Homeຂ່າວເຫດການສະພາບອາກາດ ໃນວັນທີ 2-5 ມີນາ 2017

ສະພາບອາກາດ ໃນວັນທີ 2-5 ມີນາ 2017

Published on

ອີງຕາມການລາຍງານຂອງກົມອຸຕຸນິຍົມ ແລະອຸທົກກະສາດ ໃຫ້ຮູ້ວ່າ: ແຕ່ວັນທີ 2-5 ມີນາ 2017ນີ້, ມວນອາກາດເຢັນຈະອ່ອນກຳລັງລົງເລັກໜ້ອຍ ແລະ ກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອຈະພັດປົກຄຸມດ້ວຍກຳລັງປານກາງ, ຊຶ່ງຈະເຮັດໃຫ້ອາກາດຍັງສືບຕໍ່ເຢັນຕື່ມອີກ, ໂດຍສະເພາະຢູ່ບັນດາແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ, ພູພຽງບໍລະເວນປາກຊ່ອງ ແລະ ຈະມີຝົນຕົກຟ້າຮ້ອງ, ຟ້າເຫລື້ອມໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພາກເໜືອດ້ານຕາເວັນອອກ: ອາກາດຍັງຈະເຢັນຫາໜາວເຢັນຕື່ມອີກ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍ ແລະ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 10-12 ແລະສູງສຸດ 20-22 ອົງສາ
ພາກເໜືອດ້ານຕາເວັນຕົກ: ອາກາດຍັງຈະເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 31-33 ອົງສາ
ນະຄອນຫລວງວຽງຈັນ: ອຸນຫະພູມອາກາດຍັງຈະເຢັນໃນຕອນເຊົ້າ ແລະຈະມີຝົນຕົກກະຈາຍ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ, ອຸນຫະພູມຕ່ຳສຸດ 20-22 ອົງສາ ແລະ ສູງສຸດ 32-34 ອົງສາ
 ພາກກາງ: ອາກາດຍັງຈະໜາວເຢັນຢູ່ຕື່ມອີກ, ໂດຍສະເພາະຢູ່ເຂດແຂວງໄຊສົມບູນ, ຫລັກຊາວ ແລະ ຈະມີຝົນຕົກກະຈາຍ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ, ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 32-34 ອົງສາ.
 ພາກໃຕ້: ອາກາດຍັງຈະສືບຕໍ່ເຢັນໃນຕອນເຊົ້າ ແລະ ມີຝົນຕົກກະຈາຍ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 19-21 ອົງສາ ແລະ ສູງສຸດ 33-35 ອົງສາ.

ດັ່ງນັ້ນຈຶ່ງເຕືອນເຖິງປະຊາຊົນຜູ້ອາໃສຢູ່ເຂດດັ່ງກ່າວຈົ່ງມີສະຕິຕໍ່ສະພາບອາກາດມີການປ່ຽນແປງໄວທີ່ຈະສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນ, ສັດລ້ຽງ, ພ້ອມທັງໃຫ້ກວດກາເບິ່ງອຸປະກອນໄຟຟ້າພາຍໃນເຮືອນເພື່ອຫລີກລ້ຽງບໍ່ໃຫ້ເກີດອັກຄີໄພ ແລະ ໃຫ້ມີສະຕິຕໍ່ສະພາບລົມແຮງໃນໄລຍະນີ້ດ້ວຍ

ແຫຼ່ງຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...