກໍ່ໝັ່ນປ່ຽນຢ່ານຸ່ງຊ້ຳ ເພື່ອປ້ອງກັນການເຫມັນອັບ ຢັບຢັ້ງແບບທີເຣຍທີ່ຈະເກີດ
  7. ເວລາເປັນປະຈຳເດືອນຜ້າອານາໄມທີໃຊ້ກໍ່ຄວນປ່ຽນທຸກ 3-4 ຊົ່ວ/ຄັ້ງ ເພື່ອບໍ່ໃຫ້ເກີດຄວາມເໝັນອັບ ຢັບຢັ້ງແບບທີເຣຍທີ່ຈະເກີດ
  8. ກິນຢາສະໝຸນໄພທີ່ແມ່ຍິງກິນເພື່ອຄັບນ້ຳຄາວ ແລະ ເຮັດໃຫ້ກະຊັບລອງເບິ່ງ
  9. ຖ້າເຮັດທັງໝົດທີ່ກ່າວມາທັງ 7 ຂໍ້ແລ້ວຍັງບໍ່ດີ ແນະນຳໃຫ້ໄປປຶກສາແພດສະເພາະທາງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...