spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ລູກຊາຍທໍລະພີ ເມົາເຫຼົ້າຂາວ ຍູ້ແມ່ແທ້ໆລົງໜອງປາເສຍຊີວິດຄາທີ່

ລູກຊາຍທໍລະພີ ເມົາເຫຼົ້າຂາວ ຍູ້ແມ່ແທ້ໆລົງໜອງປາເສຍຊີວິດຄາທີ່

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 2 ມີນາ 2017 ວ່າ ກອງ ຄະດີອາຍາ ປກສ ເມືອງຈັນທະບູລີ ໄດ້ຈັບກຸມຕົວ ທ້າວ ຄຳສອນ ຫຼື ຫຼອດ ອາຍຸ 28 ປີ, ຢູ່ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຂໍ້ຫາຄາດຕະກຳແມ່ແທ້ຂອງຕົນເອງ.

ເຈົ້າໜ້າທີ່ກອງຄະດີອາຍາ ປກສ ເມືອງຈັນທະບູລີ ໄດ້ເປີດເຜີຍວ່າເຫດການສະເທືອນໃຈນີ້ໄດ້ເກີດຂຶ້ນເມື່ອວັນທີ 27 ທັນວາ 2016 ທີ່ຜ່ານມາ ທ້າວ ຄຳສອນ ແລະ ເມຍໄດ້ພາກັນຂີ່ລົດຈັກ ອອກຈາກບ້ານ ໂພນຕ້ອງຈອມມະນີ ໄປຢາມແມ່ ແລະ ພໍ່ນ້າທີ່ນອນ ເຝົ້າໜອງປາຢູ່ເຂດ ບ້ານຫ້ວຍຫົງ ເມືອງຈັນທະບູລີ ພໍໄປຮອດກໍເຫັນ ພໍ່ນ້າ, ແມ່ ແລະ ນາງ ເຕີ່ງ ( ນ້ອງຮັກຂອງແມ່ ) ພາກັນກິນເຫຼົ້າຂາວ ຢູ່ແຄມໜອງປາ. ຈາກນັ້ນ, ຜູ້ ກ່ຽວພ້ອມເມຍກໍເຂົ້າຮ່ວມດື່ມເຫຼົ້າ, ກິນປາ ນຳກັນ. ຈົນຮອດເວລາ 23:00 ໂມງ ໝົດເຫຼົ້າຂາວ 4 ແກ້ວ ເຮັດໃຫ້ທຸກຄົນຢູ່ໃນສະພາບມຶນເມົາ. ໃນຂະນະນັ້ນ, ພໍ່ນ້າ ແລະ ແມ່ໄດ້ ຜິດຖຽງກັນຍ້ອນຄວາມຫຶງຫວງ, ທ້າວ ຄຳສອນ ຈຶ່ງໄດ້ບອກ ໃຫ້ທັງ ສອງເຊົາຜິດຖຽງກັນ ແລະ ແຍກເອົາພໍ່ນ້າຂຶ້ນໄປພັກຢູ່ ເທິງຖຽງນາ, ສ່ວນແມ່ກໍ່ຍັງນັ່ງດື່ມເຫຼົ້າຢູ່ແຄມໜອງປາຕໍ່. ໃນເວລາດື່ມເຫຼົ້າ ຢູ່ນັ້ນ, ແມ່ໄດ້ຈົ່ມ ແລະ ປ້ອຍດ່າ ເຮັດໃຫ້ຜູ້ກ່ຽວເກີດຄວາມໃຈຮ້າຍ ຈຶ່ງຍູ້ແມ່ລົງ ໜອງປາເລິກປະມານ 3 ແມັດ ເຮັດໃຫ້ຈົມນ້ຳ. ໃນເວລານັ້ນ ພໍ່ນ້າກໍເຫັນເຫດການ ແຕ່ບໍ່ກ້າລົງໄປຊ່ວຍ ເພາະລອຍນ້ຳບໍ່ເປັນ ຈາກນັ້ນ, ປະມານ 20 ນາທີ ຜູ້ກ່ຽວກໍ່ໄດ້ລົງງົມຊອກຫາແມ່ປະມານ 1 ຊົ່ວໂມງ ແຕ່ບໍ່ພົບເຫັນ, ຈຶ່ງບອກນາງ ເຕີ່ງ ໄປຊອກຄົນມາຊ່ວຍ ແລ້ວຜູ້ກ່ຽວກໍເອົາຕົວຫຼົບໜີໄປປະມານ 2 ອາທິດ ແລະ ໃນທີ່ສຸດເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ກໍສາມາດຕິດຕາມຈັບຕົວໄປດຳເນີນຄະດີໃນຂໍ້ຫາ ຄາດຕະກຳ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...