Homeຂ່າວຕ່າງປະເທດຈີນຮຽກຮ້ອງໃຫ້ມຽນມາ-ໂກກ້າງຢຸດຍິງ ເພື່ອບໍ່ໃຫ້ປະຊາຊົນໜີຕາຍເຂົ້າຊາຍແດນຈີນ

ຈີນຮຽກຮ້ອງໃຫ້ມຽນມາ-ໂກກ້າງຢຸດຍິງ ເພື່ອບໍ່ໃຫ້ປະຊາຊົນໜີຕາຍເຂົ້າຊາຍແດນຈີນ

Published on

ເອເອຟພີລາຍງານເມື່ອວັນທີ 7 ມີນາ 2017 ວ່າ ລັດຖະບານຈີນຮຽນຮ້ອງໃຫ້ທາງການມຽນມາກັບກອງກຳລັງຊົນກຸ່ມນ້ອຍໃນເຂດປົກຄອງຕົນເອງໂກກ້າງ ທາງພາກເໜືອຂອງລັດຊານ ຢຸດຕິການສູ່ຮົບທີ່ມີຜູ້ເສຍຊີວິດໄປແລ້ວ 30 ຄົນ ສ່ວນຊາວບ້ານໄດ້ອົບພະຍົບໜີຕາບຈາກເມືອງ ລວກໄກ ເມືອງເອກຂອງໂກກ້າງ ເຂົ້າໄປໃນຊາຍແດນຈີນແລ້ວກວ່າ 7,000 ຄົນ

ທ່ານ ເກິງ ສວງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ “ຂໍໃຫ້ທຸກຝ່າຍຢຸດຍິງທັນທີ ແລະ ຟື້ນຟູລະບຽບໃນການຄວບຄຸມຊາຍແດນໂດຍດ່ວນທີ່ສຸດ”

ຄວາມຮຸນແຮງດັ່ງກ່າວນີ້ໄດ້ເກີດຂຶ້ນເມື່ອວັນທີ 6 ມີນາ ກໍ່ໃຫ້ເກີດຄວາມຕຶງຄຽດໃນເຂດປົກຄອງໂກກ້າງສູງສຸດນັບແຕ່ປີ 2015 ທີ່ມີຜູ້ເສຍຊີວິດເປັນຈຳນວນຫຼາຍ ແລະ ຊາວປະຊາຊົນຫຼາຍພັນຄົນອົບພະຍົບເຂົ້າຈີນ ຫຼັງຈາກເກີດການປະທະມາເປັນໄລຍະນັບຕັ້ງແຕ່ເດືອນພະຈິກ 2016

ດ້ານກອງທັບມຽນມາອອກຖະແຫຼງການວ່າ ໄດ້ໃຊ້ອາວຸດໜັກຂັບໄລາກະບົດກຸ່ມກອງທັບພັນທະມິດປະຊາທິປະໄຕແຫ່ງຊາດ ຫຼື MNDAA ອອກຈາກເມືອງລວກໄກໄດ້ແລ້ວ ມີທະຫານເສຍຊີວິດໃນການປະທະດັ່ງກ່າວ

https://youtu.be/t3t2qjOexJg

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...