spot_img
Homeຂ່າວພາຍ​ໃນມີຫຼາຍເລື່ອງທີ່ຊາວໜຸ່ມລາວ ຈະເກັບກຳໄດ້ຈາກຍີ່ປຸ່ນ

ມີຫຼາຍເລື່ອງທີ່ຊາວໜຸ່ມລາວ ຈະເກັບກຳໄດ້ຈາກຍີ່ປຸ່ນ

Published on

ຊາວໜຸ່ມລາວເດິນທາງໄປທັດສະນະ ທີ່ປະເທດຍີ່ປຸ່ນ ເພື່ອແລກປ່ຽນຄວາມຮູ້ກ່ຽວກັບການພັດທະນາ, ວັດທະນະທຳ ແລະການທ່ອງທ່ຽວ.

ຊາວໜຸ່ມຈາກ 10 ປະເທດອາຊຽນ ໄດ້ເດິນທາງເຂົ້າຮ່ວມໂຄງການ Jenesys 2016 ທີ່ປະເທດຍີ່ປຸ່ນຈຳນວນຫຼາຍກວ່າ 200 ຄົນ ໃນນັ້ນ, ມີຊາວໜຸ່ມຈາກປະເທດລາວເຂົ້າຮ່ວມຈຳນວນ 28 ຄົນ ເຊິ່ງປະກອບດ້ວຍ ພາກສ່ວນສື່ມວນຊົນ, ສະຖາບັນການທ່ອງທ່ຽວ ແລະກົມພົວພັນຕ່າງປະເທດ. ໂຄງການດັ່ງກ່າວຈັດໂດຍອົງການ JICE ແຫ່ງປະເທດຍີ່ປຸ່ນ.

ການທັດສະນະດັ່ງກ່າວ ນັບແຕ່ວັນທີ 28 ກຸມພາ ເຖິງວັນທີ 3 ມີນາ 2017 ທີ່ຜ່ານມາ ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ກ່ຽວກັບປະຫວັດການພັດທະນາປະເທດຂອງຍີ່ປຸ່ນ, ຮຽນຮູ້ລະບຽບການດຳລົງຊີວິດຢູ່ປະເທດຍີ່ປຸ່ນ, ຮຽນຮູ້ການສົ່ງເສີມການທ່ອງທ່ຽວ ແລະສຳຜັດຊີວິດຕົວຈິງຂອງປະຊາຊົນຍີ່ປຸ່ນ.

ວັນທີ 1 ມີນາ ຄະນະຊາວໜຸ່ມໄດ້ຮັບຟັງການບັນຍາຍກ່ຽວກັບປະຫວັດຄວາມເປັນມາຂອງການພັດທະນາເສດຖະກິດ-ສັງຄົມຂອງຍີ່ປຸ່ນ ທີ່ນະຄອນຫຼວງໂຕກຽວ, ວັນທີ 2 ມີນາ ໄດ້ເດິນທາງໄປ ໂອສະກະ ເພື່ອຮ່ວມດຳລົງຊີວິດກັບປະຊາຊົນຍີ່ປຸ່ນເປັນເວລາ 1 ມື້ ທີ່ເມືອງ ໂກກະຊິຕີ ແລະວັນທີ 3 ມີນາ 2017 ມື້ນີ້ ພາກເຊົ້າໄດ້ຮັບຟັງການບັນຍາຍ ເຖິງວິທີການສົ່ງເສີມການທ່ອງທ່ຽວຈາກອົງການທ່ອງທ່ຽວປະຈຳ ໂອສະກະ ຕອນບ່າຍຊາວໜຸ່ມລາວໄດ້ໄປຢ້ຽມຊົມຜາສາດນິນຈາ ແລະ ຜາສາດໂອສະກະ ເຊິ່ງເປັນຜາສາດທີ່ມີຊື່ສຽງແລະເປັນມໍລະດົກໂລກຂອງ ຍີ່ປຸ່ນ ແລະຕອນຄໍ່າຄະນະຊາວໜຸ່ມໄດ້ຮ່ວມ ນຸ່ງຊຸດປະຈຳຊາດຍີ່ປຸ່ນ, ດື່ມນໍ້າຊາແບບຍີ່ປຸ່ນ, ຮັບປະທານອາຫານຄໍ່າແບບຍີ່ປຸ່ນຮ່ວມກັນ ແລະນອນໂຮງແຮມແບບຍີ່ປຸ່ນ ທີ່ນະຄອນ ນາຣະ.

ແນວໃດກໍຕາມ, ກິດຈະກຳຈະຍັງດຳເນີນຕໍ່ໄປຈົນຮອດ ວັນທີ 6 ມີນາ 2017 ຈຶ່ງສຳເລັດ ເຊິ່ງຄາດວ່າຄະນະຊາວໜຸ່ມລາວຊຸດດັ່ງກ່າວ ຈະສາມາດເກັບກ່ຽວເອົາປະສົບການແລະຄວາມຮູ້ຈາກຍີ່ປຸ່ນໄດ້ຫຼາຍປະການ ແລະຄະນະຊາວໜຸ່ມລາວດັ່ງກ່າວຈະເດິນທາງກັບເຖິງນະຄອນຫຼວງວຽງຈັນ ໃນຕອນຄໍ່າຂອງວັນທີ 7 ມີນາ 2017.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...