spot_img
HomeBaby-ແມ່ແລະເດັກພໍ່ແມ່ຕ້ອງຮູ້ທັນ! ກົນອຸບາຍຂອງ "ແກ໊ງລັກເດັກ" ທີ່ມັກໃຊ້ໃນປັດຈຸບັນ

ພໍ່ແມ່ຕ້ອງຮູ້ທັນ! ກົນອຸບາຍຂອງ “ແກ໊ງລັກເດັກ” ທີ່ມັກໃຊ້ໃນປັດຈຸບັນ

Published on

ການລ້ຽງເດັກນ້ອຍແມ່ນແຕ່ວິນາທີດຽວ ຄົນທີ່ເປັນຜູ້ປົກຄອງກໍ່ຫາມຖືເບົາ ເພາະເຮົາບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນກັບລູກ, ຫຼານ ຫຼື ເດັກນ້ອຍທີ່ເຮົາຮັບຜິດຊອບຢູ່ນັ້ນ ຫຼື ບໍ່!

ແອັດມິນໄດ້ໄປອ່ານບົດຄວາມນີ້ທີ່ເວັບໄຊ mamaexpert ທີ່ໄດ້ແຊຣເລື່ອງລາວທີ່ເກີດຂຶ້ນແທ້ ມື້ນີ້ແອັດເລີຍຮວບຮວມ ກົນອຸບາຍຂອງ “ແກ໊ງລັກເດັກ” ທີ່ມັກໃຊ້ໃນປັດຈຸບັນ ມາໃຫ້ທຸກຄົນໄດ້ອ່ານ ເພື່ອເພີ່ມສະຕິລະວັງຕົວຫຼາຍຂຶ້ນ

ເຫດການທີ 1: ຜົວເມຍຄູ່ໜຶ່ງພາລູກນ້ອຍອາຍຸປະມານປີໜຶ່ງໄປຍ່າງເລາະຫ້າງສັບພະສິນຄ້າ ຫຼັງຈາກນັ້ນແມ່ໄດ້ໄປເຂົ້າຫ້ອງນ້ຳ ແລ້ວປະລູກໄວ້ກັບຜົວ, ຜົວກໍ່ພາລູກໄປຫຼິ້ນເຄື່ອງຫຼິ້ນໃນໂຊນເດັກທີ່ຢູ່ໃກ້ໆກັບຫ້ອງນ້ຳ ເວລາຜ່ານໄປຈັກບຶດໜຶ່ງ ມີແມ່ຍິງຄົນນຶ່ງອາຍຸປະມານ 35 ປີ ຍ່າງເຂົ້າມາອຸ້ມລູກຂອງເຂົາ ເມື່ອຜູ້ເປັນພໍ່ເຫັນຍິງແປກໜ້າເຂົ້າໄປອຸ້ມລູກຂອງເຂົາລາວຈິ່ງຟ້າວຍ່າງເຂົ້າໄປໃກ້ຍິງຄົນນັ້ນ ແຕ່ພໍຜູ້ເປັນພໍ່ຍ່າງເຂົ້າໄປໃກ້ ແລ້ວຈະອຸ້ມເອົາລູກຂອງລາວຄືນຈາກຍິງຄົນນັ້ນ ແຕ່ຍິງຄົນນັ້ນບໍ່ຍອມຄືນລູກໃຫ້ແລ້ວ ຊ້ຳບໍ່ໜຳຍັງເຮັດນຽນດ້ວຍການຮ້ອງໃຫ້ຄົນມາຊ່ວຍ ກ່າວຫາວ່າ ຊາຍຄົນດັ່ງກ່າວ (ພໍ່ເດັກນ້ອຍ) ຈະມາຍາດເອົາລູກຂອງຕົນ ເຊິ່ງເດັກນ້ອຍກໍ່ເວົ້າບໍ່ທັນໄດ້ ແລະ ກໍ່ຜູ້ຊາຍສອງ-ສາມຄົນມາຈັບຕົວພໍ່ເດັກໄວ້ (ສົງໃສເຮັດເປັນຂະບວນການ) ແຕ່ກໍ່ຍັງໂຊກດີທີ່ຜູ້ເປັນແມ່ອອກມາຈາກຫ້ອງນ້ຳກ່ອນ ເມື່ອເຫັນວ່າລູກຕົນເອງກຳລັງຖືກຍິງຄົນໜຶ່ງອຸ້ມຍ່າງໄປ ແລະ ເຫັນຜົວຕົນເອງກໍ່ຖືກຄົນຈັບໄວ້ ເທົ່ານັ້ນລະລາວບໍ່ເວົ້າຫຼາຍເລື່ອງຟ້າວຍາດລູກກັບຄືນມາ ແລ້ວຕົບຍິງຄົນນັ້ນແບບບໍ່ຢັ້ງມືເລີຍ ມີຄົນໃນຫ້າງເຂົ້າມາຊ່ວຍຫ້າມ ແລະ ຈັບຍິງຄົນນັ້ນໄວ້ ສະຫຼຸບຄືຜົວເມຍນັ້ນໄດ້ລູກຄືນ ສ່ວນຍິງທີ່ມາອຸ້ມລູກລາວຖືກຈັບກຸມສົ່ງຕຳຫຼວດ.

