Homeຂ່າວທ້ອງຖິ່ນຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອດ້ານສາທາລະນະສຸກ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອດ້ານສາທາລະນະສຸກ

Published on

ພິທີ​ລົງ​ນາມ​ຮັບ​ການ​ຊ່ວຍເຫຼືອ​ລ້າ ຂອງລັດຖະບານຍີ່ປຸ່ນ ​ຈັດ​ຂຶ້ນ​ທີ່​ກະຊວງ​ສາ​ທາລະນະ​ສຸກ ໃນວັນ​ທີ 1 ມີນາ 2017 ຜ່ານມາ ລະຫວ່າງ​ທ່ານ ທາ​ເຄ​ຊິ ຮິ​ຄິ​ຮາຣະ ເອກ​ອັກຄະລາຊະທູດ​ຍີ່ປຸ່ນ ປະຈຳ​ລາວ ແລະ ທ່ານ ແກ່ນ​ຄຳ ຄຳ​ພັນ ຫົວໜ້າ​ຫ້ອງການ​ສາ​ທາລະນະ​ສຸກ​ ເມືອງ​ປາກ​ອູ ແຂວງຫຼວງ​ພະ​ບາງ, ທ່ານ ບຸນ​ເພັງ ສົມພັນ​ສຸກ ຫົວໜ້າ​ຫ້ອງການ​ສາ​ທາລະນະ​ສຸກ ເມືອງ​ຄຳ ແຂວງ​ຊຽງຂວາງ, ​ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ​ກະຊວງ​ສາທາລະນະສຸກ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ໃນການຊ່ວຍເຫຼືອຄັ້ງນີ້ ລັດຖະບານ​ຍີ່ປຸ່ນ​ ໃຫ້ການຊ່ວຍເຫຼືອ​ລ້າ ຈຳນວນ 122.962 ໂດ​ລາ​ສະຫະລັດ ຫຼື ປະມານ 998 ລ້ານ​ກີບ ໃຫ້​ຂະແໜງ​ສາທາ​ລະນະ​ສຸກ ຈຳນວນ 3 ໂຄງການ ຜ່ານ​ໂຄງການ​ເສີມ​ສ້າງຄວາມ​ໝັ້ນຄົງ​ຂອງ​ມະນຸດ​ຂັ້ນຮາກ​ຖານ (GGPs) ເຊິ່ງ​ທັງສາມ​ໂຄງການ ​ຈະ​ເລີ່ມ​ຈັດ​ຕັ້ງ​ປະຕິ​ບັດ​ພາຍຫຼັງ​ທີ່​ມີ​ການ​ເຊັນ​ບົດບັນທຶກ

ໂຄງການ​ທຳ​ອິດ​ ແມ່ນການ​ກໍ່ສ້າງ​ນ້ຳ​ລິນ​ທີ່​ບ້ານ​ຫາດປາງ ເມືອງ​ປາກ​ອູ ແຂວງ​ຫຼວງພະ​ບາງ ມີ 1 ຫົວ​ງານ ອ່າງ​ລົດຄວາມດັນ 2 ອ່າງ ອ່າງເກັບນ້ຳ 2 ອ່າງ ທໍ່​ສົ່ງ​ນ້ຳ​ຍາວ 5,6 ກິ​ໂລແມັດ ແລະກ໋ອກ​ນ້ຳ 2 ຫົວ ເຊິ່ງຈະ​ມີ​ຜູ້​ໄດ້ຜົນ​ປະໂຫຍດ 495 ຄົນ ລວມ​ທັງ​ນັກຮຽນ​ມັດທະຍົມ​ຫາດປາງ ຈຳນວນ 234 ຄົນ; ໂຄງການ​ທີ​ສອງ​ ແມ່ນ​ການກໍ່ສ້າງ​ລະບົບ​ນ້ຳ​ລິນ​ໃຫ້​ບ້ານ​ສຳພັນ​ໄຊ ເມືອງ​ຄຳ ແຂວງ​ຊຽງຂວາງ ມີ 1 ຫົວ​ງານ ອ່າງເກັບນ້ຳ 1 ອ່າງ ທໍ່​ສົ່ງ​ຍາວ 5,4 ກິ​ໂລແມັດ ແລະ ກ໋ອກ​ນ້ຳ 7 ຫົວ ປະຊາ​ຊົນ​ທີ່​ຈະ​ໄດ້​ຮັບ​ຜົນ​ປະໂຫຍດ 430 ຄົນ ແລະ ໂຄງການ​ທີ​ສາມ ແມ່ນ​ໂຄງການ​ກໍ່ສ້າງ​ສຸກສາລາໃໝ່ 6 ຫ້ອງ ຫ້ອງ​ນ້ຳ 1 ຫຼັງ. ນອກຈາກນີ້, ຍັງ​ມີ​ອຸປະກອນ​ການ​ແພດ​ ປະກອບ​ໃຫ້​ສຸກສາລາ​ນຳ​ອີກ ເຊິ່ງຈະ​ມີ​ປະຊາຊົນ​ຜູ້​ໄດ້​ຮັບ​ຜົນ​ປະໂຫຍດ​ເຖິງ 2.925 ຄົນ ໃນ​ຈຳນວນ 7 ບ້ານ.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...