ເຫດການທີ 2: ເກີດຂຶ້ນໃນວັນພັກໂຮງຮຽນ ສອງອ້າຍນ້ອງ ຜູ້ອ້າຍອາຍຸ 5 ປີ, ຜູ້ນ້ອຍ ອາຍຸ 3 ປີ ສອງອ້າຍນ້ອງໄດ້ມາຄອບແມ່ທີ່ກຳລັງຕາກເຄື່ອງຢູ່ຫຼັງບ້ານເພື່ອຈະໄປຫຼິ້ນກັບໝູ່ ແມ່ກໍ່ໄວ້ໃຈ ເພາະແຕ່ລະມື້ລູກກໍ່ພາກັນໄປຫຼິ້ນແບບນັ້ນເປັນປະຈຳ ຄິດວ່າຄືສິໄປຫຼິ້ນກັບລູກຂອງຄົນຂ້າງເຮືອນ ເພາະຂ້າງເຮືອນກໍ່ມີເດັກນ້ອຍໃນໄວດຽວກັນ ຮອດໂມງກິນເຂົ້າແລ້ວລູກຍັງບໍ່ທັນໄດ້ກັບມາເຮືອນ ແມ່ກໍ່ເລີຍອອກໄປຖາມ ປະກົດວ່າ ເຮືອນທາງຂ້າງກໍ່ບໍ່ມີ ແມ່ກໍ່ຕົກໃຈເລັກໜ້ອຍ ແຕ່ກໍ່ຄິດວ່າຄືສິໄປຫຼິ້ນນຳເດັກນ້ອຍເຮືອນຕໍ່ໄປ ກໍ່ຍ່າງໄປຊອກຖາມອີກແຕ່ກໍ່ບໍ່ເຫັນ ຜູ້ເປັນແມ່ຮ້ອນໃຈແຮງຈິ່ງໄດ້ຟ້າວກັບມາເຮືອນແລະໃຫ້ຄົນໃນເຮືອນຊ່ວຍກັນນຳຫາ ເປັນແຕ່ບຸນເດັກນ້ອຍທັງສອງ ເຊິ່ງມີຄົນຮູ້ຈັກ ເຊິ່ງເປັນໝູ່ກັບຜົວພາລູກທັງສອງມາສົ່ງຢ່າງປອດໄພ ແຕ່ເດັກນ້ອຍທັງສອງກໍ່ຢູ່ໃນສະພາບສະລຶມສະເລີຄືເມົາຫຍັງບາງຢ່າງຈິ່ງພາກັນນຳໄປສົ່ງໂຮງໝໍ ເພື່ອນຂອງຜົວລາວເລົ່າວ່າ “ເຫັນຜູ້ຊາຍແປກໜ້າບໍ່ແມ່ນຄົນໃນບໍລິເວນນີ້ມາລົມກັບເດັກສອງຄົນນີ້ເຊິ່ງຈື່ໄດ້ວ່າເປັນລູກສ່ຽວ ແລະ ຈັກເອົາຫຍັງໃຫ້ເຂົາດົມ ລາວເຫັນທ່າບໍ່ດີ ຢ້ານແມ່ນພວກລັກເດັກນ້ອຍຄືເຫັນໃນຂ່າວກໍ່ເລີຍຟ້າວຍ່າງເຂົ້າໄປຖາມ ເມື່ອຊາຍຄົນນັ້ນເຫັນລາວກໍ່ຟ້າວຍ່າງໄປຂຶ້ນລົດຫຼົບໜີທັນທີ”

ເຫດການທີ 3: ແມ່ເຖົ້າພາຫຼານນ້ອຍໄປຍ່າງຫຼິ້ນທີ່ສວນສາທາລະນະໃກ້ເຮືອນ ຍ່າງກິນລົມຊົມວິວຢູ່ດີໆ ກໍ່ມີຍິງແປກໜ້າຄົນໜຶ່ງຍ່າງເຂົ້າມາທັກທາຍລົມນຳເຮັດປານຄົນຮູ້ຈັກ ບອກວ່າເປັນສາວທີ່ຢູ່ໂຮງຮຽນອະນຸບານຂອງນ້ອງ ແລະ ຍັງເອີ້ນຊື່ນ້ອງວ່າ “ນ້ອງຊັນມານີ້” (ຄວາມຈິງແລ້ວຫຼານຊື່ແມັກ) ແມ່ເຖົ້າຮູ້ສຶກແປກໃຈແຕ່ກໍ່ຄອຍສັງເກດການແບບງຽບໆ ຍິງຄົນນັ້ນກໍ່ນັ່ງລົມຢອກຫຼານຂອງລາວຕໍ່ໄປ ແລະ ກໍ່ຕ້ອງການຈູງຫຼານແມ່ເຖົ້ານັ້ນຍ່າງໄປຊື້ນ້ຳນຳ ແຕ່ຫຼານນ້ອຍບໍ່ມັກໄປກັບຄົນແປກໜ້າ ເລີຍຂັດຂືນ ແຕ່ຍິງຄົນນັ້ນຍັງຊູຊີສິເອົາຫຼານນ້ອຍຂອງແມ່ເຖົ້າໄປນຳໃຫ້ໄດ້ ແມ່ເຖົ້າເຫັນທ່ານບໍ່ດີເລີຍເວົ້າຂຶ້ນຍ່າງແຮງ “ເຈົ້າເປັນໃຜສິມາເອົາຫຼານຂ້ອຍໄປ ພວກເຮົາບໍ່ຮູ້ຈັກເຈົ້າ ບໍ່ແມ່ນເຈົ້າເປັນແກ໊ງລັກເດັກນ້ອຍເບາະ! ປ່ອຍຫຼານຂ້ອຍດຽວນີ້” ພໍແຕ່ເວົ້າຈົບ ຄົນໃນບໍລິເວນນັ້ນກໍ່ຫັນມາເບິ່ງຍິງຄົນນັ້ນດ້ວຍສາຍຕາສີໜ້າສົງໃສ ແລະ ຍິງຄົນນັ້ນກໍ່ຟ້າວກົ້ມໜ້າຍ່າງໄປທາງອື່ນໂດຍໄວ.

ປັດຈຸບັນສັງຄົມທຸກມື້ນີ້ມັນຢູ່ຍາກຂຶ້ນທຸກມື້ ຄົນເຮົາເລີ່ມຮູ້ໜ້າແຕ່ບໍ່ຮູ້ໃຈ ວິສາຊີບກໍ່ຫຼາຍຖືວ່າມີອັນຕະລາຍຮອບດ້ານທີ່ຕ້ອງລະວັງ ໂດຍສະເພາະ “ແກ໊ງລັກເດັກນ້ອຍ” ທຸກມື້ນີ້ກໍ່ສັນຫາກົນອຸບາຍຫຼາຍຢ່າງມາຫຼອກ ບາງຄົນຮູ້ເທົ່າບໍ່ເຖິງແຜນຮ້າຍກໍ່ຕົກເປັນເຫຍື່ອ ແລະ ສູນເສຍຄົນທີ່ຕົນຮັກ ສະນັ້ນ ສິ່ງສຳຄັນຄືຕ້ອງມີສະຕິຕະຫລອດເວລາ ເພາະສະຕິມາປັນຍາເກີດແນ່ນອນ ບໍ່ວ່າຈະເກີດເລື່ອງຫຍັງຂຶ້ນເຮົາກໍ່ຈະສາມາດຮັບມືກັບມັນໄດ້ທັນ.

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...